ຫົວໜ້າອົງການສັນຕິບານກາງ ຫລື FBI ຂອງສະຫະລັດແລະຜູ້ນຳອົງການສືບລັບພາຍໃນປະເທດຂອງອັງກິດ ໄດ້ຍົກລະດັບການເຕືອນໄພໃຫ້ລະວັງຄັ້ງໃໝ່ ໃນວັນພຸດວານນີ້ ກ່ຽວກັບລັດຖະບານຈີນ, ໂດຍໄດ້ເຕືອນບັນດາຜູ້ນຳທຸລະກິດວ່າ ປັກກິ່ງຕັ້ງໃຈທີ່ຈະລັກຂະໂມຍເທັກໂນໂລຈີຂອງພວກເຂົາເຈົ້າເພື່ອໃຫ້ໄດ້ປະໂຫຍດໃນການແຂ່ງຂັນ, ອີງຕາມອົງການຂ່າວເອພີ (AP).
ຜູ້ອໍານວຍການຂອງອົງການ FBI, ທ່ານຄຣິສຕົຟເຟີ ເວຣ (Christopher Wray) ຢືນຢັນຄືນເຖິງຄວາມເປັນຫ່ວງທີ່ມີມາແຕ່ດົນນານ ໃນການປະນາມ ການຈາລະກຳທາງເສດຖະກິດ ແລະການດໍາເນີນງານການລັກເຈາະຂໍ້ມູນຂອງຈີນ, ພ້ອມທັງຄວາມພະຍາຍາມຂອງລັດຖະບານຈີນ ທີ່ຈະຂັດຂວາງການຕໍ່ຕ້ານລັດຖະບານຢູ່ຕ່າງປະເທດ. ແຕ່ຄຳປາໄສຂອງທ່ານແມ່ນເປັນທີ່ໜ້າສັງເກດ ເພາະວ່າມັນໄດ້ຈັດຂຶ້ນຢູ່ສຳນັກງານໃຫຍ່ຂອງອົງການ MI5 ທີ່ນະຄອນ ຫຼວງລອນດອນ ແລະຢືນຄຽງຄູ່ກັບທ່ານເຄນ ແມັກຄອລລໍາ (Ken McCallum), ຜູ້ອຳນວຍການໃຫຍ່ອົງການດັ່ງກ່າວ ໃນການສະແດງທີ່ມີເຈດຈຳນົງຢາກໃຫ້ຄົນເຫັນເຖິງຄວາມສາມັກຄີຂອງຝ່າຍຕາເວັນຕົກ.
ການກ່າວຄຳເຫັນດັ່ງກ່າວ ຍັງໄດ້ສະແດງໃຫ້ເຫັນເຖິງຂອບເຂດ ທີ່ທ່ານເວຣ (Wray) ແລະອົງການ FBI ຖືວ່າລັດຖະບານຈີນບໍ່ພຽງແຕ່ເປັນການທ້າທາຍໃນດ້ານການບັງຄັບໃຊ້ກົດໝາຍ ແລະ ການສືບລັບເທົ່ານັ້ນ ແຕ່ຍັງໄດ້ຖືກປັບ ທີ່ສໍ່ສະແດງໃຫ້ເຫັນເຖິງການປະຕິບັດນະໂຍບາຍການຕ່າງປະເທດຂອງປັກກິ່ງອີກດ້ວຍ.
ທ່ານເວຣກ່າວວ່າ “ພວກເຮົາເຫັນຢູ່ສະເໝີມາວ່າ ມັນແມ່ນລັດຖະບານຈີນທີ່ເປັນໄພຂົ່ມຂູ່ອັນໃຫຍ່ຫລວງທີ່ສຸດໃນໄລຍະຍາວ ຕໍ່ເສດຖະກິດ ແລະຄວາມໝັ້ນຄົງແຫ່ງຊາດຂອງພວກເຮົາ, ແລະ ຄຳວ່າ 'ພວກເຮົາ,' ໃນນີ້ ຂ້າພະເຈົ້າໝາຍເຖິງທັງສອງປະເທດຂອງພວກເຮົາ, ພ້ອມກັບພັນທະມິດໃນຢູໂຣບ ແລະບ່ອນອື່ນໆ.
ທ່ານແມັກຄອລລຳ (McCallum) ກ່າວວ່າ ລັດຖະບານຈີນແລະ "ຄວາມກົດ ດັນແບບລັບໆໃນທົ່ວໂລກ" ໄດ້ເພີ້ມ "ສິ່ງທ້າທາຍທີ່ມີການປ່ຽນແປງວິທີການຫລາຍທີ່ສຸດທີ່ພວກເຮົາເຄີຍໄດ້ປະເຊີນມາ."
ທ່ານກ່າວວ່າ "ສິ່ງນີ້ອາດຈະມີຄວາມຮູ້ສຶກວ່າ ມັນບໍ່ເຫັນເປັນຕົວຕົນ, ແຕ່ວ່າ ມັນມີຈິງ ແລະມັນກຳລັງກົດດັນ." "ພວກເຮົາຈໍາເປັນຕ້ອງເວົ້າກ່ຽວກັບມັນ. ພວກເຮົາຈໍາເປັນຕ້ອງໄດ້ລົງມືປະຕິບັດ."
ໂຄສົກຂອງສະຖານທູດຈີນປະຈໍາວໍຊິງຕັນ, ທ່ານຫລີວ ເພັງຢູ (Liu Pengyu) ໄດ້ປະຕິເສດການກ່າວຫາຂອງຜູ້ນໍາຕາເວັນຕົກ ໂດຍກ່າວຢູ່ໃນຖະແຫຼງການສະບັບນຶ່ງທີ່ສົ່ງທາງອີເມລຕໍ່ອົງການຂ່າວເອພີ (AP) ວ່າ ຈີນ "ຄັດຄ້ານ ຢ່າງໜັກແໜ້ນ ແລະຕໍ່ສູ້ກັບການໂຈມຕີທາງອິນເຕີແນັດ ໃນທຸກຮູບແບບ" ແລະເອີ້ນຂໍ້ ກ່າວຫານັ້ນວ່າ ບໍ່ມີມູນຄວາມຈິງ.
ຖະແຫຼງການນັ້ນກ່າວອີກວ່າ “ພວກເຮົາຈະບໍ່ຊຸກຍູ້, ສະໜັບສະໜູນ ຫຼືໃຫ້ອະໄພຕໍ່ການໂຈມຕີທາງອິນເຕີແນັດ.
ໃນການສະແດງການຍອມຮັບ ຕໍ່ຄວາມເຄັ່ງຕຶງ ລະຫວ່າງຈີນ ກັບໄຕ້ຫວັນນັ້ນ, ທ່ານເວຣ ຍັງກ່າວຢູ່ໃນການໃຫ້ຄຳປາໄສນີ້ວ່າ ການຍຶດຄອງໄຕ້ຫວັນໂດຍການໃຊ້ກຳລັງບັງຄັບຈາກປັກກິ່ງ "ຈະເປັນການສະແດງໃຫ້ເຫັນເຖິງການລົບກວນ ທາງທຸລະກິດ ທີ່ຮ້າຍແຮງທີ່ສຸດ ທີ່ໂລກເຄີຍເຫັນມາ."