ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະ ອັງກິດ ເປີດການບຸກໂຈມຕີຕືຶ່ມອີກ ທີ່ແນເປົ້າໃສ່ອາວຸດຢຸດໂທປະກອນ ໃນເຢເມນ ທີ່ກຸ່ມຮູຕີຄວບຄຸມ


ຮູບພາບນີ້ ທີ່ສະໜອງໃຫ້ໂດຍກອງທັບສະຫະລັດ ສະແດງໃຫ້ເຫັນເຮືອບິນ ກຳລັງບິນຂຶ້ນຈາກເຮືອ USS Dwight D. Eisenhower ໃນທະເລແດງ, ວັນທີ 22 ມັງກອນ 2024. ກອງທັບສະຫະລັດ ແລະອັງກິດ ໄດ້ຖິ້ມລະເບີດໃສ່ເປົ້າໝາຍຫຼາຍຈຸດ ໃນ 8 ສະຖານທີ່ ທີ່ນຳໃຊ້ໂດຍກຸ່ມຮູຕີ ທີ່ໜູນຫຼັງໂດຍອີຣ່ານ ໃນເຢເມນ ໃນຕອນກາງຄືນວັນຈັນ.
ຮູບພາບນີ້ ທີ່ສະໜອງໃຫ້ໂດຍກອງທັບສະຫະລັດ ສະແດງໃຫ້ເຫັນເຮືອບິນ ກຳລັງບິນຂຶ້ນຈາກເຮືອ USS Dwight D. Eisenhower ໃນທະເລແດງ, ວັນທີ 22 ມັງກອນ 2024. ກອງທັບສະຫະລັດ ແລະອັງກິດ ໄດ້ຖິ້ມລະເບີດໃສ່ເປົ້າໝາຍຫຼາຍຈຸດ ໃນ 8 ສະຖານທີ່ ທີ່ນຳໃຊ້ໂດຍກຸ່ມຮູຕີ ທີ່ໜູນຫຼັງໂດຍອີຣ່ານ ໃນເຢເມນ ໃນຕອນກາງຄືນວັນຈັນ.

ເຮືອບິນລົບຂອງສະຫະລັດ ແລະອັງກິດ ທີ່ໄດ້ຮັບການສະໜັບສະໜູນ ຈາກກຳປັ່ນແລະເຮືອດຳນ້ຳ ໄດ້ດຳເນີນການໂຈມຕີຫຼາຍຄັ້ງ ເຂົ້າໄປໃນເຂດທີ່ຄວບຄຸມໂດຍພວກ ຮູຕີ ຂອງເຢເມນ ໃນຕອນແລງວັນຈັນວານນີ້ ໂດຍມີເປົ້າໝາຍເພື່ອຫຼຸດຂີດຄວາມສາມາດຂອງພວກຫົວຮຸນແຮງ ຮູຕີ ທີ່ໜູນຫຼັງໂດຍອີຣ່ານ ເຊ່ິງໄດ້ພະຍາຍາມໂຈມຕີເສັ້ນທາງຂົນສົ່ງທາງເຮືອທີ່ສຳຄັນ ໃນ​ຕາ​ເວັນ​ອອກ​ກາງ​.

ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດສະຫະລັດ ​ກ່າວ​ວ່າ ການ​ໂຈມ​ຕີດັ່ງກ່າວ ​ໄດ້​ຖືກເປົ້າ​ໝາຍຫຼາຍຈຸດ ໃນ 8 ສະຖານທີ່, ລວມ​ທັງສະຖານທີ່​ເກັບ​ມ້ຽນໃຕ້​ດິນ​ ພ້ອມ​ທັງ​ສະຖານທີ່​ຍິງ​ລູກ​ສອນ​ໄຟ ແລະສະຖານທີ່ອື່ນໆ​ທີ່​ກ່ຽວຂ້ອງ​ກັບ​ຄວາມ​ສາ​ມາດໃນການ​ເຝົ້າ​ລະ​ວັງ​ຂອງ ກຸ່ມຮູຕີ.

​ເຈົ້າ​ໜ້າ​ທີ່​ທະຫານ​ອະວຸ​ໂສ​ຄົນ​ນຶ່ງ ໄດ້ບອກກັບພວກ​ນັກ​ຂ່າວ​ວ່າ ສະຖານ​ທີ່​ໂຈມ​ຕີ ​ໄດ້​ຖືກ​ເລືອກ​ໂດຍ​ເຈດ​ຕະນາ ​ເພື່ອກຳນົດເປົ້າໝາຍໃສ່ລະບົບ​ອາວຸດ ​ເພື່ອ​ບໍ່​ໃຫ້​ມີ​ຜູ້​ບາດ​ເຈັບ ຫຼືເສຍຊີວິດ. ເຈົ້າ​ໜ້າ​ທີ່​ໄດ້​ປະ​ເມີນ​ວ່າ ສະຖານ​ທີ່​ເກັບ​ມ້ຽນ​ໃຕ້​ດິນດັ່ງກ່າວ ​ມີ “ອາວຸດ​ຍຸດ​ໂທ​ປະກອນ​ແບບ​ທຳ​ມະ​ດາ​ທີ່​ກ້າວໜ້າ” ​ຢູ່ໃນ​ນັ້ນ ຫຼາຍກ່ວາ​ ສະຖານ​ທີ່ໄດ້​ຖືກ​ໂຈມ​ຕີຄັ້ງ​ທຳ​ອິດ ​ໃນ​ວັນ​ທີ 11 ມັງກອນ.

“ການໂຈມຕີທີ່ແນ່ນອນເຫຼົ່ານີ້… ແມ່ນເປັນການຕອບໂຕ້ຕໍ່ການກະທຳທີ່ຜິດກົດໝາຍ, ເປັນອັນຕະລາຍ ແລະສ້າງຄວາມບໍ່ໝັ້ນຄົງ ຂອງກຸ່ມ ຮູຕີ”, ສະຫະລັດ ແລະອັງກິດ ກ່າວໃນຖະແຫຼງການສະບັບນຶ່ງ ໂດຍ ໃຫ້ຂໍ້ສັງເກດວ່າ ການໂຈມຕີຄັ້ງລ່າສຸດນີ້ ເກີດຂຶ້ນໂດຍການສະໜັບສະໜູນຂອງ ອອສເຕຣເລຍ, ບາເຣນ, ການາດາ ແລະ ປະເທດ. ເນເທີແລນ.

ຖະແຫຼງການຍັງກ່າວຕື່ມວ່າ "ພວກເຮົາຈະບໍ່ລັງເລທີ່ຈະປົກປ້ອງຊີວິດ ແລະການເຄື່ອນຍ້າຍຂອງການຄ້າເສລີ ໃນເສັ້ນທາງນ້ໍາທີ່ສໍາຄັນທີ່ສຸດເສັ້ນນຶ່ງ ໃນໂລກ ໃນການປະເຊີນໜ້າກັບໄພຂົ່ມຂູ່ຢ່າງຕໍ່ເນື່ອງ,".

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG