ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ອັງ​ກິດ ຝ​ຣັ່ງ ຮຽກ​ຮ້ອງ​ໃຫ້ ສ​ປ​ຊ ສືບ​ສວນ​ການ​ໃຊ້​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ຂອງ​ອີ​ຣ່ານ ໃນ​ຢູ​ເຄ​ຣນ


ແຟ້ມ - ຮູບນີ້​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ເວັບ​ໄຊ ຂອງກອງ​ທັບ​ອີ​ຣ່ານ​ເມື່ອ​ວັນ​ທີ 20 ເມ​ສາ 2023 ມີ​ການ​ໂດ​ຣນ​ທີ່​ຜະ​ລິດ​ໂດຍ​ອີ​ຣ່ານ. ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ກ່າວ​ວ່າ ຕົນ​ໄດ້​ສົ່ງ​ມອບ​ໂດ​ຣນ​ທີ່​ບິນ​ໄດ້​ໃນ​ໄລ​ຍະ​ໄກ​ໃຫ້​ແກ່​ທາງກອງ​ທັບ 200 ກວ່າ​ລຳ. (Iranian army via AP)
ແຟ້ມ - ຮູບນີ້​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ເວັບ​ໄຊ ຂອງກອງ​ທັບ​ອີ​ຣ່ານ​ເມື່ອ​ວັນ​ທີ 20 ເມ​ສາ 2023 ມີ​ການ​ໂດ​ຣນ​ທີ່​ຜະ​ລິດ​ໂດຍ​ອີ​ຣ່ານ. ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ກ່າວ​ວ່າ ຕົນ​ໄດ້​ສົ່ງ​ມອບ​ໂດ​ຣນ​ທີ່​ບິນ​ໄດ້​ໃນ​ໄລ​ຍະ​ໄກ​ໃຫ້​ແກ່​ທາງກອງ​ທັບ 200 ກວ່າ​ລຳ. (Iranian army via AP)

ສະ​ຫະ​ລັດ ຝ​ຣັ່ງ ແລະ​ອັງ​ກິດ ໄດ້​ກ່າວ​ຫາ​ອີ​ຣ່ານ ແລະ​ຣັດ​ເຊຍ​ວ່າ ລະ​ເມີດ​ມະ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ກ່ຽວ​ກັບ​ການ​ໂອນ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ ຫຼື​ໂດ​ຣນ​ຂອງ​ເຕ​ຫະ​ຣ່ານ ໄປ​ໃຫ້​ມົ​ສ​ກູ ບ່ອນ​ທີ່ກອງ​ທັບ​ຂອງ​ຣັດ​ເຊຍ​ໄດ້​ໃຊ້​ໂຈມ​ຕີ​ຫົວ​ເມືອງ​ຕ່າງໆ​ຂອງ​ຢູ​ເຄ​ຣນ ຊ້ຳ​ແລ້ວ​ຊ້ຳ​ອີກ.

ປະ​ເທດ​ມະ​ຫາ​ອຳ​ນາດ​ທັງ​ສາມກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ເຕ​ຫະ​ຣ່ານ​ແລະ​ມົ​ສ​ກູ​ລະ​ເມີດ​ພັນ​ທະ​ຂອງ​ຕົນ ​ພາຍ​ໃຕ້​ມະ​ຕິ 2231 ຂອງ​ສະ​ຫະ​ປະ​ຊາ​ຊາດ ຊຶ່ງ​ໄດ້​ປົກປ້ອງ​ຂໍ້​ຕົກ​ລົງ​ນິວ​ເຄ​ລຍ​ປີ 2015 ຂອງ​ອີ​ຣ່ານ​ຢູ່​ໃນ​ກົດ​ໝາຍ​ສາ​ກົນ​ແລະ​ຍ້ອນ​ການ​ໂອນ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບຫຼື​ໂດ​ຣນ ໂດຍ​ບໍ່​ໄດ້​ຮັບ​ການ​ອະ​ນຸ​ມັດ​ລ່ວງ​ໜ້າ​ຈາກ​ ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ພວກ​ເຂົາ​ແມ່ນ​ໄດ້​ລະ​ເມີດ​ມະ​ຕິ​ດັ່ງ​ກ່າວ.

ປະ​ເທດ​ມະ​ຫາ​ອຳ​ນາດ​ທັງ​ສາມ ຮຽກ​ຮ້ອງ​ໃຫ້​ສະ​ຫະ​ປະ​ຊາ​ຊາດ​ທຳ​ການ​ແກ້​ໄຂ​ຕໍ່​ການ​ກ່າວ​ຫາ​ໃນ​ລ່ວງ​ລະ​ເມີດນີ້ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ເຄິ່ງ​ປີກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ດັ່ງ​ກ່າວ.

“ໂດຍ​ສະ​ເພາະ​ແລ້ວ ສຳ​ນັກ​ງານ​ເລ​ຂາຂອງ​ສະ​ຫະ​ປະ​ຊາ​ຊາດ ໂດຍ​ປາ​ສະ​ຈາກ​ການ​ຊັກ​ຊ້າ​ໃດໆ ສົ່ງ​ຄະ​ນະ​ສືບ​ສວນ​ໄປ​ຍັງ​ກີ​ຢິບ ເພື່ອກວດ​ກາ​ເບິ່ງ​ຊາກ​ຫັກ​ພັງ​ຈາກ​ອາ​ວຸດ​ເຫຼົ່າ​ນີ້ ທີ່​ນຳ​ໃຊ້​ໂດຍ​ຣັດ​ເຊຍ​ຕໍ່​ຢູ​ເຄ​ຣນ” ນັ້ນ​ຄື​ຄຳ​ເວົ້າ ​ຂອງ​ທ່ານ​ໂຣ​ເບີດ ວູດ (Robert Wood) ທູດ​ພິ​ເສດ​ຂອງ​ສະ​ຫະ​ລັດ ໂດຍ​ກ່າວ​ຕື່ມ​ວ່າ ເລ​ຂາ​ທິ​ການ​ໃຫຍ່ ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ອານ​ໂຕ​ນິ​ໂອ ກູ​ເຕ​ເຣ​ສ ຄວນ​ຈະ​ລາຍ​ງານ​ຕໍ່​ສະ​ພາ​ຄວາມ​ໝັ້ນ​ຄົງ ​ໃນ​ການ​ຊັ່ງ​ຊາ​ຂອງ​ທ່ານກ່ຽວ​ກັບເລື້ອງ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບຂອງ​ອີ​ຣ່ານ ທີ່​ຖືກ​ພົບ​ເຫັນ​ຢູ່​ໃນ​ຢູ​ເຄ​ຣນ ພາຍ​ໃນ​ໄລ​ຍະ 30 ມື້ຕໍ່ໜ້າ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG