ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ປ່ຽນມາໃຊ້ເຄື່ອງມື ທີ່ມັ​ັ​ກໃຊ້ເລື້ອຍໆ ຂະນະທີ່ອິສຣາແອລ ປະເຊີນກັບການວິຈານທີ່ເພີ້ມຂຶ້ນ


ແຟ້ມພາບ -​ທຳນຽບຂາວ ທີ່ເຫັນຢູ່ໃນ ວໍຊິງຕັນ. ທັງທຳນຽບຂາວ ແລະ ທຳນຽບຫ້າແຈ ປະກາດໃນວັນອັງຄານວ່າ ສະຫະລັດ ມີຂໍ້ມູນທີ່ສະໜັບສະໜູນການກ່າວອ້າງຂອງອິສຣາແອລທີ່ວ່າ ກຸ່ມຮາມາສ ໃຊ້ໂຮງໝໍ ຊີຟາ ໃນກາຊາ ເພື່ອຄວບຄຸມການປະຕິບັດການຕໍ່ຕ້ານອິສຣາແອລ.
ແຟ້ມພາບ -​ທຳນຽບຂາວ ທີ່ເຫັນຢູ່ໃນ ວໍຊິງຕັນ. ທັງທຳນຽບຂາວ ແລະ ທຳນຽບຫ້າແຈ ປະກາດໃນວັນອັງຄານວ່າ ສະຫະລັດ ມີຂໍ້ມູນທີ່ສະໜັບສະໜູນການກ່າວອ້າງຂອງອິສຣາແອລທີ່ວ່າ ກຸ່ມຮາມາສ ໃຊ້ໂຮງໝໍ ຊີຟາ ໃນກາຊາ ເພື່ອຄວບຄຸມການປະຕິບັດການຕໍ່ຕ້ານອິສຣາແອລ.

ເນື່ອງຈາກອິສຣາແອລ ຢູ່ພາຍໃຕ້ຄວາມກົດດັນທີ່ເພີ່ມຂຶ້ນ ຍ້ອນຈໍານວນຜູ້ເສຍຊີວິດທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຢູ່ໃນເຂດກາຊາ ແລະຮູບພາບຂອງຊາວປາແລັສໄຕນ໌ທີ່ທຸກທໍລະມານ ທີ່ຖ້ວມ​ລົ້ນໃນສື່ສັງຄົມ, ສະຫະລັດຈຶ່ງໄດ້ເປີດໄປຫາໜ້າທີ່ຄຸ້ນເຄີຍ ໃນປື້ມບັນທຶກນະໂຍບາຍການຕ່າງປະເທດຂອງຕົນ ນັ້ນຄື ເປີດ​ເຜີຍຄວາມລັບ ແລະເຜີຍແຜ່ຂ່າວກອງບາງສ່ວນ.

ທັງທຳນຽບຂາວ ແລະທຳນຽບຫ້າແຈ ປະກາດໃນວັນອັງຄານ ວ່າ ສະຫະລັດ ມີຂໍ້ມູນສະໜັບສະໜູນ ການອ້າງຂອງອິສຣາແອລວ່າ ກຸ່ມຮາມາສ ທີ່ວໍຊິງຕັນ ກຳນົດໃຫ້ເປັນອົງການກໍ່ການຮ້າຍ ມາດົນນານນັ້ນ ກຳລັງນຳໃຊ້ໂຮງໝໍຊີຟາ (Shifa) ຂອງເຂດກາຊາ ເພື່ອປະຕິບັດການຕໍ່ຕ້ານອິສຣາແອລ.

"ພວກເຮົາມີຂໍ້ມູນທີ່ຢືນຢັນວ່າ ກຸ່ມຮາມາສ ກໍາລັງໃຊ້ໂຮງໝໍດັ່ງກ່າວນັ້ນ ເປັນບ່ອນຄວບຄຸມ ແລະ ບັນຊາການ," ໂຄສົກຂອງສະພາຄວາມໝັ້ນຄົງແຫ່ງຊາດ ທ່ານຈອນ ເຄີບີ ກ່າວຕໍ່ບັນດານັກຂ່າວທີ່ເດີນທາງຮ່ວມກັບ ປະທານາທິບໍດີ ໂຈ ໄບເດັນ ຢູ່ເທິງເຮືອບິນປະ​ຈຳ​ຕຳ​ແໜ່ງ Air Force One.

"ພວກເຂົາມີອາວຸດທີ່ເກັບໄວ້ຢູ່ທີ່ນັ້ນ ແລະກຽມພ້ອມທີ່ຈະຕອບໂຕ້ຕໍ່ການປະຕິ ບັດການທາງທະຫານຂອງ ອິສຣາແອລ ຕໍ່ສະຖານທີ່ດັ່ງກ່າວ", ທ່ານນາງ ຊາບຣີນາ ຊິງ (Sabrina Singh) ຮອງໂຄສົກທຳນຽບຫ້າແຈ ກ່າວຕໍ່ບັນດານັກຂ່າວ ທຳນຽບຫ້າແຈ, ໂດຍກ່າວຕື່ມວ່າໂຮງໝໍຊີຟາ (Shifa) ແມ່ນເປັນ​ພຽງໜຶ່ງໃນຫຼາຍໆແຫ່ງທີ່ກຸ່ມຮາມາສ ແລະພັນທະມິດ ຄືກຸ່ມຈີຮາດ ອິສລາມ ປາແລັສໄຕນ໌ (Palestinian Islamic Jihad) ໃຊ້," ເພື່ອປົກປິດແລະສະຫນັບ ສະຫນູນການປະຕິບັດການທາງທະຫານຂອງພວກເຂົາແລະຈັບຕົວຕົວປະກັນ."

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG