ລັດຖະບານທ່ານ ທຣຳ ໄດ້ກ່າວໃນຕອນແລງຂອງວັນອາທິດວານນີ້ວ່າ ເທີກີ “ຈະກ້າວ
ໄປຂ້າງໜ້າໃນໄວໆນີ້” ດ້ວຍແຜນການຂອງເຂົາເຈົ້າທີ່ຈະດຳເນີນການປະຕິບັດການ
ທາງທະຫານໃນພາກເໜືອຂອງປະເທດ ຊີເຣຍ ເພື່ອຕໍ່ສູ້ກັບນັກຮົບຊາວ ເຄີດ ຊີເຣຍ
ທີ່ບັນດາຜູ້ນຳ ເທີກີ ເຫັນວ່າເປັນໄພຂົ່ມຂູ່.
ທຳນຽບຂາວໄດ້ກ່າວ, ໂດຍອ້າງເຖິງການລົມໂທລະສັບລະຫວ່າງປະທານາທິບໍດີ ດໍ
ໂນລ ທຣຳ ກັບ ປະທານາທິບໍດີ ຂອງ ເທີກີ ທ່ານ ຣີເຊັບ ໄຕຢິບ ເອີດູອານ ວ່າ “ກອງ
ກຳລັງຕິດອາວຸດ ສະຫະລັດ ຈະບໍ່ສະໜັບສະໜູນ ຫຼື ມີສ່ວນຮ່ວມໃນການປະຕິບັດການ,
ແລະ ກອງກຳລັງ ສະຫະລັດ, ໄດ້ເອົາຊະນະເຂດແດນທີ່ພວກ ISIS ປົກຄອງ, ຈະບໍ່ເຂົ້າ
ໄປໃນຂົງເຂດນັ້ນອີກຕໍ່ໄປ.”
ກອງກຳລັງ ສະຫະລັດ ໄດ້ໜູນຫຼັງນັກຮົບຊາວ ເຄີດ ໃນການຕໍ່ສູ້ເພື່ອຍຶດການຄວບຄຸມ
ຈາກພວກນັກຮົບລັດອິດສະລາມຄືນໃນ ຊີເຣຍ.
ກອງກຳລັງປະຊາທິປະໄຕ ຊີເຣຍ ຫຼື SDF, ເຊິ່ງແມ່ນກອງທັບພັນທະມິດນຳໜ້າໂດຍ
ຊາວ ເຄີດ ທີ່ຄວບຄຸມເກືອບນຶ່ງສ່ວນສີ່ຂອງເຂດແດນໃນ ຊີເຣຍ ນັ້ນ, ໄດ້ກ່າວໃນວັນ
ອາທິດວານນີ້ວ່າ ຖ້າມີການລ່ວງລ້ຳຂອງ ເທີກີ ເຂົ້າໃນ ຊີເຣຍ ມັນກໍຈະເຮັດໃຫ້ພາກ
ພື້ນທັງໝົດຕົກຢູ່ໃນຄວາມບໍ່ໝັ້ນຄົງຢ່າງບໍ່ມີກຳນົດ.
ທ່ານ ມຸສຕາຟາ ບາລີ, ໂຄສົກຂອງກອງກຳລັງ SDF ໄດ້ກ່າວວ່າ “ພວກເຮົາເຫັນໄພຂົ່ມ
ຂູ່ ເທີກີ ນີ້ຮ້າຍແຮງຫຼາຍ.”
ລາວໄດ້ກ່າວຕໍ່ວີໂອເອວ່າ “ພວກເຮົາຢ້ານວ່າ ຈະມີການສັງຫານຄົນຈຳນວນຫຼາຍ ຕໍ່
ປະຊາຊົນຂອງພວກເຮົາ ຖ້າກອງກຳລັງ ເທີກີ ບຸກເຂົ້າໃນພາກສ່ວນນີ້ຂອງ ຊີເຣຍ.”
ໃນວັນເສົາແລ້ວນີ້, ທ່ານ ເອີດູອານ ໄດ້ກ່າວຂົ່ມຂູ່ອີກຄັ້ງນຶ່ງວ່າຈະທຳການໂຈມຕີທາງ
ທະຫານໃນພາກຕາເວັນອອກສຽງເໜືອຂອງ ຊີເຣຍ ເພື່ອລົບລ້າງພວກນັກຮົບຊາວ ເຄີດ
ຊີເຣຍ ຈາກເຂດຊາຍແດນຂອງ ເທີກີ.
ທ່ານໄດ້ກ່າວໃນລະຫວ່າງກອງປະຊຸມພັກ AK ຂອງທ່ານວ່າ “ພວກເຮົາໄດ້ທຳການກະ
ກຽມຂອງພວກເຮົາ, ພວກເຮົາໄດ້ສຳເລັດແຜນປະຕິບັດການຂອງພວກເຮົາ, ໄດ້ໃຫ້
ການຊີ້ນຳທີ່ຈຳເປັນ.”
ເທີກີ ພິຈາລະນາໜ່ວຍປົກປ້ອງປະຊາຊົນ, ເຊິ່ງແມ່ນກຳລັງຫຼັກຂອງກຸ່ມ SDF, ວ່າເປັນ
ສາຂາຂອງພັກກຳມະກອນ ເຄີດິສຖານ ຫຼື PKK ທີ່ອາໄສຢູ່ໃນ ເທີກີ, ເຊິ່ງໄດ້ຕໍ່ສູ້ເພື່ອ
ສິດທິຫຼາຍກວ່າເກົ່າ ໃນພາກຕາເວັນອອກສຽງໃຕ້ທີ່ມີຊາວ ເຄີດ ອາໄສຢູ່ສ່ວນຫຼາຍ
ຂອງ ເທີກີ ເປັນເວລາຫຼາຍທົດສະວັດ.
ພັກ PKK ຖືກພິຈາລະນາວ່າເປັນອົງການກໍ່ການຮ້າຍໂດຍ ເທີກີ, ສະຫະລັດ ແລະ ສະ
ຫະພາບ ຢູໂຣບ.
ແຕ່ ສະຫະລັດ ໄດ້ທຳການຈຳແນກລະຫວ່າງ ກຸ່ມ PKK ກັບ YPG, ດ້ວຍການໜູນຫຼັງ
ກຸ່ມ YPD ທີ່ຖືກຄວບຄຸມໂດຍກອງກຳລັງ SDF ໃນການຕໍ່ສູ້ກັບ ກຸ່ມກໍ່ການຮ້າຍລັດ
ອິສລາມໃນ ຊີເຣຍ.