ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະ ເທີກີ ແນເປົ້າໃສ່ເຄືອຂ່າຍການເງິນ ທີ່ເຊື່ອມໂຍງກັບກຸ່ມລັດອິສລາມ


ຕຶກະຊວງການເງິນ ສະຫະລັດ ໃນນະຄອນຫຼວງ ວໍຊິງຕັນ, 04 ພຶດສະພາ 2021.
ຕຶກະຊວງການເງິນ ສະຫະລັດ ໃນນະຄອນຫຼວງ ວໍຊິງຕັນ, 04 ພຶດສະພາ 2021.

ກະຊວງການເງິນ ສະຫະລັດ ໄດ້ກ່າວໃນວັນພະຫັດວານນີ້ວ່າ ເຂົາເຈົ້າໄດ້ທຳ ການປະຕິບັດການຮ່ວມກັບປະເທດ ເທີກີ ຕໍ່ເຄືອຂ່າຍທີ່ເຂົາເຈົ້າກ່າວວ່າ ມີບົດ ບາດທີ່ສຳຄັນໃນການບໍລິຫານ, ໂອນ ແລະ ແຈກຢາຍເງິນໃຫ້ກຸ່ມຫົວຮຸນແຮງ ລັດອິສລາມ ທີ່ປະຕິບັດງານໃນປະເທດ ອີຣັກ ແລະ ຊີເຣຍ.

ກະຊວງການຕ່າງປະເທດ ເທີກີ ໄດ້ກ່າວໃນທວິດເຕີວ່າ ຊັບສິນຂອງ 7 ບຸກຄົນ ຫຼື ຜູ້ທີ່ມີສິດທາງກົດໝາຍ ທີ່ມີສ່ວນຮ່ວມໃນການສະໜອງເງິນ ໃຫ້ກຸ່ມດັ່ງກ່າວ ແມ່ນໄດ້ຖືກຍຶດໄວ້.

ກະຊວງການເງິນ ສະຫະລັດ ໄດ້ກ່າວວ່າ 4 ບຸກຄົນ ແລະ ສອງໜ່ວຍງານໃນ ເທີກີ ແມ່ນຖືກກຳນົດ​ໃຫ້ຢູ່ພາຍໃຕ້ມາດຕະການລົງໂທດສະຫະລັດ.

​ບຸກ​ຄົນ​ເຫຼົ່າ​ນີ້ລວມມີ ຄົນອີຣັກ ທີ່ອາໄສຢູ່ໃນປະເທດ ເທີກີ ຢ່າງຜິດກົດໝາຍ, ທ້າວ ບຣູຄານ ອາລ-ຄາຕູນີ (Brukan al-Khatuni), ລູກຊາຍຂອງລາວສອງຄົນ ແລະ ຜູ້ຮ່ວມງານຄົນນຶ່ງ, ແລະ ຫົວໜ່ວຍທຸລະກິດສອງແຫ່ງ ທີ່ພວກເຂົາໃຊ້ ເພື່ອໂອນເງິນຕາງໜ້າໃຫ້ ​ກຸ່ມລັດອິສລາມ, ເຊິ່ງຮູ້ຈັກກັນໃນອີກຊື່ນຶ່ງວ່າ ISIS ລະຫວ່າງ ເທີກີ, ອີຣັກ ແລະ ຊີເຣຍ ອີງຕາມການກ່າວໃນຖະແຫຼງການສະບັບນຶ່ງຂອງກະຊວງການເງິນ

ມາດຕະການລົງໂທດດັ່ງກ່າວຈະຍຶດຊັບສິນທຸກຢ່າງທີ່ພວກເຂົາມີໃນ ສະຫະລັດ ແລະ ໂດຍທົ່ວໄປແລ້ວຫ້າມປະຊາຊົນ ອາເມຣິກັນ ບໍ່ໃຫ້ທຳການຕໍ່ລອງນຳ ພວກເຂົາ.

ພວກລັດອິສລາມ ໄດ້ຂ້າ ແລະ ປະຫານຊີວິດປະຊາຊົນຫຼາຍພັນຄົນຍ້ອນການ ແປຄວາມໝາຍທີ່ຮຸນແຮງຂອງສາສະໜາອິສລາມ ກ່ອນທີ່ພວກເຂົາໄດ້ສູນເສຍ ເຂດແດນ ໃນ ອີຣັກ ປີ 2017 ແລະ ຊີເຣຍ ໃນປີ 2019.

ໃນເດືອນແລ້ວນີ້ ກຸ່ມດັ່ງກ່າວໄດ້ຕັ້ງຜູ້ນຳຄົນໃໝ່, ທ້າວ ອາບູ ອາລ-ຮຸສເຊນ ອາລ-ຮຸສເຊນນີ ອາລ-ຄູໄຣຊີ (Abu al-Hussein al-Husseeini al-Quraishi), ຫຼັງຈາກຫົວໜ້າຄົນກ່ອນ ໄດ້ລະເບີດຕົນເອງຕາຍ ໃນເດືອນຕຸລາທີ່ຜ່ານມາ ໃນຂະນະທີ່ຖືກປິດລ້ອມ ໂດຍອະດີດກະບົດຕໍ່ຕ້ານລັດຖະບານໃນ ພາກໃຕ້ຂອງ ຊີເຣຍ.

ສະຫະລັດ ໃນເດືອນພະຈິກທີ່ຜ່ານມາໄດ້ຈັດສີ່ບຸກຄົນ ແລະ ແປດບໍລິສັດທີ່ໃຫ້ ການຊ່ວຍເຫຼືອກຸ່ມດັ່ງກ່າວເຂົ້າໃນບັນຊີດຳ ແລະ ໃນເດືອນພຶດສະພະປີກາຍນີ້ ໄດ້ວາງມາດຕະການລົດໂທດໃສ່ເຄືອຂ່າຍຂອງຜູ້ອຳນວຍສະດວກດ້ານການເງິນ​ກຸ່ມລັດອິສລາມ 5 ແຫ່ງທີ່ເຮັດວຽກໃນທົ່ວປະເທດ ອິນໂດເນເຊຍ, ຊີເຣຍແລະ ເທີກີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG