ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສ​ຫລ ກ່າວ​ວ່າ ຈະ​ບໍ່​ຟ້າວຟັ່ງ ໃນ​ການ​ຖອນ​ທະ​ຫານ​ອອກ​ຈາກ​ຊີ​ເຣຍ


ແຖວ​ລົດທະ​ຫານ​ສະ​ຫະ​ລັດ ກຳ​ລັງ​ແລ່ນ​ຜ່ານ​ດ່ານກວດກາ ຂອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອ​ດ​ໄພ​ສາ​ກົນ ໃນ​ເມືອງ ແມນ​ບິ​ສ ພາ​ກ​ເໜືອ​ຂອງ​ຊີ​ເ​ຣຍ ວັນ​ທີ 30 ທັນ​ວາ 2018.
ແຖວ​ລົດທະ​ຫານ​ສະ​ຫະ​ລັດ ກຳ​ລັງ​ແລ່ນ​ຜ່ານ​ດ່ານກວດກາ ຂອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອ​ດ​ໄພ​ສາ​ກົນ ໃນ​ເມືອງ ແມນ​ບິ​ສ ພາ​ກ​ເໜືອ​ຂອງ​ຊີ​ເ​ຣຍ ວັນ​ທີ 30 ທັນ​ວາ 2018.

ທີ່​ປຶກ​ສາ​ດ້ານຄວາມ​ປອດ​ໄພ​ແຫ່ງ​ຊາດ ທ່ານ​ຈອນ ບອ​ລ​ຕັນ ມີ​ກຳ​ນົດທີ່ຈະປະຊຸ​ມສົນ
​ທະ​ນາ​ໃນ​ວັນ​ຈັນ​ມື້​ນີ້ ​ທີ່​ເທີ​ກີ ໃນ​ຂະ​ນະ​ທີ່​ລັດ​ຖະ​ບານ​ປະ​ທ​າ​ນາ​ທິ​ບໍ​ດີ​ ດໍ​ໂນ​ລ​ ທ​ຣຳ
ຊອກ​ຫາ​ການ​ຄ້ຳ​ປະ​ກັນ​ວ່າ ກຳ​ລັງເທີ​ກີຈະ​ບໍ່ຖືເອົາ​ເປັນ​ເປົ້າ​ໝາຍພວກ​ພັນ​ທະ​ມິດ
​ສະ​ຫະ​ລັດນັກ​ລົບ​ກ​ເຄີດ. ​

ການ​ຢ້ຽມ​ຢາມ​ເທີ​ກີ ມີ​ຂຶ້ນ​ນຶ່ງ​ມື້ ​ຫຼັງ​ຈາກ​ທ່ານບອ​ລ​ຕັນ​ກ່າວ​ວ່າ ການ​ປ້ອງ​ກັນ​ພວກ
​ນັກ​ລົບ​ເຄີດ ຜູ້​ທີ່​ໄດ້​ຊ່ວຍ​ສູ້​ລົບ​ກັບພວກ​ຫົວ​ຮຸນ​ແຮງ​ລັດ​ອິ​ສ​ລາ​ມ ໄດ້​ເປັນ​ນຶ່ງຢູ່ໃນ​
ສ​ະ​ພາບ​ຄວາມ​ຈຳ​ເປັນແກ່​ການ​ຖອນ​ທະ​ຫານ​ສະ​ຫະ​ລັດ 2,000 ຄົນ​ອອກ
ຈາກຊີ​ເຣຍ.

ທ່ານບອ​ລ​ຕັນ ໄດ້​ບອກພວກ​ນັກ​ຂ່າວ​ໃນ​ວັນ​ອາ​ທິດ​ວານ​ນີ້​ວ່າ “ພວກ​ເຮົາ​ບໍ່​ຄິດ​ວ່າ​
ເທີ​ກີ​ສົມ​ຄວນ​ທີ່​ຈ​ະ​ເອົາ​ບາດ​ກ້າວ​ທາງ​ທະ​ຫານ ທີ່​ບໍ່​ມີ​ການ​ປະ​ສານ​ງານ​ຢ່າງ​ເຕັມ​ທີ່​
ແລະຢ່າງ​ໜ້ອຍ​ເຫັນ​ພ້ອມ​ໂດຍ​ສະ​ຫະ​ລັດ ເພື່ອບໍ່ໃຫ້ເຂົາ​ເຈົ້າເປັນ​ອັນ​ຕະ​ລາຍ​ແກ່​
ກຳ​ລັງ​ຂອງພວກ​ເຮົາ ແຕ່​ເຂົາ​ເຈົ້າ​ຍັງ​ເປັນທີ່​ຕ້ອງ​ການ​ຂອງ​ປະ​ທາ​ນາ​ທິ​ບໍ​ດີຢູ່ ເພື່ອ
ຕໍ່ສູ້ກັບກຳ​ລັງ​ຝ່າຍ​ຄ້ານ​ລັດ​ຖະ​ບານ​ຊິ​ເຣຍ.”

ເທີ​ກີ ຖືວ່າພວກ​ນັກ​ລົບ​ເຄີດ ທີ່​ຮູ້​ກັນ​ວ່າ ໜ່ວຍ​ປ້ອງ​ກັນ​ປະ​ຊາ​ຊົນຊີ​ເຣຍ​ເຄີດ ຫຼື
YPG ທີ່​ເຊື່ອມ​ໂຍງ​ກັບ PKK ທີ່​ເປັນ​ກຸ່ມ​ເທີ​ກີເຫັນວ່າເປັນ​ກະ​ບົດມາ​ໄດ້​ຫຼາຍ​ທົດ​
ສະ​ວັດຢູ່​ທາງໃຕ້​ຂອງ​ເທີ​ກີ.

ບອ​ລ​ຕັນ​ກ່າວ​ວ່າ ​ບໍ່​ມີ​ເວ​ລາ​ຈຳ​ກັດ​ແກ່​ການ​ຖອນ​ທະ​ຫານ​ສະ​ຫະ​ລັດ ແຕ່​ວ່າ​ທ່ານ
ການ​ດຳ​ເນີນ​ຈະ​ບໍ່​ຈຳເປັນຕ້ອງມີຂຶ້ນທັນທີ. ​ຄຳ​ຖະ​ແຫຼງ​ຂອງ​ທ່ານ​ໄດ້ຢືນ​ຢັນເປີດ
​ເຜີຍ ເທື່ອ​ທຳ​ອິດວ່າ ລັດ​ຖະ​ບານ​ໄດ້ປ່ຽນແປງທ່ານທີໃນ​ຂັ້ນ​ເລີ້ມ​ຕົ້ນ​ວ່າ ຕົນ​ຈະ​
ຖອນ​ກຳ​ລັງ​ທະ​ຫານ​ພາຍ​ໃນ 30 ມື້ນັ້ນ.

ທ່ານບອ​ລ​ຕັນ​ກ່າວ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ “ຢາກໃຫ້ການນຳພາຂອງISIS
ຖືກ​ທຳ​ລາຍ” ທີ່​ອ້າງ​ເຖິງ​ລັດ​ອິ​ສ​ລາມ ຊຶ່ງ​ຄັ້ງ​ນຶ່ງ​ໄດ້​ອ້າງ​ເອົາ​ຣັກ​ກາ ທາງພາກ​ເໜືອ
ຂອງ​ຊີ​ເຣຍ​ເປັນ​ນະ​ຄອນ​ຫຼວງ​ຂອງດິນ​ແດນ​ສາ​ສະ​ໜາ​ຂອງ​ຕົນໃນ​ຊີ​ເຣຍ ແລະ​ອີ​ຣັກ.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໄດ້​ກ້າວກ່າຍບັນ​ດາ​ເຈົ້າ​ໜ້າ​ທີ່​ຄ​ວາມ​ປອ​ດ​ໄພ​ແຫ່ງ​ຊາດສະ​ຫະ​
ລັດ ແລະ​ເຮັດ​ໃຫ້​ພັນ​ທະ​ມິດ​ຕື່ນ​ຕົກ​ໃຈ​ກັບ​ຄຳ​ປະ​ກາດ​ຂອງ​ທ່ານ ໃນ​ວັນ​ທີ 19 ທັນ​
ວາ​ວ່າ ທ່ານ​ໄດ້​ຖອນ​ທະ​ຫານ​ສະ​ຫະ​ລັດ​ອອກ​ຈາ​ຊີ​ເຣຍ ບ່ອນ​ທີ່​ເຂົາ​ເຈົ້າ​ປະ​ບັດການ
ໂຈ​ມ​ຕີ​ທາງ​ອາ​ກາດ​ໃສ່​ລັດ​ອິ​ສ​ລາມ ແລະ​ຝ່າຍ​ຄ້ານ​ຊີ​ເຣຍ ແລະ​ ໃຫ້ການແນະ​ນຳ
ແກ່​ພວກ​ນັກ​ລົບ​ເຄີດ. ການ​ປະ​ຕິ​ບັດ​ຂອງ​ປະ​ທາ​ນາ​ທິບໍດີ​ທ​ຣຳ ໄດ້​ພົບ​ກັບ​ການ​ໃຫ້​ຄຳ
​ໝັ້ນ​ສັນ​ຍາ​ມາ​ເປັນ​ເວ​ລາ​ນານ ທີ່​ຈະ​ຖອນ​ທະ​ຫານ​ສະ​ຫະ​ລັດ​ອອກ​ຈາກ​ຊີ​ເ​ຣຍ ໄດ້​ດືງ
​ດູດ​ການ​ແຜ່​ຂະ​ຫຍາຍການ​ປະ​ທ້ວງ ຮວ​ມ​ທັງ​ຈາກ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ພັກ​ຣີ​ພັບ
​ບ​ລິ​ກັນ ແລະ​ນຳ​ໄປ​ສູ່​ການ​ລາ​ອອກ​ຂອງ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ທ່ານ​ຈິມ
ແມັ​ຕ​ຕິ​ສ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG