ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານໄມຕ໌ ພອມພຽວ ໄດ້ພົບປະກັບຄູ່ຕຳແໜ່ງ
ເທີກີ ໃນວັນສຸກມື້ນີ້ໃນຄວາມພະຍາຍາມເພື່ອໃຫ້ປ່ອຍໂຕ ທ່ານແອລດຣູ ບຣັນສັນ
ຄຸນພໍ່ສະຫະລັດ ທີ່ເທີກີກ່າວຫາວ່າໃຫ້ການໜູນຫຼັງແກ່ການກໍ່ການຮ້າຍນັ້ນ. ລັດຖະ
ບານປະທານາທິບໍດີທຣໍາ ທໍາການລົງໂທດຕໍ່ບັນດາເຈົ້າໜ້າທີ່ເທີກີ ຍ້ອນການກັກຂັງ
ຄຸນພໍ່ບຣັນສັນນີ້. ເທີກີກ່າວວ່່າ ການລົງໂທດດັ່ງກ່າວເປັນເລື້ອງທີ່ຮັບເອົາບໍ່ໄດ້.
ທ່ານພອມພຽວ ແລະທ່ານເມັຟວລຸຕ ກາວູໂຊກລູ ໄດ້ພົບປະກັນຢູ່ນອກກອງປະຊຸມ
ຂອງການປະຊຸມປະຈຳຂົງເຂດຂອງບັນດາລັດຖະມົນຕີຈາກປະ ເທດຕ່າງໆ ໃນສິງ
ກະໂປ.
ທ່ານພອມພຽວ ໄດ້ກ່າວຕໍ່ບັນດານັກຂ່າວທີ່ເດີນທາງໄປກັບທ່ານ ກ່ອນກອງປະຊຸມທີ່
ສະຫະລັດໄດ້ເຕືອນເທີກີນັ້ນວ່າ “ເຂັມເວລາໄດ້ໝົດລົງໄປແລ້ວ ແລະໄດ້ເປັນເວລາທີ່
ຄຸນພໍ່ບຣັນສັນຕ້ອງໄດ້ກັບຄືນບ້ານ.”
ນັກການທູດສູງສຸດຂອງສະຫະລັດທ່ານນີ້ຍັງກ່າວວ່າ “ຄຸນພໍ່ບຣັນສັນຕ້ອງການກັບຄືນ
ມາບ້ານເຮືອນ ກໍຄືກັນກັບຊາວອາເມຣິກັນໝົດທຸກຄົນທີ່ຖືກກັກຂັງໂດຍລັດຖະບານ
ເທີກີ. ເລື້ອງນີ້ມັນກໍເປັນທີ່ເຂົ້າໃຈໄດ້ງ່າຍໆ ຢູ່ແລ້ວ. ເຂົາເຈົ້າໄດ້ກັກຂັງບັນດາຄົນ
ເຫລົ່ານີ້ມາເປັນເວລາດົນນານແລ້ວ. ຄົນເຫລົ່ານີ້ແມ່ນບໍລິສຸດ.”
ເທີກີຍັງໄດ້ກັກຂັງພະນັກງານກົງສຸນສະຫະລັດ ທີ່ເປັນຊາວເທີກີອີກສາມຄົນຢູ່ໃນນະ
ຄອນອິສແຕນບຸລ.
ກະຊວງການຕ່າງປະເທດເທີກີ ໄດ້ຮ້ອງການລົງໂທດວ່າ “ເປັນການແຊກແຊງ ເຂົ້າໃນ
ລະບົບກົດໝາຍຂອງພວກເຮົາ ທີ່ຖືວ່າເປັນການບໍ່ໃຫ້ຄວາມນັບຖືແກ່ ພວກເຮົາ” ທີ່
ອາດເປັນໄພຕໍ່ “ການດໍາເນີນຄວາມພະຍາຍາມທີ່ມີລັກສະນະສ້າງສັນ ທີ່ກ້າວໄປສູ່
ການແກ້ໄຂບັນຫາຕ່າງໆລະຫວ່າງສອງປະເທດ.”
ຄຸນພໍ່ອາເມຣິກັນດັ່ງກ່າວ ກຳລັງຖືກດຳເນີນຄະດີກ່ຽວກັບການກໍ່ການຮ້າຍ ແລະ ການ
ກ່າວຫາວ່າເປັນນັກສືບໃນຂໍ້ຫາມີສ່ວນກ່ຽວຂ້ອງກັບລູກສິດຂອງນັກສອນສາສະໜາ
ເຟີທູລາ ກູເລ ຊຶ່ງເປັນຊາວເທີກີ ທີ່ຢູ່ສະຫະລັດ ທີ່ອັງຄາຣາ ໄດ້ໝາຍຫົວຜູ້ກ່ຽວວ່າເປັນ
ຄົນທໍາການລັດຖະປະການທີ່ບໍ່ສໍາເລັດຜົນໃນປີ 2016 ແລະເປັນຜູ້ທີ່ເທີກີຊອກຫາ
ທາງໃຫ້ສົ່ງໂຕຜູ້ກ່ຽວກັບ.
ເດືອນແລ້ວນີ້ ໃນການເຄື່ອນໄຫວທີ່ເຫັນຢ່າງກວ້າງຂວາງ ໃນການເໜັງຕີງຂອງ ວໍຊິງ
ຕັນ ຄຸນພໍ່ເບຣັນສັນໄດ້ຍ້າຍໄປຢູ່ເຮືອນກັກຂັງບໍລິເວນ ຫຼັງຈາກເກືອບສອງປີທີ່ໄດ້ຢູ່ໃນ
ຂຸກກັກຂັງ. ແຕ່ວ່າ ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ໄດ້ຮຽກຮ້ອງໃຫ້ຄຸນພໍ່
ເບຣັນສັນກັບຄືນມາອາເມຣິກາ. ປະທານາທິບໍດີເທີກີ ທ່ານຣີເຊບ ເຕຢິບ ເອີດວນ ເນັ້ນ
ໜັກວ່າການກັກຂັງຄຸນພໍ່ເບຣັນສັນເປັນເລື້ອງຂອງສານ.