ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໕ ກຸມພາ ໒໐໒໕

ສຫລ ກັງວົນ ກ່ຽວກັບ ການຈັບ ກຸມພະນັກງານ ທີ່ເຮັດ​ວຽກ ​ໃຫ້​ກົງສຸນ ​ສຫລ ​ໃນເທີກີ


ທະຫານມາຣີນ ສະຫະລັດ ຢືນຢູ່ໃນຫຼັງຄາ ຂອງສະຖານກົງສຸນ ໃນນະຄອນ Istanbul, 18 ກໍລະກົດ 2016, ໃນຂະນະທີ່ ມີການກໍ່ລັດຖະປະຫານ ຕໍ່ ປ. Recep Tayyip Erdogan.
ທະຫານມາຣີນ ສະຫະລັດ ຢືນຢູ່ໃນຫຼັງຄາ ຂອງສະຖານກົງສຸນ ໃນນະຄອນ Istanbul, 18 ກໍລະກົດ 2016, ໃນຂະນະທີ່ ມີການກໍ່ລັດຖະປະຫານ ຕໍ່ ປ. Recep Tayyip Erdogan.

ສະ​ຫະລັດກ່າວ​ວ່າ ຕົນ ​“​ເປັນ​ຫ່ວງທີ່​ສຸດ” ກ່ຽວ​ກັບ ບັນດາ​ເຈົ້າ​ໜ້າ​ທີ່​ເທີ​ກີ ໄດ້​ຈັບ​ກຸມ
ພະນັກງານໃນເຂດ​ທ້ອງ​ຖິ່ນ ທີ່​ເຮັດ​ວຽກ​ໃຫ້​ກົງສຸນ​ສະຫະລັດ ​ໃນ​ນະຄອນອິສຕັນ​ບູລ
ນັ້ນ.

ສື່​ມວນຊົນຂອງ​ເທີ​ກີ ລາຍ​ງານ​ວ່າ ພະນັກງານ​ຄົນ​ນັ້ນ ​ທີ່ມີຊື່ຫຍໍ້​ວ່າ M.T. ຖືກ​ກ່າວ​ຫາ
​ວ່າ“​ພະຍາຍາມ​ທີ່ຈະ​ໂຄ່ນ​ລົ້ມ ກົດໝາຍ​ລັດຖະທຳ​ມະນູນ ​ແລະ​ລັດ​ຖະບານ​ຂອງ​
ເທີ​ກີ,”
ແລະ​ກ່າວ​ຫາ​ວ່າ ​ໄດ້​ພົວ​ພັນ​ກັບ​ນັກ​ສອນ​ສາສະໜາ Fethullah Gulen
ທີ່​ລີ້​ໄພ​ໃນຕ່າງປະເທດນັ້ນ.

ສະຖານ​ທູດສະຫະລັດປະຈຳ​ເທີ​ກີ ​ກ່າວໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ​ໃນ​ວັນ​ພະຫັດມື້ນີ້
ວ່າຕົນ ​ເຊື່ອ​ວ່າ ນີ້ “​ເປັນ​ການ​ກ່າ​ວຫາທີ່​ເຊື່ອ​ຖື​ບໍ່​ໄດ້.” ຖະແຫຼງການຍັງບໍ່ເຫັນດ້ວຍ
ກັບ​ວິທີ​ການຈັດການຕໍ່​ຄະດີ​ດັ່ງກ່າວ​ ໂດຍ​ໄດ້​ສະ​ແດງ​ຄວາມກັງວົນ ຕໍ່ອັນທີ່ຖະແຫຼງ
ການ​ເວົ້າ​ວ່າ​ ແຫຼ່ງຂ່າວຂອງລັດຖະບານ​ເທີ​ກີ ​ທີ່ໄດ້ມີການ​ຮົ່ວໄຫຼ ​ແລະ​ປ່ອຍໃຫ້​
ພະນັກງານ​ຄົນ​ນີ້ຖືກຕັດສິນ ໂດຍ​ສື່​ມວນຊົນ ​ແທນ​ທີ່​ຈະ​ແມ່ນສານ.

​ເທີ​ກີ ກ່າວ​ຫາ ທ່ານ Gulen ຜູ້​ຊຶ່ງໄດ້ອາ​ໄສ​ຢູ່​ໃນ​ສະຫະລັດ ​ວ່າ ​ເປັນ​ຜູ້​ເບື້ອງ​ຫຼັງ​ຂອງ
​ການ​ກໍ່​ລັດຖະປະຫານ ​ໃນ​ປີກາຍ​ນີ້.

​ເຈົ້າ​ໜ້າ​ທີ່​ເທີ​ກີ ​ໄດ້​ຈັບ​ກຸມ​ແລະ​ຄຸມ​ຂັງ​ຜູ້​ຄົນ ຈຳນວນ 50 ພັນ​ຄົນ ​ໃນ​ການ​ປາບປາມທີ່
ຮວມທັງ ການໄລ່​ພະນັກງານທີ່​ເຮັດ​ວຽກ​ກັບ​ລັດຖະບານ​ອອກ ຈຳນວນຫຼາຍສິບ​ພັນ​ຄົນ
​ແລະ​ປິດ​ອົງການຂ່າວ​ຕ່າງໆ ​ຫຼາຍ​ກວ່າ 100 ​ແຫ່ງ.

ທ່ານ Gulen ​ໄດ້​ປະຕິ​ເສດ ຕໍ່​ຂໍ້​ກ່າວ​ຫາ​ຕ່າງໆ ຂອງ​ລັດຖະບານປະທານາທິບໍດີ Recep
Tayyip Erdogan.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG