ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໒ ເມສາ ໒໐໒໓

ສະຫະລັດ ກວດສອບ ເບິ່ງຂ່າວ ກຸ່ມລັດອິສລາມ ຕັດຫົວ ນັກຂ່າວ ອາເມຣິກັນ (ວີດີໂອ)


ທ່ານ James Foley ຈາກນະຄອນ Rochester ລັດ New Hampshire

ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດ ກຳລັງ​ດຳເນີນງານ​ເພື່ອ​ໃຫ້ການ
ຢືນ​ຢັນ ກ່ຽວກັບຄວາມໜ້າເຊື່ອຖື ​ຂອງວິ​ດີ​ໂອ ທີ່​ກຸ່ມຫົວ​ຮຸນ
​ແຮງ​ລັດອິສລາມ ກ່າວ​ສະ​ແດງ​ໃຫ້​ເຫັນ​ເຖິງ ການ​ຕັດ​ຫົວນັກ​
ຂ່າວ​ອາ​ເມຣິກັນ​ຄົນ​ນຶ່ງ​ເພື່ອເປັນຄຳເຕືອນ​ໃຫ້ສະຫະລັດຢຸດ
ເຊົາ​ການ​ແຊກ​ແຊງ​ຢູ່ໃນອີຣັກ.

​ໂຄສົກ​ສະພາຄວາມ​ໝັ້ນຄົງ​ແຫ່ງ​ຊາດຂອງສະຫະລັດ ທ່ານນາງ
Caitlin Hay-den ກ່າວ​ໃນ​ຕອນ​ແລງ​ວັນ​ອັງຄານ​ວານ​ນີ້​ວ່າ ຖ້າ
​ຫາກ​ວ່າ ວີ​ດີ​ໂອ ສະ​ແດງ​ໃຫ້​ເຫັນເຖິງ​ການ​ຕັດ​ຫົວ​ຂອງທ່ານ
James Foley ​ເປັນຄວາມ​ຈິງ​ແທ້ ສະຫະລັດແມ່ນມີ “ຄວາມຕົກ​
ໃຈ​ກ່ຽວກັບການສັງຫານຢ່າງ​ປ່າ​ເຖື່ອນ” ດັ່ງກ່າວ.

​ແມ່​ຂອງ ທ່ານ Foley ທ່ານ​ນາງ Diane ​ໄດ້​ຮຽກຮ້ອງ​ໃຫ້ພວກນັກ​ລົບລັດ​ອິສລາມ ຢ່າ​ໄດ້​
ທໍາ ຮ້າຍ​ບັນດາ​ໂຕປະກັນ​ເພີ້ິມຕື່ມ​ອີກ ​ໂດຍ​ກ່າວ​ວ່າ ເຂົາ​ເຈົ້າ “ບໍ່​ຮູ້​ເລື່ອ​ງຫຍັງ​ໝົດ” ​ແລະ​ບໍ່​ມີ​ສ່ວນ​ພົວພັນໃດໆ ​ກັບການ​ປະຕິບັດ​ງານ​ ຂອງລັດຖະ ບານ​ສະຫະລັດ ຢູ່​ໃນອີຣັກ ແລະ​ຊີເຣຍ. ທ່ານ​ນາງກ່າວຢູ່ໃນ​ຖະ​ແຫຼ​ງຂ່າວສະບັບ ນຶ່ງ ທີ່​ພິມເຜີີຍທາງ Facebood ວ່າ ລູກ​ຊາຍ​ຂອງ​ທ່ານນາງ ​“ໄດ້​ສະຫຼະ​ຊີວິດ​ຂອງ​ລາວ ​ເພື່ອ​ພະຍາຍາມ​ເປີດ​ເຜີຍ​ໃຫ້​ໂລກ​ຮູ້​ເຖິງຄວາມ​ທຸກທໍລະມານ​ຂອງ​ປະ ຊາຊົນ​ຊີ​ເຣຍ.”

ຢູ່​ໃນວີ​ດີ​ໂອ ພວກ​ຫົວ​ຮຸນ​ແຮງຍັງ​ໄດ້ກ່າວ​ອ້າງ​ ກ່ຽວກັບການ​ຈັບນັກ​ຂ່າວ​ອາ​ເມ ຣິກັນອີກ
​ຄົນ​ນຶ່ງ​ຄື ທ່ານ Steven Sokoloff ຊຶ່ງພວກເຂົາເວົ້າວ່າ ​ຊີວິດ​ຂອງ​ລາວ ແມ່ນຂຶ້ນ​ຢູ່​ກັບ
​ການ​ປະ​ພຶດ ຂອງປະທານາທິບໍດີ Barack Obama.

SYRIA BEHEADING VO
please wait
Embed

No media source currently available

0:00 0:00:38 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG