ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ດໍາລັດໃໝ່ ຂອງ ທ. ທຣໍາ ອາດເຮັດໃຫ້ ຕ້ອງໄດ້ລໍຖ້າ​ ເອົາ​ວີ​ຊາ ​ຢ້ຽມຢາມ​ ສຫລ ດົນຂຶ້ນກວ່າເກົ່າ


ຜູ້ຊາຍຄົນນຶ່ງ ທໍາການພິມລາຍມືແບບອີເລັກໂທຣນິກ ໃນເວລາຂໍວີຊາ ທີ່ສະຖານທູດສະຫະລັດ ປະຈໍາເປຣູ ໃນ ເດືອນຕຸລາ, 2014
ຜູ້ຊາຍຄົນນຶ່ງ ທໍາການພິມລາຍມືແບບອີເລັກໂທຣນິກ ໃນເວລາຂໍວີຊາ ທີ່ສະຖານທູດສະຫະລັດ ປະຈໍາເປຣູ ໃນ ເດືອນຕຸລາ, 2014

​ອາດ​ຈະໄດ້​ມີ​ການລໍຖ້າ​ເອົາ​ວີ​ຊາ​ຢ້ຽມຢາມ​ສະຫະລັດຂອງ​ຄົນ​ຕ່າງປະ​ເທດດົນ​ກວ່າ
​ເກົ່າໜ້ອຍນຶ່ງ​.

ເຈົ້າໜ້າທີ່​ທໍານຽບຂາວ ​ແລະ​ກະຊວງ​ການ​ຕ່າງປະ​ເທດ ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ
ຄໍາ​ສັ່ງ​ໃນດໍາລັດ​ໃໝ່ ທີ່​ໄດ້​ຕ່າວ​ປີ້ນຄໍາແນະ​ນໍາທີ່ມີ​ໃນ​ສະ​ໄໝ​ການ​ປົກຄອງ​ຂອງທ່ານ
​ໂອ​ບາ​ມາກ່ຽວກັບ​ເວລາ​ໃນ​ການ​ດໍາ​ເນີນການຢູ່​ສະຖານ​ກົງສຸນສະຫະລັດນັ້ນແມ່ນ​
ໄດ້​ວາງ​ອອກ​ເພື່ອ​ໃຫ້​ເປັນ ​ຜົນດີ​ໃນ​ການ “ກວດກາ​ຢ່າງ​ລະອຽດ” ​ແລະ​ຄວາມໝັ້ນຄົງ​
ຂອງ​ຊາດ.

ຍັງ​ບໍ່ມີ​ໃຜ​ຮູ້​ແຈ້ງ​ເທື່ອ​ວ່າ ນັກ​ທ່ອງ​ທ່ຽວ, ນັກສຶກສາ, ​ແລະ​ນັກທຸລະກິດທີ່​ຂໍ​ວິຊາ​ເດີນ
ທາງ​ມາສະ​ຫະລັດ​ ຈໍານວນຫລາຍໆລ້ານ​ຄົນ​ໃນ​ແຕ່​ລະ​ປີ​ນັ້ນ ຈະ​ຕ້ອງ​ໄດ້​ລໍຖ້າ​ດົນ​ກວ່າ​ເກົ່າຫລາຍປານ​ໃດ.

ຄໍາ​ສັ່ງ​ທີ່​ເຊັນ​ໂດຍ ທ່ານ​ດໍໂນ​ລ ທຣໍາ ປະທານາທິບໍດີ​ສະຫະລັດ ນຶ່ງ​ມື້ກ່ອນໜ້ານີ້ ​ໄດ້​ລົບ​ລ້າງສ່ວນ​ນຶ່ງ​ຂອງ​ຄໍາ​ສັ່ງ​ທີ່​ວາງ​ອອກ​ມາ​ໃນ​ປີ 2012 ເພື່ອ​ເຮັດ​ໃຫ້​ເວລາ​ໃນ​ການ​ດໍາ​ເນີນ​
ການ​ອອກ​ວີ​ຊາເຂົ້າ​ເມືອງຊົ່ວ​ຄາວ ຊຶ່ງ​ລວມມີ ວີ​ຊາ​ທີ່​ອອກ​ໃຫ້​ແກ່​ນັກ​ສຶກສາ ​ແລະ​ນັກ​ທ່ອງ​ທ່ຽວນັ້ນ​ໄວ​ຂຶ້ນ.

ຄໍາ​ສັ່ງ​ສະບັບຕົ້ນຕໍ ທີ່ສະ​ໄໝນັ້ນວາງອອກມາໂດຍ​ປະທາ​ນາ​ທິບໍດີ​ບາຣັກ ​ໂອ​ບາ​ມາ ​ໄດ້
​ຮຽກຮ້ອງ​ໃຫ້​ກະຊວງການ​ຕ່າງປະ​ເທດ "ຮັບປະກັນ​ວ່າ 80 ​ເປີ​ເຊັນ​ຂອງ​ຜູ້​ຂໍ​ວີຊາ​ເຂົ້າ​
ເມືອງ​ຊົ່ວ​ຄາວຕ້ອງ​ໄດ້​ຖືກ​ສໍາພາດພາຍ​ໃນ 3 ສາມ​ອາທິດ​ຫລັງ​ຈາກ​ໄດ້​ຮັບ​ຄໍາ​ຮ້ອງ​ແລ້ວ.”

ຄໍາ​ສັ່ງ​ສະບັບໃໝ່ນີ້ ​ໄດ້​ວາງ​ອອກ​ມາທ່າມກາງການ​ດໍ​າເນີນ​ຄວາມພະຍາຍາມ​ຂອງ​ລັດຖະ ບານທ່ານ​ທຣໍາ ​ເພື່ອ​ໃຊ້​ອໍານາດ​ໃນ​ການ​ບໍລິຫານ​ຕໍ່ນະ​ໂຍບາຍ​ແນ່ນອນ​ໃດ​ນຶ່ງ ​ແລະ​ການປະຕິບັດ ສິ່ງ​ທີ່​ເຈົ້າໜ້າທີ່​ໝາຍ​ເຖິງວ່າ​ເປັນ "ການ​ກວດກາ​ໃຫ້​ລະອຽດລະ​ອໍ​ສຸດ​ຂີດ."

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ໄດ້​ກ່າວ​ຕໍ່ VOA ວ່າ ການ​ດັດ​ແກ້​ຄໍາ​ສັ່ງ​ດັ່ງກ່າວ "​ໄດ້​ລົບ​
ລ້າງຂໍ້​ກໍານົດ​ທີ່​ອະນຸຍາດ​ໃຫ້​ເຮັດ​ຕາມໃຈຕົນ​ເອງ."

ທ່ານ Michael Short ຜູ້​ຊ່ວຍ​ເລຂານຸການ ດ້ານ​ຂ່າວສານ ​ເວົ້າ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ
"ທ່ານ​ປະທານາທິບໍດີ​ມີ​ຄວາມ​ຄາດຫວັງ ​ໃຫ້​ມີ​ການກວດ​ສອບ​ຜູ້​ຮ້ອງ​ຂໍ​ວີ​ຊາຢ່າງ​ລະອຽດ
ລະອໍ ຊັດ​ເຈນ ບໍ່ໃຫ້​ດໍາ​ເນີນການ​ແບບ​ຟ້າ​ວຝັ່ງ ​ເພື່ອເອື້ອອໍານວຍ​ໃຫ້​ທັນກັບ​ຂີດໝາຍ
ເວລາທີ່ກໍານົດ​ເອົາເອງ​ນັ້ນ.”

​ໃນ​ຄໍາ​ຖະ​ແຫລ​ງການທີ່​ອອກ​ ໃນ​ວັນ​ພະຫັດ​ວານ​ນີ້, ກະຊວງ​ການ​ຕ່າງປະ​ເທດ ກໍ​ໄດ້​ອ້າງ
​ເຖິງ​ຄວາມໝັ້ນຄົງ​ຂອງ​ຊາດ​ ​ແລະ​ຂັ້ນຕອນ​ໃນ​ການ​ກວດກາໃຫ້​ລະອຽດຄ້າຍໆກັນນີ້ ​ໂດຍ​
ກ່າວ​ວ່າ ການ​ລົບ​ລ້າງ​ຄໍາ​ແນະ​ນໍາ​ດັ່ງກ່າວ ​ໄດ້​ເຮັດ​ໃຫ້​ມີ “ຄວາມ​ຢືດຢຸ່ນຫລາຍ​ຂຶ້ນ ​ເພື່ອ
​ຕັດສິນ​ວ່າ ສົມຄວນ​ໃຫ້​ມີ​ການ​ດໍາ​ເນີນ​ການ​ດົນ​ຂຶ້ນຫລືບໍ່,” ຊຶ່ງ​ລວມທັງ​ການ​ກວດກາ ໃນ
ດ້ານ​ຄວາມ​ປອດ​ໄພ​ຂອງ​ຊາດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG