ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີທາງອາກາດ ຜັກດັນພວກນັກຮົບ ລັດອິສລາມ ອອກຈາກເມືອງ Palmyra


ທຸງຊາດ ຊີເຣຍ ພັດໄປພັດມາ ໃນຂະນະທີ່ຊາກຫັກພັງຂອງ
ເມືອງປະຫວັດສາດ Palmyra ສາມາດແນມເຫັນໄດ້ຈາກ
ເບື້ອງຫຼັງ ໃນແຂວງ Homs, ຊີເຣຍ. 1 ເມສາ, 2016.
ທຸງຊາດ ຊີເຣຍ ພັດໄປພັດມາ ໃນຂະນະທີ່ຊາກຫັກພັງຂອງ ເມືອງປະຫວັດສາດ Palmyra ສາມາດແນມເຫັນໄດ້ຈາກ ເບື້ອງຫຼັງ ໃນແຂວງ Homs, ຊີເຣຍ. 1 ເມສາ, 2016.

ກຸ່ມສິ້ງຊອມ ຊີເຣຍ ແລະ ກະຊວງປ້ອງກັນປະເທດ ຣັດເຊຍ ກ່າວວ່າ ການໂຈມຕີທາງອາ ກາດຫຼາຍກວ່າ 60 ຄັ້ງຂອງ ຣັດເຊຍ ໄດ້້ບັງຄັບໃຫ້ພວກນັກຮົບລັດອິສລາມ ຕ້ອງຖອນ ຕົວອອກຈາກໃຈກາງເມືອງບູຮານ Palmira ຂອງ ຊີເຣຍ ໃນວັນອາທິດມື້ນີ້, ບໍ່ດົນຫຼັງ ຈາກພວກຫົວຮຸນແຮງໄດ້ບຸກໂຈມຕີເຂົ້າໃນເມືອງດັ່ງກ່າວ.

ທ່ານ Rami Abdel Rahman ຈາກອົງການສິ້ງຊອມສິດທິມະນຸດໃນ ຊີເຣຍ ທີ່ມີິຫ້ອງ ການຕັ້ງຢູ່ ອັງກິດ ໄດ້ກ່າວວ່າ ການບຸກໂຈມຕີທີ່ດຸເດືອດຂອງ ຣັດເຊຍ ໄດ້ບັງຄັບພວກ IS ໜີອອກໄປຈາກເມືອງ Palmira ໃນຄືນຜ່ານມາ, ຫຼັງຈາກພວກ ຈີຮາດ ໄດ້ຍຶດຄືນການ ຄວາມຄຸມເມືອງທີ່ວ່ານັ້ນ.

ອົງການສິ້ງຊອມນັ້ນກ່າວວ່າ ການຕໍ່ສູ້ກັນໄດ້ດຳເນີນຕໍ່ໄປ ບໍ່ໄກຈາກເມືອງດັ່ງກ່າວ.

ຖະແຫຼງການສະບັບໜຶ່ງຂອງກະຊວງປ້ອງກັນປະເທດ ຣັດເຊຍ ໄດ້ກ່າວວ່າ ເຮືອບິນຮົບ ຣັດເຊຍ ໄດ້ດຳເນີນການໂຈມຕີທາງອາກາດ 64 ຄັ້ງໃສ່ “ຈຸດທີ່ຕັ້ງ, ຂະບວນລົດ ແລະ ກອງໜູນຂອງພວກຫົວຮຸນແຮງທີ່ກຳລັງເຄື່ອນເຂົ້າມາ” ໃນເມືອງທະເລຊາຍທີ່ມີຊື່ສຽງ ເຊິ່ງຕິດຢູ່ໃນລາຍຊື່ເມືອງມໍລະດົກໂລກຂອງອົງການ UNESCO.

ຖະແຫຼງການຂອງກະຊວງດັ່ງກ່າວເວົ້າວ່າ “ໃນຂ້າມຄືນທີ່ຜ່ານມາ, ກອງກຳລັງລັດຖະ ບານ ຊີເຣຍ ໂດຍການສະໜັບສະໜູນທີ່ວ່ອງໄວຂອງກອງທັບອາກາດ ຣັດເຊຍ ໄດ້ສະ ກັດກັ້ນການໂຈມຕີກໍ່ການຮ້າຍໃສ່ເມືອງ Palmira ໄດ້ທັງໝົດ.”

ຣັດເຊຍ ກ່າວວ່າ ພວກເຂົາເຈົ້າໄດ້ຂ້າພວກຫົວຮຸນແຮງ 300 ຄົນ ຜູ້ທີ່ “ໄດ້ໃຊ້ລົດລະ ເບີດພ້ອມກັບມືລະເບີດສະຫຼະຊີບ, ລົດປະກອບອາວຸດ ແລະ ຈະຫຼວດຢ່າງແຂງຂັນ.” ກະຊວງໄດ້ກ່າວວ່າ ລົດຖັງ 11 ຄັນ ແລະ ລົດອື່ນໆ 31 ຄັນໄດ້ຖືກທຳລາຍ.

ພວກຫົວຮຸນແຮງລັດອິສລາມ ໄດ້ຕໍ່ສູ້ເຂົ້າໄປໃນເມືອງ Palmira ໃນວັນເສົາວານນີ້ ຫຼັງ ຈາກການຕໍ່ສູ້ກັນຢ່າງໜັກກັບກອງກຳລັງລັດຖະບານ.

ການຜັກດັນເຂົ້າໃນແຂວງ Homs ໄດ້ເກີດຂຶ້ນ ເມື່ອ 9 ເດືອນຫຼັງຈາກພວກຫົວຮຸນແຮງທີ່ ໄດ້ຖືກຂັບໄລ່ອອກຈາກເມືອງ ໂດຍກອງກຳລັງລັດຖະບານ ຊີເຣຍ ແລະ ພັນທະມິດ ຣັດ ເຊຍ ໃນການພະຍາຍາມໂຈມຕີຕອບໂຕ້ອັນເດັດດ່ຽວ ຕໍ່ອົງການກໍ່ການຮ້າຍ ຈີຮາດ ໃນ ເວລານັ້ນ ໂດຍເຈົ້າໜ້າທີ່ກອງທັບ ຊີເຣຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG