ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການພົບປະ ລະຫວ່າງ ທ່ານ ໄບເດັນ ກັບນາຍົກ ອີຣັກ ຈະເພັ່ງເລັງໃສ່ ການມີໜ້າຂອງ ກອງທະຫານ ສະຫະລັດ


ນາຍົກລັດຖະມົນຕີ ອີຣັກ ທ່ານ ມຸສຕາຟາ ອາລ-ຄາດີມີ ຢູ່ຫ້ອງການຂອງທ່ານ ໃນລະຫວ່າງການສຳພາດກັບອົງການຂ່າວ AP, ນະຄອນຫຼວງ ແບກແດັດ, ອີຣັກ. 23 ກໍລະກົດ, 2021. (AP Photo/Khalid Mohammed)
ນາຍົກລັດຖະມົນຕີ ອີຣັກ ທ່ານ ມຸສຕາຟາ ອາລ-ຄາດີມີ ຢູ່ຫ້ອງການຂອງທ່ານ ໃນລະຫວ່າງການສຳພາດກັບອົງການຂ່າວ AP, ນະຄອນຫຼວງ ແບກແດັດ, ອີຣັກ. 23 ກໍລະກົດ, 2021. (AP Photo/Khalid Mohammed)

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ຈະຕ້ອນຮັບນາຍົກລັດຖະມົນຕີ ອີຣັກ ທ່ານ ມຸສຕາຟາ ອາລ-ຄາດີມີ ຢູ່ທຳນຽບຂາວໃນວັນຈັນມື້ນີ້, ດ້ວຍອະນາຄົດຂອງກອງທະຫານ ສະຫະລັດ ໃນ ອີຣັກ ແມ່ນຄາດວ່າຈະເປັນຈຸດເພັ່ງເລັງໃນການປຶກສາຫາລືຂອງພວກທ່ານ.

ລັດຖະມົນຕີການຕ່າງປະເທດ ອີຣັກ ທ່ານ ຟວດ ຮຸສເຊນ ໄດ້ກ່າວຕໍ່ວີໂອເອ ພະແນກພາສາ ເຄີດິສ ໃນອາທິດແລ້ວນີ້ວ່າ ທ່ານຄາດວ່າ ທັງສອງຝ່າຍຈະຕົກລົງກັນ ກ່ຽວກັບ ການສິ້ນສຸດພາລະ ກິດການຕໍ່ສູ້ຂອງ ສະຫະລັດ ໃນ ອີຣັກ.

ສະຫະລັດ ມີກອງທະຫານ ປະມານ 2,500 ຄົນໃນ ອີຣັກ ອັນເປັນສ່ວນນຶ່ງຂອງຄວາມພະຍາຍາມຂອງພັນທະມິດທີ່ນຳພາໂດຍ ສະຫະລັດ ເພື່ອຕໍ່ສູ້ກັບກຸ່ມລັດອິສລາມ ທີ່ໄດ້ເລີ່ມຂຶ້ນໃນປີ 2014.

ສອງປະເທດດັ່ງກ່າວໄດ້ຕົກລົງກັນໃນເດືອນເມສາທີ່ຜ່ານມາ ເພື່ອປ່ຽນພາລະກິດຂອງກຳລັງທະ ຫານ ອາເມຣິກັນ, ທີ່ເພັ່ງເລັງໃສ່ການຝຶກແອບ ແລະ ບົດບາດເປັນທີ່ປຶກສາຊ່ວຍເຫຼືອກອງກຳລັງຮັກສາຄວາມປອດໄພອີຣັກ, ແຕ່ມັນບໍ່ມີກຳນົດເວລາສຳລັບການສຳເລັດການປ່ຽນແປງ.

ອີຣັກ ໄດ້ປະກາດໄຊຊະນະ ຕໍ່ພວກຫົວຮຸນແຮງລັດອິສລາມ ໃນປີ 2017. ແຕ່ແນວໃດກໍຕາມ, ກຸ່ມດັ່ງກ່າວແມ່ນໄດ້ຮັກສາການມີໜ້າຢູ່ໃນພາກພື້ນ, ລວມທັງການດຳເນີນການລະເບີດສະຫຼະຊີບ ຢູ່ຕະຫຼາດແຫ່ງນຶ່ງໃນ ອີຣັກ ເມື່ອອາທິດທີ່ຜ່ານມາທີ່ໄດ້ສັງຫານຢ່າງໜ້ອຍ 30 ຄົນ.

ການພົບປະຂອງວັນຈັນມື້ນີ້ ກໍໄດ້ມີຂຶ້ນທ່າມກາງການສືບຕໍ່ໂຈມຕີຖານຂອງກອງ ທັບ ສະຫະລັດ ໃນ ອີຣັກ ທີ່ ສະຫະລັດ ໄດ້ຖິ້ມໂທດໃສ່ພວກທະຫານບ້ານທີ່ເຊື່ອມໂຍງກັບ ອີຣ່ານ. ໃນວັນທີ 24 ກໍລະກົດທີ່ຜ່ານມາ, ຜູ້ບັນຊາການທະຫານບ້ານທີ່ສະໜັບສະໜູນ ອີຣ່ານ ໄດ້ອອກຖະແຫຼງການສະບັບນຶ່ງ ຂົ່ມຂູ່ທີ່ຈະໂຈມຕີກອງກຳລັງ ສະຫະລັດ ຢູ່ໃນປະເທດດັ່ງກ່າວ ແລະ ຮຽກຮ້ອງໃຫ້ຖອນກຳລັງທະຫານ. ການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບໃນວັນເສົາທີ່ຜ່ານມາ ໄດ້ຖືກຖານທັບທີ່ມີກຳ ລັງທະຫານ ອາເມຣິກັນ ປະຈຳການຢູ່ໃນເຂດເຄີດດິສຖານ ຂອງ ອີຣັກ.

ການມີໜ້າຂອງກອງກຳລັງທະຫານ ອາເມຣິກັນ ແມ່ນຫົວຂໍ້ທີ່ມີການຂັດແຍ້ງກັນໃນ ອີຣັກ, ດ້ວຍບາງຄົນອ້າງເຖິງຄວາມຈຳເປັນສຳລັບການສະໜັບສະໜູນຂອງກອງທັບ ສະຫະລັດ ຕໍ່ກອງກຳລັງຮັກສາຄວາມປອດໄພຂອງ ອີຣັກ, ແລະ ອື່ນໆ, ລວມທັງກຸ່ມການເມືອງທີ່ຂັດແຍ້ງກັນທີ່ເຊື່ອມໂຍງກັບ ອີຣ່ານ, ຮຽກຮ້ອງ ໃຫ້ກອງກຳລັງ ອາເມຣິກັນ ຖອນອອກໄປ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG