ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະ​ຫານ ສະ​ຫະ​ລັດ 3 ຄົນ​ເສຍ​ຊີ​ວິດ, 34 ຄົນ​ບາດ​ເຈັບ​ໃນ​ການ​ໂຈມ​ຕີ​ດ້ວຍ​ໂດ​ຣນ​ໃນ​ປະ​ເທດ ຈໍ​ແດັນ


ພາບ​ຈາກ​ດາວ​ທຽມ​ນີ້​ຈາກ Planet Labs PBC ສະ​ແດງ​ໃຫ້​ເຫັນ​ຖານ​ທັບ​ແຫ່ງ​ນຶ່ງ ທີ່​ຮູ້​ຈັກ​ດັ່ງ​ກັບ Tower 22 ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ປະ​ເທດ ຈໍ​ແດັນ, 12 ຕຸ​ລາ, 2023.
ພາບ​ຈາກ​ດາວ​ທຽມ​ນີ້​ຈາກ Planet Labs PBC ສະ​ແດງ​ໃຫ້​ເຫັນ​ຖານ​ທັບ​ແຫ່ງ​ນຶ່ງ ທີ່​ຮູ້​ຈັກ​ດັ່ງ​ກັບ Tower 22 ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ປະ​ເທດ ຈໍ​ແດັນ, 12 ຕຸ​ລາ, 2023.

ທະ​ຫານ​ ສະ​ຫະ​ລັດ ສາມ​ຄົນ​ໄດ້ເສຍ​ຊີ​ວິດ ແລະ ອີກ​ຢ່າງ​ໜ້ອຍ 34 ຄົນ​ໄດ້​ຮັບ​ບາດ​ເຈັບ​ເມື່ອ​ຄືນ​ວັນ​ເສົາ​ທີ່​ຜ່ານ​ມາ​ໃນ​ການ​ໂຈມ​ຕີ​ດ້ວຍ​ໂດ​ຣນ ຢູ່​ຄ້າຍ​ທີ່​ພັກ​ອາ​ໄສ​ຂອງ​ເຂົາ​ເຈົ້າ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ຈໍ​ແດັນ ໃກ້​ກັບ​ເຂດ​ຊາຍ​ແດນ​ຕິດ​ກັບ ຊີ​ເຣຍ, ອີງ​ຕາມ​ລາຍ​ງານ​ຂອງ​ກອງ​ບັນ​ຊາ​ການສະ​ຫະ​ລັດ​ໃນ​ພາກ​ຕາ​ເວັນ​ອອກກາງ.

ເຫດ​ກາ​ນ​ດັ່ງ​ກ່າວນີ້​ເຊື່ອ​ວ່າ​ຈະ​ເປັນ​ການ​ເສຍ​ຊີ​ວິດ​ຄັ້ງ​ທຳ​ອິດ​ຂອງ​ທະ​ຫານ ອາ​ເມ​ຣິ​ກັນ ຈາກ​ການ​ຍິງ​ຂອງ​ສັດ​ຕູ​ ໃນ​ລະ​ຫວ່າງ​ສົງ​ຄາມ​ເກືອບ 4 ເດືອນ​ ລະ​ຫວ່າງ ອິ​ສ​ຣາ​ແອ​ລ ແລະ ພວກ​ຫົວ​ຮຸນ​ແຮງ ຮາ​ມາ​ສ.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໄດ້​ຖິ້ມ​ໂທດ​ໃສ່​ກຸ່ມ​ຫົວ​ຮຸນ​ແຮງ​ທີ່​ຖືກ​ໜູນ​ຫຼັງ​ໂດຍ ອີ​ຣ່ານ ທີ່​ປະ​ຕິ​ບັດ​ການ​ໃນ ຊີ​ເຣຍ ແລະ ອີ​ຣ່ານ ສຳ​ລັບ​ການ​ໂຈມ​ຕີ​ໃນ​ ຈໍ​ແດັນ.

ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ​ຂອງ ອີ​ຣ່ານ ໄດ້​ປະ​ຕິ​ເສດ​ຄວາມ​ຮັບ​ຜິດ​ຊອບ. ອົງ​ການຂ່າວທາງ​ການ IRNA ໄດ້​ອ້າງ​ຄຳ​ເວົ້າ​ຂອງ​ໂຄ​ສົກ​ກະ​ຊວງ ທ່ານ ນາ​ສ​ເຊີ ຄາ​ນາ​ນີ ວ່າ “ສາ​ທາ​ລະ​ນະ​ລັດ ອິ​ສ​ລາມ ອີ​ຣ່ານ ບໍ່​ໄດ້​ມີ​ບົດ​ບາດ​ໃນ​ການ​ຕັດ​ສິນ​ໃຈ​ຂອງ​ກຸ່ມ​ຕໍ່​ຕ້ານ ກ່ຽວ​ກັບ ວິ​ທີ​ທີ່​ເຂົາ​ເຈົ້າ​ສະ​ໜັບ​ສະ​ໜູນ​ປະ​ເທດ ປາ​ແລັ​ສ​ໄຕ​ນ໌ ຫຼື ປ້ອງ​ກັນ​ປະ​ຊ​າ​ຊົນ​ຂອງ​ເຂົາ​ເຈົ້າ.”

ທະ​ຫ​ານ​ສາມ​ຄົນ​ດັ່ງ​ກ່າວ​ແມ່ນບໍ່​ໄດ້​ຖືກ​ລະ​ບຸ​ຕົວ​ໃນ​ທັນ​ທີ, ໂດຍ​ລໍ​ຖ້າ​ການ​ແຈ້ງ​ໃຫ້​ຍາດ​ຕິ​ພີ່​ນ້ອງ​ຂອງ​ເຂົາ​ເຈົ້າ​ຊາບ. ທ່ານ ໄບ​ເດັນ ໄດ້​ເອີ້ນ​ເຂົາ​ເຈົ້າ​ວ່າ “ເປັ​ນ​ຜູ້​ຮັກ​ຊາດ​ໃນ​ລະ​ດັບ​ທີ່​ສູງ​ທີ່​ສຸດ.”

ທ່ານ ໄບ​ເດັນ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ພວກ​ເຮົາ​ຈະ​ສືບ​ຕໍ່ຄຳ​ໝັ້ນ​ສັນ​ຍາ​ຂອງ​ເຂົາ​ເຈົ້າ​ເພື່ອ​ຕໍ່​ສູ້​ກັບ​ລັດ​ທິ​ກໍ່​ການ​ຮ້າຍ. ແລະ ໂດຍບໍ່​ມີ​ຄວາມ​ສົງ​ໄສ, ພວກ​ເຮົາ​ຈະ​ນຳ​ເອົາ​ຜູ້​ທີ່​ຮັບ​ຜິດ​ຊອບ​ທຸກ​ຄົນ​ມາ​ລົງ​ໂທດ​ໃນ​ເວ​ລາ ແລະ ລັກ​ສະ​ນະ​ທີ່​ພວກ​ເຮົາ​ເລືອກ.”

ຕໍ່​ມາ​ໃນ​ວັນ​ອາ​ທິດ​ວານນີ້, ຢູ່​ງານ​ໂຄ​ສະ​ນາ​ຫາ​ສຽງ​ໃນ​ລັດ ຄາ​ໂຣ​ໄລ​ນາ​ໃຕ້, ທ່ານ ໄບ​ເດັນ ໄດ້​ກ່າວ​ວ່າ “ພວກ​ເຮົາ​ຈະ​ຕອບໂຕ້.” ຫຼັງ​ຈາກ​ນັ້ນ​ທ່ານ​ກໍ​ໄດ້​ຂໍ​ຈັດ​ການໄວ້​ອາ​ໄລ.

ກຸ່ມ​ຕໍ່​ຕ້ານ​ອິ​ສ​ລາມ​ໃນ ອີ​ຣັກ, ເຊິ່ງ​ແມ່ນ​ກຸ່ມ​ຄວບ​ຄຸມ​ກຸ່ມ​ອື່ນໆ​ທີ່​ລວມ​ມີ​ກຸ່ມ ກາ​ຕາ​ອິບ ເຮັ​ສບອ​ລ​ລາ, ນູ​ຈາ​ບາ ແລະ ພວ​ກ​ຫົວ​ຮຸນ​ແຮງ​ທີ່​ໄດ້​ຮັບ​ການ​ໜູນຫຼັງ​ໂດຍ ອີ​ຣ່ານ, ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ສຳ​ລັບ​ການ​ໂຈມ​ຕີ​ນັ້ນ, ອີງ​ຕາມ​ໜັງ​ສື​ພິມ Washington Post.

ອ່ານ​ຂ່າວ​ນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG