ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບສະຫະລັດຖອນອອກຈາກອັຟການິສຖານ ໄດ້ສຳເລັດແລ້ວ 90 ເປີເຊັນ


ແຟ້ມຮູບພາບ-ທະຫານກອງທັບແຫ່ງຊາດອັຟການິສຖານຄົນນຶ່ງຢືນເຝົ້າທີ່ໜ້າປະຕູຖານທັບອາກາດສະຫະລັດ ແບັກແຣມ ໃນວັນທີ່ກອງທະຫານສຸກທ້າຍຂອງອາເມຣິກາຍ້າຍອອກຈາກແຂວງ ປາວານ, ອັຟການິສຖານ, ທີ 2 ກໍລະກົດ, ປີ 2021.
ແຟ້ມຮູບພາບ-ທະຫານກອງທັບແຫ່ງຊາດອັຟການິສຖານຄົນນຶ່ງຢືນເຝົ້າທີ່ໜ້າປະຕູຖານທັບອາກາດສະຫະລັດ ແບັກແຣມ ໃນວັນທີ່ກອງທະຫານສຸກທ້າຍຂອງອາເມຣິກາຍ້າຍອອກຈາກແຂວງ ປາວານ, ອັຟການິສຖານ, ທີ 2 ກໍລະກົດ, ປີ 2021.

ການຖອນກອງກໍາລັງທະຫານສະຫະລັດ ອອກຈາກອັຟການິສຖານໄດ້ເສັດສິ້ນ 90 ເປີເຊັນແລ້ວ, ອີງຕາມກອງບັນຊາການກາງສະຫະລັດໃນພາກຕາເວັນອອກກາງ ໄດ້ຖະແຫລງໃນວັນອັງຄານວານນີ້.

ຂ່າວດັ່ງກ່າວມີຂຶ້ນບໍ່ເທົ່າໃດມື້ ຫລັງຈາກກອງກໍາລັງສະຫະລັດ ແລະກອງກໍາລັງ ນາໆຊາດໄດ້ຖອນອອກຈາກສະໜາມບິນແບັກແຣມ (Bagram), ເຊິ່ງໄດ້ປະຕິ ບັດໜ້າທີ່ ເປັນກອງບັນຊາການກຳລັງສະຫະລັດມາເກືອບສອງທົດສະວັດ ເພື່ອຂັບໄລ່ພວກຕາລິບານອອກຈາກອໍານາດ ແລະປາບປາມກຸ່ມກໍ່ການຮ້າຍອານກາອີດາທີ່ໄດ້ສັງຫານປະຊາຊົນຊາວອາເມຣິກັນຫລາຍພັນຄົນໃນວັນທີ 11 ກັນຍາ ປີ 2001.

ໂຄສົກຂອງທໍານຽບ 5 ແຈ ທ່ານຈອນ ເຄີບີ (John Kirby) ໃນວັນອັງຄານວານນີ້ ໄດ້ກ່າວປ້ອງກັນ ການຖອນກໍາລັງທະຫານສະຫະລັດ ອອກຈາກຖານທັບອາກາດແບັກແຣມ ຊຶ່ງການກະທໍາດັ່ງກ່າວເຮັດໃຫ້ຜູ້ບັນຊາການທະຫານອັຟການິສຖານຢູ່ໃນພື້ນ ໄດ້ສະແດງຄວາມປະຫລາດໃຈຕໍ່ການຖອນອອກໄປຂອງກອງກໍາລັງສະຫະລັດ ແລະພາໃຫ້ບໍ່ມີການຮັກສາຄວາມປອດໄພພຽງພໍ ທີ່ເຮັດ ໃຫ້ມີຄົນເຂົ້າໄປລັກເອົາເຄື່ອງຂອງຢູ່ທີ່ນັ້ນ.

ທ່ານເຄີບີຢືນຢັນວ່າ ກອງທັບສະຫະລັດ ບໍ່ໄດ້ແຈ້ງໃຫ້ພັນທະມິດ ຝ່າຍອັຟການິສຖານຊາບ ກ່ຽວກັບກໍາໜົດເວລາທີ່ແນ່ນອນໃນການຖອນກອງກໍາລັງ, ໂດຍອ້າງວ່າ “ການຮັກສາຄວາມປອດໄພໃນການປະຕິບັດງານ,” ແຕ່ກ່າວວ່າ ການຈາກໄປ ”ບໍ່ໄດ້ປິດບັງໄວ້ເປັນຄວາມລັບ.”

ອົງການຂ່າວເອພີ ລາຍງານໃນມື້ວັນຈັນຜ່ານມາວ່າ ເຈົ້າໜ້າທີ່ທະຫານອັຟການິສຖານກ່າວວ່າ ກອງກໍາລັງສະຫະລັດໄດ້ຖອນອອກຈາກຖານທັບດັ່ງກ່າວພາຍໃນຕອນກາງຄືນວັນສຸກ ໂດຍບໍ່ໄດ້ມີການແຈ້ງ ໃຫ້ຜູ້ບັນຊາການອັຟການິສຖານຄົນໃໝ່ຮັບຮູ້.

“ຂ້າພະເຈົ້າບໍ່ສາມາດເວົ້າໄດ້ວ່າຜູ້ນໍາອັຟການິສຖານສະຫລຸບໃຫ້ປະຊາຊົນຂອງພວກເຂົາເຈົ້າແນວໃດ. ສິ່ງທີ່ຂ້ອຍສາມາດບອກໄດ້ ກະຄືມີການປະສານງານລະຫວ່າງນາຍພົນສະກັອດ ມິລເລີ້ (Scott Miller) ກັບພະນັກງານ, ເຈົ້າໜ້າທີ່ທະຫານອາວຸໂສ ແລະບັນດາຜູ້ນໍາພົນລະເຮືອນກ່ຽວກັບການປ່ຽນແປງຂອງ ແບັກແຣມ. ເທົ່າທີ່ຂ້າພະເຈົ້າຮູ້, ແລະດັ່ງທີ່ເປັນ ມີຮອດການເຂົ້າໄປກວດເບິ່ງ,“ ອີງຕາມຄຳເວົ້າຂອງທ່ານເຄີບີ.

ການກວດກາຖານທັບດັ່ງກ່າວ “ມີຂຶ້ນປະມານ 48 ຊົ່ວໂມງກ່ອນໜ້າ” ທີ່ກອງທະຫານສະຫະລັດຈະອອກເດີນທາງ. ສະຫະລັດໄດ້ສົ່ງມອບຖານທັບອື່ນໆອີກ 6 ແຫ່ງໃຫ້ກັບກະຊວງປ້ອງກັນປະເທດຂອງອັຟການິສຖານຢ່າງເປັນທາງການ ກ່ອນທີ່ຈະມີການມອບໂອນການຄຸ້ມຄອງ ຖານທັບແບັກແຣມ.

ອົງການຂ່າວເອພີ ຍັງໄດ້ລາຍງານວ່າ ໄຟຟ້າທົ່ວຖານທັບແບັກແຣມ ໄດ້ມອດລົງ ບໍ່ດົນຫລັງຈາກທີ່ກອງກໍາລັງສະຫະລັດຖອນອອກໄປ, ອັນໄດ້ເຮັດໃຫ້ເກີດຄວາມສັບສົນວຸ້ນວາຍ ພາໃຫ້ພວກຄົນຂີ້ລັກທັງຫລາຍເຂົ້າໄປໃນຖານທັບ ແລະລັກເອົາເຄື່ອງຂອງຕາມຕຶກອາຄານຕ່າງໆ.

ທ່ານເຄີບີີ ຍັງໄດ້ກ່າວກັບນັກຂ່າວທີ່ທໍານຽບ 5 ແຈວ່າ ທ່ານຈະສອບຖາມກ່ຽວກັບວ່າ ດ້ວຍເຫດໃດ ໄຟຟ້າຈຶ່ງຖືກຕັດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG