ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ອາດເພີ່ມ ທະຫານ ຢູ່ອັຟການິສຖານ ເພື່ອທັບມ້າງ ສະພາບບໍ່ໄປບໍ່ມາ


Possible US Troop Increase in Afghanistan Aimed at Breaking Stalemate
please wait

No media source currently available

0:00 0:02:09 0:00

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ​ກຳລັງ​ພິຈາລະນາ​ກ່ຽວ​ກັບການ​ທີ່​ຈະ​ສົ່ງ
ກຳລັງ​ທະຫານ​ຈຳນວນ 5 ພັນ​ຄົນ ​ໄປເພີ່ມ​ຢູ່ອັຟກາ​ນິສຖານ​ຫຼື​ບໍ່ ຊຶ່ງ​ເປັນການ​ຕັດສິນ​ໃຈ​ ​
ທີ່ຄາດ​ວ່າຈະ​ມີ​ຂຶ້ນກ່ອນກອງ​ປະຊຸມ​ສຸດ​ຍອດ​ຂອງ​ອົງການ​ເນ​ໂຕ ໃນ​ວັນ​ທີ 25 ພຶດສະພາ​
ທີ່​ຈະ​ມາ​ເຖິງ​ນີ້.

ແຕ່​ຄຳ​ຖາມ ກໍ​ມີ​ຢູ່​ວ່າ ສະຫະລັດຈະບັນລຸ​ຫຍັງ​ຈາ​ກການ​ສົ່ງກອງ​ກຳລັງ​ທະຫານ​ໄປ​ເພີ່ມ​ ​ໃນຈຳນວນນ້ອຍໆ​ນີ້ ​ໄປ​ຍັງ​ປະ​ເທດ​ທີ່ ມີ​ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ ຈຳນວນ 350
ພັນຄົນ ທີ່ພວມ​ທຳ​ການ​ສູ້​ລົບ​ຢູ່​ທີ່​ນັ້ນ​ແລ້ວ.

ຢ້ອນ​ກັບຄືນ​ໄປເມື່ອ​ເດືອນ​ມີນາ​ ຜ່ານ​ມາ​ນີ້ ສະມາຊິກ​ສະພາ​ສູງ John McCain ​ແລະ
Lindsey Graham ຊຶ່ງ​ທັງ​ສອງແມ່ນຢູ່​ໃນ​ຄະນະ​ກຳມະການ​ກອງທັບ​ຂອງ​ສະພາ​ສູງ
ທີ່​ໄດ້ຂຽນ​ຄວາມ​ຄິດ​ເຫັນ​ຂອງ​ພວກ​ທ່ານ​ລົງ​ໃນ​ໜັງສືພິມ Washington Post ທີ່​ມີ​
ຫົວ​ຂໍ້​ວ່າ“​ເປັນ​ຫຍັງ​ພວກ​ເຮົາ ຈຶ່ງ​ຈຳ​ເປັນ ​ທີ່​ຈະສົ່ງ​ກອງ​ກຳລັງ​ໄປເພີ່ມ​ ​ເພື່ອ​ທັບ​ມ້າງ​
ສະພາບ​ການບໍ່​ໄປ​ບໍ່​ມາ ​ໃນອັຟກາ​ນິສຖານ.

ທະຫານອາເມຣິກັນ ຄົນນຶ່ງ ກຳລັງລາດຕະເວນໃກ້ໆກັບສະໜາມປິນນາໆຊາດ Kabul ທີ່ Kabul, ອັຟການິສຖານ, 17 ພຶດສະພາ, 2015.
ທະຫານອາເມຣິກັນ ຄົນນຶ່ງ ກຳລັງລາດຕະເວນໃກ້ໆກັບສະໜາມປິນນາໆຊາດ Kabul ທີ່ Kabul, ອັຟການິສຖານ, 17 ພຶດສະພາ, 2015.

ມັນ​ເປັນ​ຄຳ​ຖາມ ທີ່​ທ່ານ​ທຣຳ ຕ້ອງ​ພິຈາລະນາໃນ​ຂະນະ​ທີ່​ທ່ານ​ໄດ້​ກວດກາເບິ່ງຂໍ້ສະ​ເໜີ ທີ່ທາງທີ່ປຶກສາ ໄດ້ມອບ​ໃຫ້ທ່ານ ຫວ່າງມໍ່ໆມານີ້.

ລັດຖະບານຂອງທ່ານທຣຳ ແມ່ນກຳລັງພິຈາລະນາເບິ່ງວ່າ ຈະສົ່ງກອງ​ກຳລັງ​ທະຫານ
ສະຫະລັດ ຈຳນວນ 3 ຫາ 5 ພັນ​ຄົນ ​ໄປເພີ່ມ​ໃນ​ອັຟກາ​ນິສຖານ ເພື່ອທີ່ຈະທັບມ້າງ​
ສະພາບການ​ບໍ່​ໄປ​ບໍ່​ມາ ​ໃນສົງຄາມຕໍ່ຕ້ານກັບກຸ່ມຕາລິບານ ທີ່ແກ່ຍາວ ມາໄດ້ 15 ປີ
ແລ້ວນັ້ນ.

ເຈົ້າໜ້າທີ່ຂອງລັດຖະບານກ່າວ່າ ທ່ານທຣຳ ເບິ່ງຄືວ່າ ຈະສົນທະນາເລື່ອງການເພີ່ມ
ກອງ​ກຳລັງ​ທະຫານສະຫະລັດ ​ເວລາທ່ານເຂົ້າຮ່ວມກອງ​ປະຊຸມ​ສຸດ​ຍອດ​ຂອງ​ອົງການ
​ເນ​ໂຕ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG