ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ​ພິຈາລະ​ນາຄະ​ດີ ພະ​ສາສະໜາອິສລາມ ຫົວຮຸນ​ແຮງ ຈາກອັງກິດ (ວີດີໂອ)


ພະ​ສອນ​ສາ​ສະໜາມຸສລິ​ມ ຫົວຮຸນ​ແຮງ Abu Hamza al-Masri
ພະ​ສອນ​ສາ​ສະໜາມຸສລິ​ມ ຫົວຮຸນ​ແຮງ Abu Hamza al-Masri
ການ​ພິຈາລະ​ນາຄະ​ດີ ພະ​ສອນ​ສາ​ສະໜາມຸສລິ​ມ ຫົວຮຸນ​ແຮງ
Abu Hamza al-Masri ​ໄດ້ໄຂຂຶ້ນຢູ່ນະຄອນ New York ​ຊຶ່ງ
ຝ່າ​ຍໄອ​ຍະ​ການ​ ລັດຖະບານກາງ​ ສະຫະລັດ ​ໄດ້ກ່າວ​ວ່າ ພະ​
ມຸສລິ​ມ ຫຼື ອີ​ມ່າມ ອາຍຸ 55 ປີ ຄົນ​ນີ້ ໄດ້ໃຊ້​ສາ​ສະໜາ ​ເພື່ອ​ປິດ
​ບັງບົດບາດ​ຂອງ​ຕົນ ​ໃນ​ການ​ປຸກລະດົມກໍ່​ການ​ຮ້າຍຢູ່​ທົ່ວ​ໂລກ.​

​ໃນ​ຄຳ​ຖະແຫຼງ ຕອນ​ໄຂ​ການ​ພິຈາລະ​ນະ​ຄະດີ ​ໃນ​ວັນ​ ພະຫັດ
ວານ​ນີ້ ຄະນະໄອ​ຍະ​ການ​ໄດ້ກ່າວ​ຕໍ່ ບັນດາ​ລູກ​ຂຸນ​ທີ່​ປະກອບ​
ດ້ວຍຜູ້​ຊາຍ 8 ຄົນ ​ແລະ ຜູ້​ຍິງ 4 ຄົນ ວ່າ ອີ​ມ່າມ Abu Hamza
ທີ່​ມີຊື່ວ່າ Mustafa Kamel Mustafa ​ໃນເວລາເກີ​ດນັ້ນ ​ໄດ້​
ໃຫ້ການ​ຊ່ວຍ​ເຫຼືອ ແກ່​ການ​ລັກຈັບ​ຕົວ​ປະກັນ ບັ້ນ​ຮ້າຍ​ແຮງ​ເຖິງ
​ຕາຍ ໃນ​ປີ 1998 ຢູ່ ​ເຢ​ເມັນ.

ນອກ​ນັ້ນ ຜູ້​ກ່ຽວ​ຍັງຖືກກ່າວຫາ​ວ່າ ສົ່ງ​ພວກ​ຜູ້​ຊາຍ​ໄປ​ຝຶກແອບ​ກັບ​ກຸາມ​ກໍ່​ການ​ຮ້າຍ al-Qiada ​ຢູ່ໃນ ອັຟກາ​ນິສຖານ ​ແລະ​ໄດ້​ຊ່ວຍ​ຊີ້​ນຳ ຄ້າຍ​ຝຶກແອບ​ກໍ່​ການ​ຮ້າຍ​ແຫ່ງ​ນຶ່ງ
​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອຂອງ​ສະຫະລັດ ອີກ​ດ້ວຍ. ຜູ້ກ່ຽວປະ​ເຊີນ​ກັບ​ຂໍ້ຫາຫຼາຍ
ກະ​ໂທ​ງ ທີ່​ພົວພັນ​ກັບ​ການກໍ່​ການ​ຮ້າ​ຍ ​ແລະປະ​ເຊີນ​ກັບ​ການ​ຖືກ​ຈຳ​ຄຸກ​ຕະຫຼອດຊີວິດ
ຖ້າຖືກ​ຕັດສິນວ່າຜິດ.
Trial of Egyptian Cleric Opens in New York
please wait

No media source currently available

0:00 0:02:03 0:00

ອີ​ມ່າມ Abu Hamza ປະຕິ​ເສດ​ຕໍ່​ ຂໍ້​ກ່າວ​ຫາທັງໝົດນັ້ນ ​ແລະ ​ໃນ​ວັນພະຫັດ​ວານ​ນີ້
ພວກທະນາຍ​ຄວາມຂອງລາວ​ໄດ້​ພະຍາຍາມ​ ບັນ​ລະ​ຍາຍ​ພາບ​ພົດ​ຂອງ​ລູກ​ຄວາມ​ຂອງ
​ຕົນ ວ່າ​ເປັນພຽງ​ນັກບວດທີ່​ມັກໃຊ້​ສຳນວນ​ໂວຫານ ​ແຂງ​ກະດ້າງ​ເທົ່າ​ນັ້ນ ​ເວລາ​ດຳລົງ
​ຊີວິດ​ຢຸ່​ໃນ​ປະ​ເທດ​ອັງກິດ.

ອັງກິດ​ໄດ້​ສົ່ງ​ຕົວ​ຜູ້ກ່ຽວ​ມາໃຫ້​ສະຫະລັດ ​ໃນ​ປີ 2012 ​ເພື່ອດຳ​ເນີນ ຄະດີ ຫລັງ​ຈາກ​ຮັບ
​ໃຊ້​ໂທດ​ຈຳ​ຄຸກ 7 ປີ​ຢູ່​ທີ່​ນັ້ນ ​ໃນຂໍ້​ຫາ​ຍຸຍົງ​ໃຫ້​ກໍ່ ການ​ຄາດ​ຕຈະ​ກຳ ​ແລະ​ຄວາມ​ກຽດ​ຊັງ​
ຍ້ອນ​ຜິວ​ພັນ ຈາກ​ວັດ​ຂອງ​ຜູ້ກ່ຽວ ​ໃນ​ຄຸ້ມ​ເໜືອ​ຂອງ​ນະຄອນຫລວງ​ລອນ​ດອນ.​
XS
SM
MD
LG