ລັດຖະມົນຕີກະຊວງການເງິນສະຫະລັດ ທ່ານນາງເຈແນັດ ແຢລເລັນ ກ່າວໃນວັນອາທິດວານນີ້ວ່າ 10 ຊົ່ວໂມງຂອງການສົນທະນາ ກັບພວກເຈົ້າໜ້າທີ່ຈີນ ຫວ່າງບໍ່ເທົ່າໃດມືຶ້ທີ່ຜ່ານມາໄດ້ “ໃຫ້ດອກອອກຜົນ” ແລະທ່ານນາງໄດ້ເດີນທາງອອກຈາກຈີນດ້ວຍຄວາມສຳພັນລະຫວ່າງສອງປະເທດມະຫາອຳນາດທີ່ “ທີ່ມີຄວາມແນ່ນອນຕື່ມຂຶ້ນ.”
“ສະຫະລັດ ແລະຈີນ ມີຄວາມບໍ່ເຫັນພ້ອມທີ່ສຳຄັນຫລາຍຢ່າງ” ທ່ານນາງແຢລເລັນ ໄດ້ກ່າວຢູ່ສະຖານທູດສະຫະລັດ ໃນປັກກິ່ງ ໂດຍໃຫ້ຂໍ້ສັງເກດ ໃນອັນທີ່ທ່ານນາງຮ້ອງວ່າ “ເປັນການປະຕິບັດແບບບໍ່ເປັນທຳທາງເສດຖະກິດ” ແລະການກະທໍາທີ່ເປັນການລົງໂທດ ຕໍ່ການດຳເນີນທຸລະກິດສະຫະລັດຢູ່ໃນຈີນ.
ແຕ່ທ່ານນາງແຢລເລັນ ກ່າວເພີ້ມວ່າ ທ່ານ ແລະປະທານາທິບໍດີໂຈ ໄບເດັນ “ເຊື່ອວ່າ ໂລກໃຫຍ່ພໍສຳລັບສອງປະເທດຂອງພວກເຮົາທີ່ຈະຈະເລີນຮຸ່ງເຮືອງ.” ສະຫະລັດ ແລະຈີນ ເປັນສອງປະເທດທີ່ມີເສດຖະກິດໃຫຍ່ສຸດຂອງໂລກ.
ດ້ວຍຄວາມສຳພັນລະຫວ່າງສອງປະເທດ ທີ່ຢູ່ໃນຈຸດຕໍ່າສຸດກ່ຽວກັບບັນຫາດ້ານຄວາມໝັ້ນຄົງແຫ່ງຊາດ ແລະການຄ້າ ພວກເຈົ້າໜ້າທີ່ສູງສຸດຂອງສອງປະເທດໄດ້ພົບປະກັນຫວ່າງບໍ່ເທົ່າໃດອາທິດທີ່ຜ່ານມາ ເພືຶ່ອຫາທາງຟື້ນຟູໃຫ້ຄວາມສຳພັນດັ່ງກ່າວເປັນປົກກະຕິເພີ້ມຂຶ້ນ. ລັດຖະມົນຕີຕ່າງປະເທດ ທ່ານແອນໂທນີ ບລິງເຄັນ ໄດ້ຢ້ຽມຢາມປັກກິ່ງເດືອນແລ້ວນີ້ ຊຶ່ງເປັນການຢ້ຽມຢາມເທື່ອທຳອິດຂອງນັກການທູດສູງສຸດສະຫະລັດ ແລະຫວ່າງການເປັນປະທານາທິບໍດີ ຂອງທ່ານໄບເດັນ. ທູດພິເສດກ່ຽວກັບດິນຟ້າອາກາດ ທ່ານຈອນ ແຄຣີ ກໍຄາດວ່າຈະໄປຢ້ຽມຢາມ ໃນທ້າຍເດືອນນີ້ເຊັ່ນກັນ.