ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ສຫລ ຮຽກຮ້ອງ ໃຫ້ຈີນ ປະຕິຮູບ ເງິນຕາ ຂອງຕົນ (ວີດີໂອ)


China US Economy SOTVO
please wait

No media source currently available

0:00 0:00:42 0:00
ລັດຖະມົນ​ຕີ​ການເງິນ​ສະຫະລັດ ທ່ານ Jack Lew ​ໄດ້​ຮຽກຮ້ອງ​
ໃຫ້​ຈີນ ອະນຸຍາດ​ໃຫ້​ ຕະຫຼາດ ​ມີ​ບົດ​ບາດຫຼາຍຂຶ້ນ ​ໃນການ​
ກຳນົດຄ່າ​ເງິນ​ຢວນ.

ທ່ານ Lew ​ໄດ້​ໃຫ້​ຄວາມ​ເຫັນ​ດັ່ງກ່າວ ​ໃນ​ວັນ​ອັງຄານ​ມື້​ນີ້
ກ່ອນ​ການ​ພົບ​ປະກັນ ກັບນາຍົກລັດຖະມົນຕີຈີນ ທ່ານ Li
Keqiang ​ແລະ​ຮອງນາຍົກລັດຖະມົນຕີຈີນ ທ່ານ Wang Yang.

ທ່ານ Lew ​ເວົ້າວ່າ ມັນ​ເປັນ​ການ​ສຳຄັນ​ທີ່​ຈີນ ​ໄດ້​ສະ​ແດງ​
ອອກ ເຖິງການ​ຕໍ່​ອາຍຸ​ກາ​ນຂອງ​ການ​ໝາຍໝັ້ນ​ຕັ້ງ​ໃຈ ໃນ​ການ​ເອົາ​ບາດກ້າວ ທີ່​ຈະ​ໃຫ້​ຕະຫຼາດ​ມີບົດບາດຫຼາຍຂຶ້ນໃນການ​ກຳນົດອັດຕາແລກປ່ຽນ​ເງິນຕາ​ ຊຶ່ງຈະ​ເປັນການ
ຊ່ອຍສະໜອງ​ໃຫ້ມີຄວາມກ້ຳ​ເກິ່ງຫຼາຍຂຶ້ນ ໃນການ​ເຕີບ​ໂຕ​ພາຍ​ໃນປະ​ເທດ ​ແລະ​ການ​ຄ້າ​ຂອງ​ໂລກ​ນຳດ້ວຍ ໃນຂະນະທີ່ກ້າວໄປສູ່ ນະໂຍບາຍທີ່ມີຄວາມໂປ່ງໃສ
ຫຼາຍຂຶ້ນກ່ຽວກັບການຕັ້ງອັດຕາແລກປ່ຽນນັ້ນ.

ປັກ​ກິ່ງ​ໄດ້​ປະກາດ​ໃນ​ເດືອນ​ມີນາ​ຜ່ານ​ມາ​ນີ້ວ່າ ຕົນ​ຈະອະນຸຍາດ​ໃຫ້​ຄ່າ​ຂອງເງິນ​ຢວນ
ສາມາດຂຶ້ນລົງໄດ້ຫລາຍຕື່ມ ຕໍ່​ເງິນ​ໂດ​ລ່າ​ສະຫະລັດ.

ວໍ ​ຊີງ​ຕັນ ​ຍິນດີຕໍ່​ການ​ເອົາ​ບາດກ້າວ​ທີ່​ວ່າ​ນີ້ ​ແຕ່​ທາງ​ກະຊວງ​ການເງິນ​ສະຫະລັດ ​ໄດ້ກ່າວ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້ວ່າ ​ຄ່າ​ເງິນ​ຢວນຂອງ​ຈີນ​ ​ແມ່ນຍັງຕ່ຳ​ກວ່າຄວາມເປັນຈິງ
ຢ່າງ​ຫຼວງຫຼາຍ ​ຢູ່.

ການ​ທີ່​ຄ່າ​ຂອງເງິນ​ຢວນ​ຕ່ຳ​ນັ້ນ ​ແມ່ນ​ເຮັດ​ໃຫ້ສິນຄ້າ​ຂອງ​ຈີນ ມີລາຄາ​ຖືກຢູ່ໃນ
ຕະຫຼາດ​ອາ​ເມຣິກັນ​ ແລະເຮັດ​ໃຫ້​ສິນຄ້າ​ສະຫະລັດ ມີລາຄາ​ແພງ​ກວ່າສິນຄ້າ​ຈີນຊຶ່ງ
ເຮັດໃຫ້ຈີນໄດ້ ປຽບໃນການສົ່ງອອກ.

ທ່ານ Lew ​ໄດ້ຮຽກຮ້ອງ​ໃຫ້​ຈີນ ​ເປີດຕະຫຼາດ​ຂອງ​ຕົນເພີ້ມຕື່ມ​ ຕໍ່​ພວກ​ນັກ​ລົງ​ທຶນ​ຕ່າງ
ປະ​ເທດ ​ໂດຍ​ກ່າວ​ວ່າ ສະຫະລັດ ຕ້ອງການຢາກ​ຈະ​ໃຫ້​ຄວາມສຳພັນດ້ານການຄ້າ ​
ທີ່​ເປີດ​ກວ້າງ ​ແລະ​ກ້ຳ​ເກິ່ງ​ຫລາຍຂຶ້ນ.
XS
SM
MD
LG