ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ສ​ຫລ ມຸ່ງ​ໜ້າ​ສູ່​ປະ​ເທດ​ຈີນ


ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ສະ​ຫະ​ລັດ ທ່ານ​ນາງ​ເຈ​ແນັດ ແຢ​ລ​ເລັນ ຂຶ້ນ​ເຮືອ​ບິນ ອອກ​ເດີນ​ທາງ​ໄປ​ປັກ​ກິ່ງ ຈາກ​ຖານ​ທັບ​ຮ່ວມ​ແອນດ​ຣູ ລັດ​ແມ​ຣີ​ແລນ ວັນ​ທີ 5 ກໍ​ລະ​ກົດ 2023.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ສະ​ຫະ​ລັດ ທ່ານ​ນາງ​ເຈ​ແນັດ ແຢ​ລ​ເລັນ ຂຶ້ນ​ເຮືອ​ບິນ ອອກ​ເດີນ​ທາງ​ໄປ​ປັກ​ກິ່ງ ຈາກ​ຖານ​ທັບ​ຮ່ວມ​ແອນດ​ຣູ ລັດ​ແມ​ຣີ​ແລນ ວັນ​ທີ 5 ກໍ​ລະ​ກົດ 2023.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຂອງ​ສະ​ຫະ​ລັດ ທ່ານ​ນາງ​ເຈ​ແນັດ ແຢ​ລ​ເລັນ ມີ​ກຳ​ນົດ​ທີ່​ຈະ​ເດີນ​ທາງ​ໄປ​ຈີນ ໃນ​ວັນ​ພະ​ຫັດ​ມື້ນີ້ ເພື່ອ​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່ອ​ະ​ວຸ​ໂສ ໃນ​ຄວາມ​ພະ​ຍາ​ຍາມ​ເທື່ອ​ຫຼ້າ​ສຸດ​ແກ້​ໄຂ​ບັນ​ຫາ​ຄວາມ​ສຳ​ພັນ​ທີ່​ເຄັ່ງ​ຕຶງ​ລະ​ປະ​ເທດ​ທັງ​ສອງ.

ກະ​ຊວງ​ການ​ເງິນ​ສະ​ຫະ​ລັດ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ ໃນ​ຕົ້ນ​ອາ​ທິດ​ນີ້​ວ່າ ການ​ຢ້ຽມ​ຢາມ​ຂອງທ່ານ​ນາງ​ແຢ​ລ​ເລັນ ​ຈະ​ມີ​ຂຶ້ນ​ໄປ​ຈົນ​ຮອດ​ວັນ​ອາ​ທິດ ພາຍ​ໃຕ້​ຄຳ​ສັ່ງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ເພື່ອ​ລົງ​ເລິກ​ການ​ຕິດ​ຕໍ່​ສື່​ສານ​ກ່ຽວ​ກັບ​ບັນ​ຫາ​ຕ່າງໆ ຮວມ​ທັງ​ການ​ພັດ​ທະ​ນາ​ດ້ານ​ການ​ເງິນ​ແລະ​ເສດ​ຖະ​ກິດ​ມະ​ຫາ​ພາກ.

ຖະ​ແຫຼງ​ການ​ກ່າວ​ວ່າ “ໃນ​ຂະ​ນະ​ຢູ່​ທີ່​ປັກ​ກິ່ງ ລັດ​ຖະ​ມົນ​ຕີ​ແຢ​ລ​ເລັນ​ຈະ​ປຶກ​ສາ​ຫາ​ລື​ກັບ​ເຈົ້າ​ໜ້າ​ທີ່​ຈີນ ​ກ່ຽວ​ກັບ​ຄວາມ​ສຳ​ຄັນ ​ຂອງ​ປະ​ເທດ​ພວກ​ເຮົາ ການ​ຕິດ​ຕໍ່​ສື່​ສານ​ໂດຍ​ກົງ​ກ່ຽວ​ກັບ​ຫຼາຍໆ​ຂົງ​ເຂດ​ທີ່​ມີ​ຄວາມ​ເປັນ​ຫ່ວງແລະ​ການ​ເຮັດ​ວຽກ​ຮ່ວມ​ກັນ​ເພື່ອ​ແກ້​ໄຂ​ບັນ​ຫາ​ທ້າ​ທາຍ​ຕ່າງໆ.”

ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ເງິນ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ອາ​ທິດ​ແລ້ວນີ້​ວ່າ ສະ​ຫະ​ລັດ​ຕ້ອງ​ການ​ຢາກ​ມີ​ຄວາມ​ສຳ​ພັນ​ທາງ​ດ້ານ​ເສດ​ຖະ​ກິດ​ທີ່​ເຂັ້ມ​ແຂງ​ກັບ​ຈີນ ແລະ​ການ​ຍຸ​ຕິ​ການ​ຄ້າ​ແລະ​ການ​ລົງ​ທຶນ ​ຢ່າງ​ເຕັມ​ອັດ​ຕານັ້ນ “ຈະ​ເຮັດ​ໃຫ້​ບໍ່​ມີ​ສະ​ຖຽນ​ລະ​ພາບ​ ສຳ​ລັບ​ປະ​ເທດ​ຂອງ​ພວກ​ເຮົາ​ທັງ​ສອງ​ ແລະ​ເສດ​ຖ​ະ​ກິດ​ຂອງ​ໂລກ​ນຳ​ດ້ວຍ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG