ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ສະ​ຫະ​ລັດ ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາມ ຈີນ


ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ສະ​ຫະ​ລັດ ທ່າ​ນ​ນາງ ຈາ​ເນັດ ແຢ​ລ​ເລັນ​ ກ່າວ​ຄຳ​ປາ​ໄສ​ ກ່ຽວ​ກັບ ສາຍ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ ສະ​ຫະ​ລັດ ແລະ ຈີນ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ຈອນ​ສ໌ ຮັອບ​ກິນ​ສ໌, 20 ເມ​ສາ 2023.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ສະ​ຫະ​ລັດ ທ່າ​ນ​ນາງ ຈາ​ເນັດ ແຢ​ລ​ເລັນ​ ກ່າວ​ຄຳ​ປາ​ໄສ​ ກ່ຽວ​ກັບ ສາຍ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ ສະ​ຫະ​ລັດ ແລະ ຈີນ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ຈອນ​ສ໌ ຮັອບ​ກິນ​ສ໌, 20 ເມ​ສາ 2023.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ສະ​ຫະ​ລັດ ທ່ານ​ນາງ ຈ​າ​ເນັດ ແຢ​ລ​ເລັນ ແມ່ນ​ມີ​ກຳ​ນົດ​ທີ່​ຈະ​ເດີນ​ທາງ​ໄປ​ ຈີນ ໃນ​ວັນ​ພະ​ຫັດ​ນີ້​ເພື່ອ​ພົບ​ປະ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່ອະວຸ​ໂສ​ໃນ​ຄວາມ​ພະ​ຍາ​ຍາມ​ຄັ້ງຫຼ້າ​ສຸດ​ ເພື່ອ​ແກ້​ໄຂ​ສາຍ​ພົວ​ພັນ​ທີ່​ຕຶງ​ຄຽດ ​ລະ​ຫວ່າງ​ສອງ​ປະ​ເທດ​ນັ້ນ.

ກະ​ຊວງ​ການ​ເງິນ​ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ເມື່ອ​ວັນ​ອາ​ທິດ​ວານນີ້​ວ່າ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາງ ແຢ​ລ​ເລັນ ຈະ​ເກີດ​ຂຶ້ນ​ຈາກວັນ​ທີ 6 ຫາ 9 ກໍ​ລະ​ກົດ ແລະ ໄດ້​ມີ​ຂຶ້ນ​ລຸນ​ຫຼັງ​ການ​ຊີ້​ນຳ​ຈາກ​ປະ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ເພື່ອ​ທຳ​ການ​ສື່​ສານ​ໃຫ້​ເລິກເຊິ່ງກວ່າ​ເກົ່າ​ ໃນ​ບັນ​ຫາ​ຕ່າງໆ​ທີ່​ລວ​ມ​ມີ​ການ​ພັດ​ທະ​ນາ​ດ້ານ​ການ​ເງິນ ແລະ ເສດ​ຖະ​ກິດ​ມະ​ຫາ​ພາກ​ໃນ​ໂລກ.

ຖະ​ແຫຼງ​ການ​ນັ້ນ​ໄດ້​ກ່າວ​ວ່າ “ໃນ​ຂະ​ນະ​ທີ່​ຢູ່​ໃນ ປັກ​ກິ່ງ, ລັດ​ຖະ​ມົນ​ຕີ ແຢ​ລ​ເລັນ ຈະ​ປຶກ​ສາ​ຫາ​ລື​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ ສ​ປ ຈີນ ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ​ປະ​ເທດ​ຂອງ​ພວກ​ເຮົາ, ໃນ​ຖາ​ນະ​ເປັນ​ສອງ​ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ໃຫຍ່​ທີ່​ສຸດ​ໃນ​ໂລກ, ເພື່ອ​ຈັດ​ການ​ສາຍ​ພົ​ວ​ພັນ​ຂອງ​ພວກ​ເຮົາ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ, ສື່​ສານ​ໂດຍ​ກົງ ກ່ຽວ​ກັບ ຂົງ​ເຂດ​ທີ່​ມີ​ຄວາມ​ເປັນ​ຫ່ວງ, ແລະ ເຮັດ​ວຽ​ກ​ຮ່ວມ​ກັນ​ເພື່ອ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ໃນ​ທົ່ວ​ໂລກ.”

ເຈົ້າ​ໜ້າ​ທີ່ອະ​ວຸ​ໂສກະ​ຊວງ​ການ​ເງິນ​ຄົນ​ນຶ່ງ​ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ເມື່ອ​ວັນ​ອາ​ທິດ​ວານນີ້​ວ່າ ສະ​ຫະ​ລັດ ຢາກ​ມີ​ສາຍ​ພົວ​ພັນ​ທາງ​ເສ​ດ​ຖະ​ກິດ​ທີ່​ແຂງ​ແຮງ ​ກັບ ຈີນ ແລະ ວ່າ​ການ​ຢຸດ​ການ​ຄ້າ ແລະ ການ​ລົງທຶນ​ຢ່າງ​ເຕັມ​ທີ່ “ຈະ​ສ້າງ​ຄວາມບໍ່​ໝັ້ນ​ຄົງ​ໃຫ້​ທັງ​ສອງ​ປະ​ເທດ ແລະ ເສດ​ຖະ​ກິດ​ໂລກ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG