ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ເຕືອນເທີກີວ່າ ອາດຈະຖືກ ລົງໂທດ ເພີ້ມອີກ ຖ້າບໍ່ປ່ອຍ ຄຸນພໍ່ ອາເມຣິກັນ ໃຫ້ເປັນ ອິດສະຫລະ ໃນໄວໆ ນີ້


ລັດຖະມົນຕີ​ການເງິນສະຫະລັດ ທ່ານ​ສະ​ຕີ​ເວີນ ມນູ​ຈິນ ກ່າວ​ຕໍ່ພວກນັກຂ່າວ ໃນທໍານຽບຂາວ ໃນວັນທີ 26 ກໍລະກົດ 2018.
ລັດຖະມົນຕີ​ການເງິນສະຫະລັດ ທ່ານ​ສະ​ຕີ​ເວີນ ມນູ​ຈິນ ກ່າວ​ຕໍ່ພວກນັກຂ່າວ ໃນທໍານຽບຂາວ ໃນວັນທີ 26 ກໍລະກົດ 2018.

ລັດຖະມົນ​ຕີ​ເທີ​ກີ​ຄົນ​ນຶ່ງ​ກ່າວໃນ​ວັນ​ສຸກ​ມື້​ນີ້​ວ່າ ປະ​ເທດ​ຂອງ​ທ່ານ​ຈະ​ຕອບ​ໂຕ້ ​ຄືນ
ຖ້າ​ຫາກ​ສະ​ລັດ​ວາງ​ມາດ​ຕະການ​ລົງ​ໂທດຍ້ອນການ​ສືບຕໍ່ກັກ​ຂັງ​ຄຸນ​ພໍ່​ສະຫະລັດ.

ລັດຖະມົນຕີ​ການ​ຄ້າເທີກີ ​ທ່ານຣູຊາລ ​ເພິ​ກການ ທີ່​ອົງການ​ຂ່າວອານາ​ໂດ​ລີ ຊຶ່ງເປັນ
ອົງການຂ່າວທາງ​ການຂອງເທີກີໄດ້ອ້າງເຖິງຄໍາເວົ້າຂອງທ່ານ​ວ່າ “ພວກ​ເຮົາ​ໄດ້​ຕອບ
​ໂຕ້​ໄປແລ້ວ ໂດຍອີງ​ຕາມກົດ​ລະບຽບຂອງອົງການ​ຄ້າ​ໂລກ ​ແລະກໍ​ຈະສືບຕໍ່​ປະຕິບັດ
ເຊັ່ນນັ້ນຕໍ່ໄປອີກ.”

ລັດຖະມົນຕີ​ການເງິນສະຫະລັດ ທ່ານ​ສະ​ຕີ​ເວີນ ມນູ​ຈິນ ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ
ສະຫະລັດພ້ອມ​ແລ້ວທີ່​ຈະ​ວາງ​ມາດ​ຕະການ​ລົງ​ໂທດ​ເພີ້​ມຂຶ້ນຕໍ່​ເທີ​ກີ ຖ້າ​ຫາກ​ຄຸນ​ພໍ່
​ອ​າ​ເມຣິກັນ ທ່ານແອ​ນດຣູ ບຣັນສັນ ທີ່​ຖືກ​ກັກ​ຂັງນັ້ນ ບໍ່​ຖືກ​ປ່ອຍ​ໂຕ​ອອກຈາກ​ການ​
ກັກ​ບໍລິ​ເວນ.

ທ່ານ​ມະນູ​ຈິນ​ໄດ້​ອ່ານຖະ​ແຫຼງການດັ່ງກ່າວ ໃນ​ລະຫວ່າງທີ່ຢູ່ໃນ​ກອງ​ປະຊຸມ​ຄະນະ​ບໍ
ລິຫານລັດຖະບານ ​ກັບ​ປະທານາທິບໍດີ ທີ່ມີບັນ​ດາ​ນັກ​ຂ່າວເຂົ້າຮ່ວມນໍາ. ທ່ານ​ກ່າວ
​ເພີ້​ມວ່າ “ພວກ​ເຮົາ​ໄດ້​ວາງ​ການ​ລົງ​ໂທດ​ຫຼາຍ​ຢ່າງ ​ແກ່​ສະມາຊິກ​ບໍລິຫານ​ເຂົາ​ເຈົ້າ.
ທ່ານ​ໄດ້​ກ່າວ​ເພີ້​ມວ່າ “ພວກ​ເຮົາ​ຍັງມີການລົງໂທດ​ເພີ້​ມອີກ ທີ່​ພວກ​ເຮົາ​ໄດ້​ວາງແຜນ
ວ່າຈະ​ເຮັດ ​ຖ້າ​ຫາກ​ເຂົາ​ເຈົ້າ​ບໍ່​ປ່ອຍ​ໂຕ​ຄຸນພໍ່​ຢ່າງ​ໄວວາ.”

​ໃນ​ຕົ້ນ​ເດືອນ​ນີ້​ກະຊວງ​ການເງິນ​ສະຫະລັດ​ໄດ້​ລົງ​ໂທດຕໍ່​ລັດຖະມົນຕີ​ຍຸ​ຕິ​ທຳ ​ແລະ​ກະ
ຊວງ​ພາຍ​ໃນເທີ​ກີ ເພື່ອ​ຕອບ​ໂຕ້​ຕໍ່​ການ​ກັກ​ຂັງ​ຄຸນ​ພໍ່​ບຣັນສັນນັ້ນ. ຄຸນ​ພໍ່​ບຣັນສັນ​ໄດ້​ຢູ່​
ປະ​ເທດ​ເທີ​ກີ​ມາ​ເປັນ​ເວລາ 20 ປີ ​ແລະ​ຫົວໜ້າ​ໂບດ​ເອ​ແວນ​ເຈີ​ລິ​ກາລ ທີ່ມີຫລາຍກວ່າ
20 ​ຄົນ​ຢູ່ເມືອງທ່າ​ເຮືອອິສ​ເມີຣ.

​ເທີ​ກີ​ໄດ້​ກ່າວ​ຫາ​ທ່ານ​ເບ​ຣນສັນວ່າ​ ໃຫ້ການ​ສະໜັບສະ​ໜູນ​ແກ່ທ່ານ​ເຟດທູ​ລາ ກູລ​ເລິນ
ຜູ້​ທີ່​ຖືກ​ກ່າວ​ຫາ​ວ່າ ​ເປັນ​ຜູ້​ວາງ​ແຜ​ນຢູ່​ເບື້ອງ​ຫຼັງ​ການດໍາເນີນຄວາມ​ພະຍາຍາມເຮັດ​ລັດ
ຖະປະຫານ​ໃນ​ປີ 2016 ​ແລະເປັນນັກສືບ​ສອດ​ແນມ. ຄຸນ​ພໍ່ເບຣນ​ສັນ ​ໄດ້​ຖືກ​ຕິດ​ຄຸກ
​ແຕ່​ເດືອນ​ຕຸລາ 2016 ຈົນຮອດເດືອນ​ກໍລ​ະກົດ 2018 ​ຈຶ່ງຖືກ​ປ່ອຍໂຕອອກມາໃຫ້ຢູ່ໃນ
​ການ​ກັກ​ບໍລິ​ເວນເພື່ອ​ລໍຖ້າ​ການ​ດຳ​ເນີນ​ຄະດີ.

ເບິ່ງວີດິໂອທີ່ກ່ຽວຂ້ອງກັບຂ່າວນີ້

US to Impose More Sanctions on Turkey Over Detained Pastor
please wait

No media source currently available

0:00 0:02:20 0:00

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG