ລັດຖະບານທ່ານໂອບາມາ ໄດ້ຕຳໜິຕິຕຽນຈີນອີກຄັ້ງໃໝ່ ທີ່ຕັ້ງ
ຄ່າເງິນຕາຂອງຕົນຕໍ່າເກີນໄປ ແຕ່ບໍ່ເຖິງກັບຂັ້ນທີ່ເອີ້ນກຸງປັກ
ກິງວ່າເປັນຜູ້ຄວບຄຸມເງິນຕານັ້ນ.
ຢູໃນລາຍງານປີນຶ່ງສອງເທື່ອຕໍ່ລັດຖະສະພາສະຫະລັດ ໃນ
ວັນພຸດວານນີ້ ກະຊວງການເງິນສະຫະລັດຮັບຮູ້ວ່າ ຄ່າຂອງ
ເງິນຢວນ ຂອງຈີນກຳລັງສູງຂຶ້ນ ແຕ່ບໍ່ເພີ່ມຂຶ້ນໄວຫຼືບໍ່ສູງຂຶ້ນ
ຫຼາຍເທົ່າທີ່ຕ້ອງການ.
ໃນການຕອບຕໍ່ລາຍງານສະບັບນີ້ທ່ານນາງ Hua Chunying
ໂຄສົກປະຈຳກະຊວງການຕ່າງປະເທດຈີນ ກ່າວໃນວັນພະຫັດ
ມື້ນີ້ວ່າ ກຸງປັກກິງໄດ້ທຳຄວາມຄືບໜ້າກ່ຽວກັບເລື້ອງເງິນຕາຂອງຕົນ ແລະທ່ານນາງ
ຮຽກຮ້ອງໃຫ້ສະຫະລັດບໍ່ໃຫ້ລົບກວນສາຍພົວພັນດ້ານການຄ້າລະຫວ່າງສອງປະເທດ
ທີ່ມີເສດຖະກິດໃຫຍ່ທີ່ສຸດຂອງໂລກ.
ລັດຖະບານກຸງວໍຊິງຕັນໄດ້ກ່າວຫາກຸງປັກກິງມາເປັນເວລາດົນນານແລ້ວວ່າ ກຸງປັກກິງ
ຮັກສາຄ່າເງິນຕາຂອງຕົນໃຫ້ຢູ່ໃນລະດັບຕໍ່າກວ່າຄວາມເປັນ ເຮັດໃຫ້ພວກບໍລິສັດຂອງ
ຈີນໄດ້ປຽບຢ່າງບໍ່ຍຸຕິທຳຕໍ່ພວກບໍລິສັດຂອງສະຫະລັດ.
ຄ່າເງິນຕາທີ່ມີລາຄາຕໍ່າຂອງຈີນເຮັດໃຫ້ລາຄາສິນຄ້າຂອງຈີນຖືກກວ່າຢູ່ໃນສະຫະລັດ ແລະ
ເຮັດໃຫ້ສິນຄ້າອາເມຣິກັນໃນຈີນມີລາຄາແພງກວ່າ.
ລາຍງານຂອງກະຊວງການເງິນສະຫະລັດເອີ້ນເງິນຢວນວ່າ ມີຄ່າຕໍ່າຢ່າງຫຼວງຫຼາຍ ແລະ
ສະເໜີແນະວ່າ ຈີນໄດ້ຮັກສາບໍ່ໃຫ້ຄ່າເງິນຕາຂອງຕົນເພີ່ມຂຶ້ນໂດຍເລີ້ມຕົ້ນໃໝ່ນະໂຍບາຍ
ແຊກແຊງຂອງລັດຖະບານ ໂດຍສະເພາະໃນການຮັບຊື້ເງິນຕາຕ່າງປະເທດຢ່າງຫຼວງຫຼາຍ
ໃນປີນີ້.
ແຕ່ລາຍງານສະບັບນີ້ບໍ່ໄດ້ລະບຸຈີນວ່າ ເປັນຜູ້ເຂົ້າຄວບຄຸມເງິນຕາ ຊຶ່ງເປັນການລະບຸທີ່ສາມາດ
ນຳພາໃຫ້ມີການລົງໂທດດ້ານການຄ້າຕໍ່ຈີນໄດ້ໃນອະນາຄົດ ແລະຈະກະຕຸ້ນໃຫ້ກຸງປັກກິງສະ
ແດງປະຕິກິລິຍາແບບໂມໂຫໂທໂສໄດ້ ແລະເວົ້າຕໍ່ໄປວ່າ ສະຫະລັດຈະສືບຕໍ່ຕິດຕາມເບິ່ງຄ່າ
ຂອງເງິນຢວນ ແລະກົດດັນໃຫ້ຈີນທຳການປ່ຽນແປງນະໂຍບາຍດ້ານເງິນຕາຂອງຕົນຕໍ່ໄປ.
ປະທານາທິບໍດີ ບາຣັກ ໂອບາມາໄດ້ໂຕ້ແຍ້ງວ່າ ຈີນເບິ່ງຄືວ່າຈະທຳການປະຕິຮູບທາງດ້ານ
ເສດຖະກິດຂອງຕົນຖ້າຫາກສະຫະລັດໃຊ້ວິທີການທີ່ເປັນປໍລະປັກນ້ອຍລົງ. ເທື່ອຫຼ້າສຸດທີ່
ສະຫະລັດຕັ້ງເອີ້ນຈີນວ່າ ເປັນຜູ້ເຂົ້າຄວບຄຸມເງິນຕາ ແມ່ນໃນປີ 1994 ພາຍໃຕ້ລັດຖະບານ
ຂອງອະດີດປະທານາທິບໍດີ ບີລ ຄລິນຕັນ.