ໃນວັນອັງຄານວານນີ້ ລັດຖະມົນຕີການເງິນສະຫະລັດ ທ່ານ Jack
Lew ໄດ້ຊຸກຍູ້ໃຫ້ ບັນດາຜູ້ນຳຢູເຄຣນ ສືບຕໍ່ດຳເນີນງານໃນການ
ຈັດແຈງໜີ້ສິນຂອງຕົນໃໝ່ ໂດຍກ່າວວ່າ ເງິນກູ້ຢືມຂອງອົງການ
ກອງທຶນສາກົນ ຫຼື IMF ແມ່ນບັງຄັບໃຫ້ທຸກໆຄົນຈະຕ້ອງ
“ເສຍສະລະຮ່ວມກັນ.”
ທ່ານ Lew ໄດ້ພົບປະກັບນາຍົກລັດຖະມົນຕີຢູເຄຣນ ທ່ານ
Arseniy Yatsenyuk ແລະລັດຖະມົນຕີການເງິນ ທ່ານນາງ
Natalie Jaresko ທີ່ນະຄອນຫຼວງວໍຊີງຕັນ ໃນວັນອັງຄານ
ວານນີ້. ທັງສອງທ່ານໄດ້ມາວໍຊີງຕັນ ເພື່ອກົດດັນໃຫ້ IMF
ປ່ອຍເງິນກູ້ງວດທີ 2 ໃນຈຳນວນເງິນ 17 ພັນ 5 ຮ້ອຍລ້ານໂດລ່າ ໃຫ້ແກ່ຕົນ ເພື່ອຊຸກຍູ້ເສດຖະກິດທີ່ກຳລັງ ດີ້ນຮົນ.
ອົງການ IMFຕະຫຼອດມາແມ່ນຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບເງິນກູ້ຢືມນີ້ ປະຕິຮູບທາງດ້ານເສດຖະກິດທີ່ບາງຄັ້ງມັນອາດຈະຂົມຂື່ນ ກ່ອນທີ່ຈະຈ່າຍເງິນກູ້ໃຫ້.
ທ່ານ Yatsenyuk ໄດ້ບອກກັບ ສະພາ Atlantic ທີ່ວໍຊີງຕັນ ໃນວັນອັງຄານວານນີ້ວ່າ ລັດຖະບານຂອງທ່ານນັ້ນໄດ້ກະທຳທຸກສິ່ງຢ່າງ ເພື່ອປິດຊ່ອງຫວ່າງຂອງງົບປະມານຮວມ ທັງໂຈະການໃຊ້ຈ່າຍທາງດ້ານສັງຄົມ ແລະຕັດຮອນໂຄງການບຳເນັດບຳນານລົງ. ທ່ານໄດ້ກ່າວອີກວ່າ ຢູເຄຣນຍັງຈຳເປັນທີ່ຈະຕ້ອງໄດ້ຮັບການສະໜັບສະໜຸນທາງດ້ານການເງິນຢ່າງຫຼວງຫຼາຍ ໂດຍຮຽກຮ້ອງ ເພື່ອໃຫ້ມີສະຖຽນລະພາບທາງດ້ານເສດຖະກິດນັ້ນວ່າ ເປັນ “ໂຄງການຂອງໂລກເສລີ.”
ທ່ານ Yatsenyuk ໄດ້ເອີ້ນຄວາມເຂັ້ມແຂງຂອງຢູເຄຣນ ເປັນຄຳຕອຍທີ່ດີທີ່ສຸດ ຕໍ່ຣັດເຊຍ ແລະປະທານາທິບໍດີ Vladimir Putin.
ສົງຄາມຕໍ່ຕ້ານພວກຫົວແບ່ງແຍກດິນແດນທີ່ໜຸນຫຼັງໂດຍຣັດເຊຍ ໃນພາກຕາເວັນອອກຂອງຢູເຄຣນໄດ້ເຮັດໃຫ້ປະເທດດັ່ງກ່າວ ເກືອບວ່າຈະລົ້ມລະລາຍ.
ວໍຊີງຕັນວາງແຜນທີ່ຈະເປັນເຈົ້າພາບຈັດກອງປະຊຸມການລົງທຶນຢູເຄຣນ-ອາເມຣິກັນ ໃນເດືອນໜ້ານີ້ ເພື່ອຊອກຫາແລະດຶງດູງເອົາເງິນໂດລາທີ່ມີຄວາມຈຳເປັນເຂົ້າໄປໃນຢູເຄຣນ.