ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ມົນ​ຕີ ການ​ເງິນ ສະ​ຫະ​ລັດ: ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຍິນ​ດີຢ່າງ​ຍິ່ງ ທີ່​ຈະ​ເກັບ​ພາ​ສີ ຈີນ ຕື່ມ


ລັດ​ຖະ​ມົນ​ຕີ ກະ​ຊວງ ການ​ເງິນ ສະ​ຫະ​ລັດ ື​ທ່ານ ສ​ຕີ​ຟ ມະ​ນູ​ຊິນ ລົມ​ກັບ​ສະ​ມາ​ຊິກ​ຜູ້​ແທນ​ຄົນ​ນຶ່ງ ໃນະ​ລະ​ຫວ່າງ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ເງິນ G-20 ແລະ ກອງ​ປະ​ຊຸມຫົວ​ໜ້າ​ທະ​ນາ​ຄານ​ກາງ ໃນ​ແຂວງ ຟູ​ກຸ​ໂອ​ກະ, ຍີ່​ປຸ່ນ. 8 ມິ​ຖຸ​ນາ, 2019.
ລັດ​ຖະ​ມົນ​ຕີ ກະ​ຊວງ ການ​ເງິນ ສະ​ຫະ​ລັດ ື​ທ່ານ ສ​ຕີ​ຟ ມະ​ນູ​ຊິນ ລົມ​ກັບ​ສະ​ມາ​ຊິກ​ຜູ້​ແທນ​ຄົນ​ນຶ່ງ ໃນະ​ລະ​ຫວ່າງ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ເງິນ G-20 ແລະ ກອງ​ປະ​ຊຸມຫົວ​ໜ້າ​ທະ​ນາ​ຄານ​ກາງ ໃນ​ແຂວງ ຟູ​ກຸ​ໂອ​ກະ, ຍີ່​ປຸ່ນ. 8 ມິ​ຖຸ​ນາ, 2019.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ສະ​ຫະ​ລັດ ທ່ານ ສ​ຕີ​ເວັນ ມະ​ນູ​ຊິນ ໄດ້​ກ່າວ​ໃນ​ວັນ​ອາ
ທິດວານນີ້ວ່າ ປທະນາທິບໍດີ ດໍໂນລ ທຣຳ ຈະ “ຍິນດີຢ່າງເປັນທີ່ສຸດ” ທີ່ຈະເກັບພາສີ
ສິນຄ້ານຳເຂົ້າຈາກ ຈີນ ເພີ່ມເຕີມ ຖ້າທ່ານບໍ່ສາມາດບັນລຸຂໍ້ຕົກລົງກັບປະທານປະເທດ
ຈີນ ທ່ານ ສີ ຈິ່ນຜິງ.

ປະ​ທານ​ທັງ​ສອງ​ທ່ານ​ມີ​ກຳ​ນົດ​ທີ່​ຈະ​ພົບ​ປະ​ກັນ​ໃນ​ທ້າຍ​ເດືອນນີ້ ໃນ​ກອງ​ປະ​ຊຸມ​ກຸ່ມ​ 20
ປະເທດໃນ ຍີ່ປຸ່ນ.

ທ່ານ ມະ​ນູ​ຊິນ ໄດ້​ກ່າວ​ຕໍ່​ໂທ​ລະ​ພາບ CNBC ວ່າ “ພວກ​ເຮົາ​ໄດ້​ທຳ​ຄວາມ​ກ້າວ​ໜ້າ​
ຢ່າງຫຼວງຫຼາຍ, ຂ້າພະເຈົ້າຄິດວ່າພວກເຮົາມີຂໍ້ຕົກລົງທີ່ເກືອບສຳເລັດ 90 ເປີເຊັນ
ແລ້ວ. ຈີນ ຢາກກັບໄປເບິ່ງ ກ່ຽວກັບ ບາງຢ່າງ.”

ທ່ານ ມະ​ນູ​ຊິນ ໄດ້​ກ່າວ​ວ່າ “ພວກ​ເຮົາ​ໄດ້​ຢຸດ​ການ​ເຈ​ລະ​ຈາ,” ດ້ວຍ​ບາດ​ກ້າວ​ຕໍ່​ໄປ​
ແມ່ນຂຶ້ນກັບ ກອງປະຊຸມຂອງທ່ານ ທຣຳ ກັບ ທ່ານ ສີ ໃນເມືອງ ໂອຊາກາ ທີ່ກອງ
ປະຊຸມສຸດຍອດ G-20 ຂອງບັນດາຜູ້ນຳປະເທດທີ່ມີເສດຖະກິດໃຫຍ່ ໃນວັນທີ 28-
29 ມິຖຸນາ.

ທ່ານ ມະ​ນູ​ຊິນ ໄດ້​ເວົ້າ​ວ່າ “ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຈະ​ເປັນ​ຜູ້​ຕັດ​ສິນ​ໃຈຫຼັງ​ຈາກ​ການ​ປະ
ຊຸມ. ຂ້າພະເຈົ້າເຊື່ອວ່າຖ້າ ຈີນ ມົນຄວາມຍິນດີທີ່ຈະກ້າວໄປໜ້າ ໃນເງື່ອນໄຂທີ່ພວກ
ເຮົາໄດ້ລົມກັນນັ້ນ, ພວກເຮົາກໍຈະໄດ້ຂໍ້ຕົກລົງ. ຖ້າເຂົາເຈົ້າບໍ່ເຮັດ, ພວກເຮົາກໍຈະດຳ
ເນີນການເກັບພາສີ.”

ທ່ານ ທ​ຣຳ ໄດ້​ເກັບ​ພາ​ສີ​ຕໍ່​ສິນ​ຄ້າ ຈີນ ມູນ​ຄ່າ 200 ຕື້​ໂດ​ລາ​ແລ້ວ, ແຕ່​ຕອນນີ້ ແມ່ນ​
ກຳລັງຄິດ ກ່ຽວກັບ ການເກັບພາສີເພີ່ມເຕີມ ຕໍ່ຜະລິດຕະພັນ ຈີນ ມີຄວາມ 325 ຕື້
ໂດລາ. ນັ້ນຈະລວມມີສິນຄ້າສົ່ງອອກຂອງ ຈີນ ເກືອບໝົດຢ່າງ ທີ່ສົ່ງໄປ ສະຫະລັດ.
ສອງປະເທດທີ່ມີເສດຖະກິດໃຫຍ່ທີ່ສຸດຂອງໂລກ ໄດ້ຕອບໂຕ້ກັນເປັນເວລາຫຼາຍ
ເດືອນ ກ່ຽວກັບ ຂໍ້ຕົກລົງການຄ້າ, ແຕ່ບໍ່ສາມາດທີ່ຈະບັນລຸຂໍ້ຕົກລົງນຳກັນ.

ການ​ຂົ່ມ​ຂູ່​ຂຶ້ນ​ພາ​ສີ​ຂອງ​ທ່ານ ທ​ຣຳ ໄດ້​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ເງິນ​
ຂອງປະເທດ G-20 ປະຊຸມກັນໃນແຂວງ ຟູກູໂອກະ, ປະເທດ ຍີ່ປຸ່ນ, ໂດຍເວົ້າວ່າ
ຄວາມຂັດແຍ້ງດ້ານການຄ້າ ແລະ ພູມສາດການເມືອງ ແມ່ນກຳລັງສ້າງຄວາມສ່ຽງ
ຕໍ່ການເຕີບໂຕຂອງເສດຖະກິດໂລກ, ແຕ່ການຢືນຢັດຂອງ ສະຫະລັດ, ໄດ້ເຮັດໃຫ້
ມີການຮຽກຮ້ອງ “ເພື່ອຮັບຮູ້ເຖິງຄວາມຕ້ອງການອັນຮີບດ່ວນ ເພື່ອແກ້ໄຂຄວາມເຄັ່ງ
ຕຶງທາງການຄ້ານັ້ນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG