ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ ສະ​ຫະ​ລັດ ເວົ້າ​ວ່າ "ຈະ​ເກີດ​ໄພ​ຫາ​ຍະ​ນະ ​ດ້ານ​ການ​ເງິນ" ຖ້າບໍ່​ຂຶ້ນ​ເພ​ດານ​ໜີ້​ສິນ


ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ສະ​ຫະ​ລັດ ທ່ານ​ນາງ ຈາ​ເນັດ ແຢ​ລ​ເລັນ ກ່າວ​ຄຳ​ປາ​ໄສ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ຈອນ​ສ໌ ຮັອບ​ກິນ​ສ໌, 20 ເມ​ສາ 2023.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ສະ​ຫະ​ລັດ ທ່ານ​ນາງ ຈາ​ເນັດ ແຢ​ລ​ເລັນ ກ່າວ​ຄຳ​ປາ​ໄສ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ຈອນ​ສ໌ ຮັອບ​ກິນ​ສ໌, 20 ເມ​ສາ 2023.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ສະ​ຫະ​ລັດ ​ທ່ານ​ນາງ ຈາ​ເນັດ ແຢ​ລ​ເລັນ ໄດ້​ເຕືອນ​ໃນ​ວັນ​ອາ​ທິດ​ວານນີ້ ກ່ຽວ​ກັບ “ໄພ​ຫາ​ຍະ​ນະ​ດ້ານ​ເສດ​ຖະ​ກິດ ແລະ ການ​ເງິນ” ສຳ​ລັບ​ເສດ​ຖະ​ກິດ ສະ​ຫະ​ລັດ ແລະ ໂລກ ຖ້າ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ແລະ ລັດ​ຖະ​ສະ​ພາບໍ່​ສາ​ມາດ​ຕົກ​ລົງ​ກັນ ກ່ຽວ​ກັບ ການ​ຂຶ້ນ​ເພ​ດານໜີ້ ສິນ​ຂອງ​ປະ​ເທດ ສະ​ນັ້ນ​ລັດ​ຖະ​ບານ​ຈຶ່ງ​ສາ​ມາດ​ສືບ​ຕໍ່​ຈ່າຍ​ຄ່າ​ໜີ້​ຕ່າງໆ​ຂອງ​ເຂົາ​ເຈົ້າ.

ທ່ານ​ນາງ ແຢລ​ເລັນ ໄດ້​ກ່າວ​ຕໍ່​ລາຍ​ການ This Week ຂອງ​ໂທ​ລະ​ພາບ ABC ວ່າ “ຕົ້ນ​ເດືອນ​ມິ​ຖຸ​ນາ ແມ່ນ​ເວ​ລາ​ທີ່​ພວກ​ເຮົາ​ໝົດ​ເງິນ​ສົດ​ເພື່ອ​ຈ່າຍ​ໜີ້​ທີ່​ມີ​ຢູ່. ແນວ​ໃດ​ກໍ່​ຕາມ​ ທ່ານ​ນາງ​ໄດ້​ກ່າວ​ຕື່ມ​ວ່າ “ມັນ​ມີ​ຄວາມບໍ່​ແນ່ນອນຫຼາຍ​ຢ່າງ” ກ່ຽວ​ກັບ ວ່າ​ມັນ​ອາດ​ເປັນ​ມື້​ໃດ​ແທ້.

ກະ​ຊວງ​ການ​ເງິນ ສະ​ຫະ​ລັດ ແມ່ນ​ໄດ້​ເອົາ​ “ມາ​ດ​ຕະ​ການ​ພິ​ເສດ” ແລ້ວ​ເພື່ອ​ສື​ບ​ຕໍ່​ໃຊ້​ໜີ້​ນັບ​ຕັ້ງ​ແຕ່​ໄດ້​ເຖິງ​ຂີດ​ຈຳ​ກັດ​ການ​ກູ້​ຢືມ​ເງິນ ສາມ​ສິບ​ເອັດ​ພັນ​ສີ່ຮ້ອຍຕື້​ໂດ​ລາ ຂອງ​ປະ​ເທດ​ໃນ​ເດືອນ​ມັງ​ກອນ​ທີ່​ຜ່ານ​ມາ, ແຕ່​ທ່ານ​ນາງ ແຢ​ລ​ເລັນ ໄດ້​ກ່າວ​ວ່າ, “ຄວາ​ມ​ສາ​ມາດ​ຂອງ​ພວກ​ເຮົາ​ທີ່​ຈະ​ເຮັດ​ສິ່ງ​ນັ້ນ​ແມ່ນ​ກຳ​ລັງ​ຈະ​ໝົດ​ລົງ ແລະ ພວກ​ເຮົາ​ຈະ​ເລີ່ມ​ໝົດ​ເງິນ​ສົດ​ຂອງ​ພວກ​ເຮົາ.”

ທ່ານນ​າງ​ໄດ້​ກ່າວ​ວ່າ “ວັນ​ດັ່ງ​ກ່າວ​ຈະ​ມາ​ຮອດ​ເວ​ລາ ​ທີ່​ພວກ​ເຮົາ​ບໍ່​ສາ​ມາດ​ທີ່​ຈະ​ຈ່າຍ​ໜີ້​ຕ່າງໆ​ຂອງ​ພວກ​ເຮົາ.”

ທ່ານ ໄບ​ເດັນ ໄດ້​ເຊື້ອ​ເຊີນ​ບັນ​ດາ​ຜູ້​ນຳ​ລະ​ດັບ​ສູງ​ຂອງ​ລັດ​ຖະ​ສະ​ພາ​ໄປ​ທຳ​ນຽບ​ຂາວ​ໃນ​ວັນ​ອັງ​ຄານມື້​ອື່ນ​ເພື່ອ​ປຶກ​ສາ​ຫາລື ກ່ຽວ​ກັບ ວິ​ທີ​ທີ່​ຈະຫຼີກ​ລ່ຽງ​ວິ​ກິດ​ການ

​ທີ່​ໃກ້​ຈະ​ເກີດ​ຂຶ້ນ​ນັ້ນ.

ປະ​ທາ​ນາ​ທິ​ບໍ​ດີ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ຮຽກ​ຮ້ອງ​ລັດ​ຖະ​ສະ​ພາຫຼາຍ​ເດືອນ​ແລ້ວ, ລວມ​ທັງ​ສະ​ພາ​ຕ່ຳ​ທີ່​ຖືກ​ຄວບ​ຄຸມ​ໂດຍ​ພັກ​ຣີ​ພັບ​ບ​ລີ​ກັນ​ດ້ວຍ​ຄະ​ແນນ​ສຽງ​ນຳ​ໜ້າ​ຢ່າງ​ຫວຸດ​ຫວິດ, ເພື່ອ​ຂຶ້ນ​ເພ​ດານ​ໜີ້​ສິນ​ໂດຍ​ປາ​ສະ​ຈາກ​ເງື່ອນ​ໄຂ​ອື່ນ.

ແຕ່​ກົງ​ກັນ​ຂ້າມ, ສະ​ພາ​ຕ່ຳ​ພັກ​ຣີ​ພັບ​ບ​ລີ​ກັນ, ເຊິ່ງ​ມີ​ຄະ​ແນນຫຼາຍກວ່າ​ສອງ​ຄະ​ແນນ, ເມື່ອ​ເດືອນ​ແລ້ວນີ້​ໄດ້​ອະ​ນຸ​ມັດ​ການ​ຂຶ້ນ​ເພ​ດານ​ໜີ້​ສິນ​ນຶ່ງ​ປີ ໃນ​ຂະ​ນະ​ທີ່​ໄດ້​ກຳ​ນົດ​ລາ​ຍ​ຊື່​ຂອງ​ການ​ຕັດ​ຄ່າ​ໃຊ້​ຈ່າຍ​ລັດ​ຖະ​ບານ​ຢ່າງກວ້າງ​ຂວາງ​ສຳ​ລັບ​ໂຄງ​ການ​ສັງ​ຄົມ ແລະ ມາດ​ຕະ​ການ​ຄວບ​ຄຸມ​ສະ​ພາບ​ອາ​ກາດ​ທີ່​ທ່ານ ໄບ​ເດັນ ແລະ ພັກ​ເດ​ໂມ​ແຄ​ຣັດ​ໃນ​ສະ​ພາ​ຕ່ຳ​ຄັດ​ຄ້ານ.

ສະ​ຫະ​ລັດ ບໍ່​ເຄີຍ​ຜິດ​ນັດ​ການ​ຈ່າຍ​ໜີ້​ສິນ​ຂອງ​ເຂົາ​ເຈົ້າ, ເຊິ່ງ​ແມ່ນ​ການ​ຈ່າຍ​ເງິນ​ຕ່າງໆ​ສຳ​ລັບ​ໂຄງ​ການ​ທັງຫຼາຍ​ທີ່​ລັດ​ຖະ​ສະ​ພາ​ໄດ້​ອະ​ນຸ​ມັດ​ໄປ​ແລ້ວ, ແຕ່​ທ່ານ​ນາງ ແຢ​ລ​ເລັນ ໄດ້​ເຕືອນ​ວ່າຖ້າ​ລັດ​ຖະ​ບານ​ໝົດ​ເງິນ​ສົດ​, ການ​ຈ່າຍດອກ​ເບ້ຍ​ຕໍ່​ພັນ​ທ​ະ​ລັດ​ຖະ​ບານ​ ສະ​ຫະ​ລັດ ທີ່​ເປັນ​ເຈົ້າ​ຂອງ​ໂດຍ​ຊາວ​ອາ​ເມ​ຣິ​ກັນ ແລະ ລັດ​ຖະ​ບານ​ຕ່າງ​ປະ​ເທດ​ອາດ​ຖືກ​ຕັດ​ລົງ, ການ​ຈ່າຍ​ເງິນ​ສະ​ຫວັດ​ດີ​ການ​ສັງ​ຄົມ​ແຕ່​ລະ​ເດືອນ​ສຳ​ລັບ​ຜູ້​ມີ​ອາ​ຍຸ​ສູງ ແລະ ການ​ຈ່າຍ​ຄ່າ​ປະ​ກັນ​ສຸ​ຂະ​ພາບ​ໃຫ້​ບັນ​ດາ​ແພດ​ໝໍ​ອາດຫຼ້າ​ຊ້າ, ແລະ ທຸ​ລະ​ກິດ​ຕ່າງໆ​ອາດ​ປົດ​ພະ​ນັກ​ງານຫຼາຍ​ພັນ​ຄົນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG