ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະຫະລັດ ຈຳກັດ ການເດີນທາງ ນັກການທູດ ປາກິສຖານ


ສະຖານທູດປາກິສຖານ ທີນະຄອນຫຼວງວໍຊິງຕັນ.
ສະຖານທູດປາກິສຖານ ທີນະຄອນຫຼວງວໍຊິງຕັນ.

ສະຫະລັດ ໄດ້ຈຳກັດການເດີນທາງໄປມາ ຂອງພວກນັກການທູດປາກິສຖານ ເລີ້ມແຕ່
ວັນສຸກມື້ນີ້ນ ເປັນຕົ້ນໄປ ອີງຕາມຄຳເວົ້າ ຂອງເອກອັກຄະລັດຖະທູດປາກິສຖານ ທ່ານ
ອາຍແຊສ ຊາວດຣີ (Aizaz Chaudhry) ທີ່ແຈ້ງໃຫ້ວີໂອເອຊາບ.

ເອກອັກຄະລັດຖະທູດ ຊາວດຣີ ກ່າວຕໍ່ວີໂອເອພະແນກພາສາເອີດູວ່າ “ໃນຄວາມເຫັນ
ຂອງຂ້າພະເຈົ້າແລ້ວ ນີ້ບໍ່ແມ່ນທິດທາງ ທີ່ຖືກຕ້ອງ. ປະເທດທັງ 2 ຕ້ອງໄດ້ມີຄວາມສຳ
ພັນທີ່ໃກ້ຊິດຕໍ່ກັນແລະກັນ ແລະມາດຕະການແບບນີ້ ຈະບໍ່ຊ່ວຍຫຍັງພວກເຮົາເພື່ອຈຸດ
ປະສົງດັ່ງກ່າວ.”

ກະຊວງການຕ່າງປະເທດ ສະຫະລັດ ກ່າວວ່າ ຕົນ “ບໍ່ມີຫຍັງ ທີ່ຈະປະກາດ ກ່ຽວກັບ
ເລື້ອງດັ່ງກ່າວໃນເວລານີ້” ແກ່ກ່ອນໜ້ານີ້ເວົ້າວ່າ ຕົນມີ “ອຳນາດທີ່ຈະຄວບຄຸມຂອບ
ເຂດໃນການເດີນທາງໄປມາ” ພາຍໃຕ້ກົດໝາຍການປະຕິບັດງານຂອງຕ່າງປະເທດ
ສະບັບປີ 1982.

ໃນເດືອນແລ້ວນີ້ ສື່ມວນຊົນປາກິສຖານລາຍງານວ່າ ພວກນັກການທູດຈະຖືກຈຳກັດ ບໍ່ໃຫ້ເດີນທາງໄກກວ່າ 40 ກິໂລແມັດ ໄປຈາກສະຖານທູດໃນນະຄອນຫຼວງວໍຊິງຕັນ
ຫຼືກົງສຸນຢູ່ຕາມຫົວເມືອງຕ່າງໆ ໂດຍບໍ່ໄດ້ຮັບອະນຸຍາດ.ພວກນັກການທູດປາກິສ
ຖານ ແມ່ນໄດ້ຮັບອະນຸຍາດໃຫ້ເດີນທາງໄປໃສມາໃສກໍໄດ້ຢູ່ໃນສະຫະລັດ ໂດຍບໍ່
ມີການຈຳກັດ ຕະຫລອດມາ.

ກະຊວງການຕ່າງປະເທດປາກິສຖານເອີ້ນເລື້ອງນີ້ວ່າ ເປັນການແລກປ່ຽນຍ້ອນວ່າ
ພວກນັກການທູດເກືອບທັງໝົດ ຮວມທັງອາເມຣິກັນແມ່ນໄດ້ຖືກຈຳກັດການເດີນ
ທາງຢູ່ໃນປາກິສຖານ ຍ້ອນຄວາມເປັນຫ່ວງໃນດ້ານຄວາມປອດໄພ.

ເອກອັກຄະລັດຖະທູດປາກິສຖານ ທ່ານ ອາຍແຊສ ຊາວດຣີ (Aizaz Chaudhry) ປະຈຳສະຫະລັດ.
ເອກອັກຄະລັດຖະທູດປາກິສຖານ ທ່ານ ອາຍແຊສ ຊາວດຣີ (Aizaz Chaudhry) ປະຈຳສະຫະລັດ.

ແຕ່ອີງຕາມເອກອັກຄະລັດຖະທູດຊາວດຣີແລ້ວ ອາດຈະມີເຫດຜົນແນວອື່ນ ຢູ່ເບື້ອງ
ຫຼັງການຕັດສິນໃຈຂອງສະຫະລັດ.

ທ່ານຊາວດຣີກ່າວວ່າ “ບາງທີສະຫະລັດອາດຈະມີເລື້ອງບໍ່ພໍໃຈແນວອື່ນທີ່ກຳລັງມີ
ການຫາລືກັນຢູ່. ພວກເຮົາເຊື່ອວ່າ ເລື້ອງດັ່ງກ່າວນັ້ນ ສາມາດແກ້ໄຂໄດ້ ກົນໄກແມ່ນ
ໄດ້ມີການຕົກລົງກັນແລ້ວ. ບາດກ້າວນີ້ ອາດບໍ່ມີຄວາມຈຳເປັນ. ແຕ່ເວລານີ້ ພວກເຂົາ
ເຈົ້າໄດ້ທຳການຕັດສິນໃຈ ພວກເຂົາເຈົ້າຕ້ອງໄດ້ພິຈາລະນາມາແລ້ວ.”

ຄວາມສຳພັນລະຫວ່າງສະຫະລັດກັບປາກິສຖານ ໂດຍທົ່ວໄປແລ້ວແມ່ນເຢັນຊາໃນ
ໄລຍະສອງສາມເດືອນທີ່ຜ່ານມານີ້ ນັບຕັ້ງແຕ່ສະຫະລັດໄດ້ໂຈະການຊ່ວຍເຫຼືອທາງ
ດ້ານຄວາມໝັ້ນຄົງ ທີ່ມີມູນຄ່າຫຼາຍກວ່າ 1 ພັນລ້ານໂດລາ ໃຫ້ແກ່ປາກິສຖານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG