ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ຈັດ​​ໂຄງການ ເຝິກອົບຮົມ ລະດັບ​ປະຕິບັດ​ການ ​ໃຫ້​ພະນັກງານ​ພາສີ ຂອງ​ລາວ


ເຈົ້າໜ້າທີ່ສະຫະລັດ ແລະ ທາງການລາວ ຮ່ວມກັນຖະແຫລງຂ່າວ ກ່ຽວກັບໂຄງການ​ເຝິກອົບຮົມ ລະດັບ​ປະຕິບັດ​ການ ໃຫ້​ພະນັກງານ​ພາສີ ​ຂອງ​ລັດຖະບານ​ລາວ.
ເຈົ້າໜ້າທີ່ສະຫະລັດ ແລະ ທາງການລາວ ຮ່ວມກັນຖະແຫລງຂ່າວ ກ່ຽວກັບໂຄງການ​ເຝິກອົບຮົມ ລະດັບ​ປະຕິບັດ​ການ ໃຫ້​ພະນັກງານ​ພາສີ ​ຂອງ​ລັດຖະບານ​ລາວ.

ທາງ​ການ​ສະຫະລັດ ຈັດໂຄງການ​ເຝິກອົບຮົມ ລະດັບ​ປະຕິບັດ
​ການ​ໃຫ້​ພະນັກງານ​ພາສີ ​ຂອງ​ລັດຖະບານ​ລາວ ​ເພື່ອ​ເພີ້​ມປະສິດ
ທິພາບ ​ການ​ສືບສວນ​ກ່ຽວ​ກັບ​ບັນຫາ​ ການລະ​ເມີດ​ສິດທິ​ ໃນ​ຊັບ
​ສິນ​ທາງປັນຍາ.

ການ​ດຳ​ເນີນ​ໂຄງການ​ເຝິກອົບຮົມ ລະດັບປະຕິບັດ​ການ ​ໃຫ້​ແກ່​
ພະນັກງານ​ຂັ້ນສູງ​ດ້ານ​ພາສີ​ຂອງລັດຖະບານ​ລາວ ຈາກ​ທົ່ວ​ປ​ະ​ເທດໃນຄັ້ງນີ້​ ໄດ້ຮັບ​ຄວາ​ມ
ຊ່ວຍ​ເຫຼືອຈາກ​ສຳນັກງານ​ພາສີ ​ແລະ​ກວດ​ຄົນ​ເຂົ້າ​ເມືອງ​ຂອງ​ລັດຖະບານ​ສະຫະລັດອາ​ເມ
ຣິກາ ​ໂດຍ​ມີ​ເປົ້າໝາຍ​ເພື່ອ​ເສີມ​ສ້າງ​ປະສິດທິພາບ ​ໃນ​ການ​ປະຕິ​ບັດ​ໜ້າ​ທີ່​ຂອງ​ພະນັກງານ​ພາສີ​ຂອງ​ທາງ​ການ​ລາວ ​ໃນ​ການ​ສືບສວນ​ກ່ຽວ​ກັບ​ບັນຫາ​ການລະ​ເມີດ​ສິດທິ​ໃນ​ຊັບ​ສິນ​ທາງ​ປັນຍາ ທັງ​ພາຍ​ໃນ​ລາວ​ ​ແລະ ທີ່​ພົວພັນ​ລະຫວ່າງ​ລາວ​ກັບ​ຕ່າງປະ​ເທດ.

​ໂດຍ​ຄວາມ​ສຳຄັນຂອງ​ການ​ເຝິກອົບຮົມ​ດັ່ງກ່າວນີ້ ​ໄດ້​ເນັ້ນໜັກ​ໄປ​ໃນ​ດ້ານ​ການ​ສືບສວນ ​ເພື່ອ​ການ​ຕິດຕາມ​ຈັບ​ກຸ່ມ​ຜູ້​ທີ່​ກະທຳ​ຄວາມ​ຜິດ​ ໃນ​ຖານ​ລະ​ເ​ມີ​ດສິດ​ໃນ​ຊັບ​ສິນ​ທາງ​ປັນຍາ​ມາ​ລົງ​ໂທດ ແລະ ປັບ​ໄໝ​ຕາມ​ກົດໝາ​ຍ ​ໃຫ້​ໄດ້​ຢ່າງ​ມີ​ປະສິດທິພາບ ທັງ​ນີ້​ໂດຍ​ທີ່​ຜູ້​ຊ່ຽວ
ຊານ​ຂອງ​ສະຫະລັດ ​ໄດ້​ໃຫ້ການ​ຖ່າຍ​ທອດ​ປະສົບ​ການໂດຍ​ກົງ ​ແກ່​ພະນັກງານ​ພາສີຂອງ
ລັດຖະບານ​ລາວ​ອີກ​ດ້ວຍ.

​ໂຄງການ​ເຝິກອົບຮົມ​ດັ່ງກ່າວ​ນີ້ ຖື​ເປັນ​ພາກ​ສ່ວນ​ໜຶ່ງ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ຮ່ວມ​ (MOU) ລະຫວ່າງ​ທາງ​ການ​ລາວ​ກັບ​ສະຫະລັດ ວ່າ​ດ້ວຍການ​ເຊື່​ອມ​ໂຍງ​ອາ​ຊ່ຽນ ​ແລະ ສາກົນ​ລະຍະທີ 2 ຊຶ່ງ​ໄດ້​ລົງ​ນາມ​ຮ່ວມກັນ ລະຫວ່າງ​ກະ​ຊວງ​ອຸດສາຫະກຳ ​ແລະ​ການ​ຄ້າ
ຂອງ​ລາວ​ກັບ​ສະຖານທູດ​ສະຫະລັດ ​ແລະ​ອົງການ​ພັດທະນາ​ສາກົນ​ຂອງ​ສະຫະລັດ (USAID) ປະຈຳພາກ​ພື້ນ​ເອ​ເຊຍ ​ເມື່ອ​ບໍ່​ນານ​ມາ​ນີ້.

ອົງການ USAID ​ຍັງໄດ້​ ສະ​ໜັບສະ​ໜຸນ​ດ້ານເງິນທຶນ ​ໃນ​ມູນ​ຄ່າ​ລວມ 9 ລ້ານ​ດອນ​ລາ ຊຶ່ງ​ແບ່ງ​ເປັນ 8.5 ລ້ານ​ດອນ​ລາ ສຳ​ຫລັບ​ໂຄງການ​ຮ່ວມ​ມື ​ດ້ານ​ການ​ເຊື່ອມ​ໂຍງ​ອາຊ່ຽນ ​ແລະ​ ສາ​ກົນ.
ອົງການ USAID ​ຍັງໄດ້​ ສະ​ໜັບສະ​ໜຸນ​ດ້ານເງິນທຶນ ​ໃນ​ມູນ​ຄ່າ​ລວມ 9 ລ້ານ​ດອນ​ລາ ຊຶ່ງ​ແບ່ງ​ເປັນ 8.5 ລ້ານ​ດອນ​ລາ ສຳ​ຫລັບ​ໂຄງການ​ຮ່ວມ​ມື ​ດ້ານ​ການ​ເຊື່ອມ​ໂຍງ​ອາຊ່ຽນ ​ແລະ​ ສາ​ກົນ.

ໂດ​ຍພາຍ​ໃຕ້​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ສະບັບ​ນີ້ USAID ​ໄດ້​
ສະ​ໜັບສະ​ໜຸນ​ດ້ານເງິນ ​ໃນ​ມູນ​ຄ່າ​ລວມ 9 ລ້ານ​ດອນ​ລາ ຊຶ່ງ​
ແບ່ງ​ເປັນ 8 ລ້ານ 5 ​ແສນ​ດອນ​ລາ ສຳ​ຫລັບ​ໂຄງການ​ຮ່ວມ​ມື
​ດ້ານ​ການ​ເຊື່ອມ​ໂຍງ​ອາຊ່ຽນ ​ແລະ​ ສາ​ກົນ ທີ່​ມີ​ເປົ້າໝາຍ​ໃຫ້
ການ​ສະໜັບສະໜຸນ​ປະ​ເທດ​ລາວ ​ເພື່ອ​ບັນລຸ​ພັນທະ​ຕ່າງໆ ​ໃນ
​ການ​ເຂົ້າ​ເປັນ​ສະມາ​ຊິກ​ໃນ​ອົງການ​ຄ້າ​ໂລກ (WTO) ​ແລະ​ປະ
ຕິບັດ​ຂໍ້​ຜູກ​ພັນ ໃນ​ການ​ກ້າວ​ໄປ​ເປັນ​ປະຊາ​ຄົມ​ເສດຖະກິດ​ອາ
​ຊ່ຽນ​ ພາຍ​ໃນ​ທ້າຍປີ 2015 ຕໍ່​ໄປ.

ສ່ວນອີກ 5 ແສນດອນລານັ້ນ ເປັນການປະກອບສ່ວນເຂົ້າໃນ
ກອງທຶນຊ່ວຍເຫຼືອລ້າຫຼາຍຝ່າຍ ທີ່ອົງການ USAID ໄດ້ຮ່ວມມື
ກັບທະນາຄານໂລກ ແລະອົງການສາກົນ ໃຫ້ການຊ່ວຍເຫຼືອລາວ
ເຂົ້າໃນການພັດທະນາທາງການຄ້າ ລະຍະທີ 2 ເຊັ່ນດຽວກັນ ຊຶ່ງລວມເຖິງການຊ່ວຍເຫຼືອ
ໃນການຈັດຕັ້ງປະຕິບັດ ບັນດາຄວາມຮຽກຮ້ອງຕ້ອງການຕ່າງໆ ພາຍໃຕ້ສັນຍາການຄ້າ
ທັງລະຫວ່າງລາວ ກັບ ສະຫະລັດ ແລະ ສາກົນດ້ວຍ ໂດຍຜົນສຳເລັດ ທີ່ຜ່ານມາ ກໍຄືການ ຊຸກຍູ້ໃຫ້ລາວ ໄດ້ເປັນສະມາຊິກຂອງ WTO ໃນປີ 2012 ນັ້ນເອງ.

ທັງນີ້ ເນື່ອງຈາກວ່າບັນຫາໜຶ່ງ ທີ່ຍັງເປັນອຸປະສັກຕໍ່ການຂະຫຍາຍ ການຄ້າຂອງລາວໃນ
ຕະຫລາດສາກົນ ໃນປັດຈຸບັນກໍຄື ການດຳເນີນມາດຕະການຄຸ້ມຄອງຊັບສິນທາງປັນຍາ
ໃນລາວຍັງບໍ່ເປັນທີ່ຍອມຮັບຂອງສາກົນ ທັງຍັງໄດ້ກາຍເປັນຊ່ອງທາງໃຫ້ຂະບວນການ
ອາຊະຍາກຳຂ້າມຊາດ ໄດ້ສວຍໃຊ້ລາວ ເປັນສູນກາງໃນການກໍ່ອາຊະຍາກຳ ເພີ້ມຂຶ້ນ
ນັບມື້ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວໄດ້ຢືນຢັນວ່າ:

“ອັນທີ່ເປັນຕົນເປັນໂຕ ທີ່ເຮົາເຫັນນີ້ ອັນທີໜຶ່ງນີ້ ແມ່ນການ copy ຊີດີນີ້ຫລະ ສອງມາກະການເອົາບົດເພັງ ບົດຮ້ອງ ບົດຫຍັງຕ່າງໆ ນີ້ ເອົາໄປຮ້ອງ ໄປກິນ ໄປແບບບໍ່ຕ້ອງໄດ້ມີສິ່ງໃດ ທີ່ຈະຕອບແທນໃຫ້ແກ່ຜູ້ປະດິດສ້າງ ແຕ່ດຽວນີ້ ໂລກຢ້ານແຮງຫລະແມ່ນໂຕເລື້ອງການ load ຜ່ານລະບົບ digital ນີ້.”

ສຳຫລັບຂະບວນການອາຊະຍາກຳທາງອິນເຕີເນັດຂ້າມຊາດ ທີ່ເຂົ້າມາສວຍໃຊ້ລາວ
ຫຼາຍທີ່ສຸດໃນປັດຈຸບັນນີ້ ກໍຄືກຸ່ມແກ້ງຈາກປະເທດຈີນ ທີ່ໄດ້ລັກລອບນຳເອົາເຄື່ອງຜະລິດ
ແຜ່ນເພງ ແລະ ແຜ່ນຮູບເງົາເຂົ້າມາໃນລາວ ຫຼາຍຂຶ້ນນັບມື້.

XS
SM
MD
LG