ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກ ສະພາສູງ ຕ້ອງການຄຳຕອບ ກ່ຽວກັບລາຍງານ ການຄ້າມະນຸດ


ຜູ້ຕ້ອງສົງໄສ ກ່ຽວກັບການຄ້າມະນຸດ ຢູ່ໄທ ປາກົດຕົວ ຢູ່ກອງປະຊຸມຖະແຫຼງຂ່າວ ຢູ່ກອງບັນຊາການຕຳຫຼວດ ທີ່ບາງກອກ (4 ສິງຫາ 2015)
ຜູ້ຕ້ອງສົງໄສ ກ່ຽວກັບການຄ້າມະນຸດ ຢູ່ໄທ ປາກົດຕົວ ຢູ່ກອງປະຊຸມຖະແຫຼງຂ່າວ ຢູ່ກອງບັນຊາການຕຳຫຼວດ ທີ່ບາງກອກ (4 ສິງຫາ 2015)

ສະມາຊິກສະພາສູງອະວຸໂສທ່ານນຶ່ງທວງໃຫ້ກະຊວງການຕ່າງ
ປະເທດສະຫະລັດມອບເອກກະສານຕ່າງໆທີ່ໃຊ້ໃນການຊັ່ງຊາ
ຕີລາຄາ ເພື່ອຍົກລະດັບມາເລເຊຍ ຈາກກຸ່ມທີ່ຕ່ຳສຸດໃຫ້ສູງຂຶ້ນ
ກວ່າເກົ່າ ຢູ່ໃນລາຍງານປະຈຳປີວ່າດ້ວຍການຄ້າມະນຸດນັ້ນ.

ສະມາຊິກສະພາສູງ Bob Corker ທີ່ສັງກັດພັກຣີພັບບລີກັນຊຶ່ງ
ເປັນປະທານກຳມະການຄວາມສຳພັນກັບຕ່າງປະເທດ ໄດ້ຂູ່ວ່າ
ຈະອອກຄຳສັ່ງ ໃຫ້ສົ່ງເອກກະສານດັ່ງກ່າວໄປໃຫ້ສະພາ ຖ້າກະ ຊວງການຕ່າງປະເທດຫາກບໍ່ປະຕິບັດຕາມ. ທ່ານເວົ້າວ່າ ຈະມີ
ຜົນຕິດຕາມມາຢ່າງຮ້າຍແຮງຖ້າເອກກະສານຫາກຖືກທຳລາຍ.

ທ່ານ Corker ແລະສະມາຊິກສະພາສູງຄົນອື່ນໆໄດ້ກ່າວຫາກະຊວງການຕ່າງປະເທດວ່າ ໄດ້ຍົກລະດັບຂອງມາເລເຊຍແລະປະເທດອື່ນໆທີ່ຮວມທັງຈີນ ອິນເດຍ ເມັກຊິໂກແລະຄິວ ບາໃຫ້ສູງຂຶ້ນຍ້ອນເຫດຜົນທາງດ້ານການເມືອງ. ໃນກໍລະນີຂອງມາເລເຊຍນັ້ນພວກທ່ານ ກ່າວຫາວ່າ ເພື່ອອຳນວຍໃຫ້ປະເທດດັ່ງກ່າວສາມາດເຂົ້າຮ່ວມຂໍ້ຕົກລົງການຄ້າພາຄີຂ້າມ ມະຫາສະມຸດຂອງປະທານາທິບໍດີ ບາຣັກ ໂອບາມາ.

ທ່ານ Corker ກ່າວໃນການຮັບຟັງຄຳໃຫ້ການ ກ່ຽວກັບເງື່ອນໄຂ ທີ່ນຳໃຊ້ເພື່ອຈັດລະດັບ ຂອງປະເທດຕ່າງໆຢູ່ໃນລາຍງານການຄ້າມະນຸດປະຈຳປີວ່າ “ນີ້ອາດຈະແມ່ນການກະທຳ ທີ່ໂຫດຫ້ຽມແບບບໍ່ມີຄວາມຮູ້ສຶກເປັນທີ່ສຸດ ຂາດເນື້ອຫາສາລະ ໃນການນຳສະເໜີເທົ່າທີ່ ເຄີຍເຫັນມາ ກ່ຽວກັບເລື້ອງທີ່ຈິງຈັງສຳຄັນ. ຂ້າພະເຈົ້າເບິ່ງບໍ່ເຫັນເລີຍວ່າ ຜູ້ຄົນຈະເຊື່ອຖື ໄດ້ຈັ່ງໃດກ່ຽວກັບກຽດສັກສີຂອງຂັ້ນຕອນນີ້.”

ລາຍງານວ່າດ້ວຍການຄ້າມະນຸດໄດ້ຈັດລະດັບຂອງ 180 ກວ່າປະເທດອີງຕາມການປະຕິ ບັດງານຂອງລັດຖະບານເຂົາເຈົ້າ ໃນການຮັບມື ກ່ຽວກັບການກະທຳຜິດ ເຊັ່ນການຄ້າມະ ນຸດແບບຂ້າທາດ ແລະ ການຄ້າປະເວນີເປັນຕົ້ນ. ລະດັບຕ່ຳສຸດ ທີ່ປະເທດຕ່າງໆ ໄດ້ຮັບ ແມ່ນກຸ່ມທີ 3 ແລະບັນດາປະເທດເຫຼົ່ານີ້ຈະຕ້ອງຖືກລົງໂທດ. ລະດັບທີ່ສູງຂຶ້ນມາໜ້ອຍນຶ່ງ ນັ້ນ ແມ່ນບັນດາປະເທດທີ່ຢູ່ໃນກຸ່ມທີ່ຖືກ “ຕິດຕາມສິ້ງຊອມ ຫລື watch list.”

ມາເລເຊຍ ແມ່ນຖືກຈັດຢູ່ໃນກຸ່ມທີ 3 ໃນລາຍງານປີ 2014 ແລະໄດ້ຖືກເລື່ອນລະດັບຂຶ້ນ ມາຢູ່ໃນກຸ່ມທີ່ຖືກຕິດຕາມສິ້ງຊອມ ສຳລັບລາຍງານ ທີ່ອອກໃນປີນີ້.

US Trafficking Report in Congressional Crosshairs
please wait

No media source currently available

0:00 0:02:04 0:00

XS
SM
MD
LG