ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຄົນ​ຂັບ​ລົດ​ບັນທຸກ​ຜູ້​ນຶ່ງ ຖືກຂໍ້​ຫາ ພົວພັນ​ກັບ​ ການລັກລອບ ​ຄ້າ​ມະນຸດ ເຂົ້າມາ ສຫລ


ທ້າວ James Mathew Bradley Jr. ອາຍຸ 60, ຈາກເມືອງ Clearwater ລັດ Florida (ທາງຊ້າຍ) ໄປເຖິງສານ ລັດຖະບານກາງ ເພື່ອເຂົ້າຮ່ວມ ການພິຈາລະນາຂອງສານ ໃນວັນທີ 24 ກໍລະກົດ 2017 ທີ່ເມືອງ San Antonio ທີ່​ລັດ​ເທັກ​ຊັສ.
ທ້າວ James Mathew Bradley Jr. ອາຍຸ 60, ຈາກເມືອງ Clearwater ລັດ Florida (ທາງຊ້າຍ) ໄປເຖິງສານ ລັດຖະບານກາງ ເພື່ອເຂົ້າຮ່ວມ ການພິຈາລະນາຂອງສານ ໃນວັນທີ 24 ກໍລະກົດ 2017 ທີ່ເມືອງ San Antonio ທີ່​ລັດ​ເທັກ​ຊັສ.

ຄົນ​ຂັບ​ລົດ​ບັນທຸກ​ຜູ້​ນຶ່ງ ທີ່​ສົງ​ໄສ​ວ່າ ພົວພັນ​ກັບ​ການ​ລັກລອບ​ຄ້າ​ມະນຸດ ທີ່​ເຮັດ
​ໃຫ້ 10 ຄົນ​ເສຍ​ຊີວິດຖືກ​ຟ້ອງ​ທີ່​ລັດ​ເທັກ​ຊັສ ​ໃນ​ຂໍ້​ຫາ​ຂົນ​ສົ່ງ​ພວກ​ຄົນ​ເຂົ້າ​ເມືອງ
ຜິດ​ກົດໝາຍ ອີງ​ຕາມ​ເອກ​ກະສາ​ນຂອງ​ສານທີ່​ນຳ​ອອກເຜີຍ​ແຜ່​ໃນ​ວັນ​ຈັນ​ວານ​ນີ້.

ຜູ້​ຊາຍ​ອາຍຸ 60 ປີ ທີ່​ຖືກ​ລະບຸ​ຊືວ່າ James Bradley Jr. ຈາກ​ລັດ​ຟລໍຣິດາ
ອາດ​ປະ​ເຊີນ​ກັບ​ໂທດ​ຈຳ​ຄຸກ​ຕະຫຼອດຊີວິດ ຫຼືບໍ່​ກໍ​ໂທດ​ປະຫານ ສຳລັບ​ຂໍ້​ຫາ
​ດັ່ງກ່າວ​ນີ້ ອີງ​ຕາມ​ຄຳ​ເວົ້າຂອງ​ເຈົ້າໜ້າ​ທີ່.

ທ້າວ Bradley ​ໄດ້​ຖືກ​ຈັບ ທີ່​ເມືອງ San Antonio ລັດ​ເທັກ​ຊັສໃນ​ວັນ​ອາທິດ
ທີ່​ຜ່ານ​ມາ ຫລັງ​ຈາກ​ຕຳຫຼວດ​ໄດ້​ຄົ້ນພົບ​ຄົນ​ຕາຍ 8 ສົບ​ຢູ່​ໃນ​ຫຼັງລົດ​ບັນທຸກ​ຂະ
ໜາດ​ໃຫຍ່​ຂອງ​ລາວ​ທີ່​ຈອດ​ຢູ່​ໃນ​ບໍລິ​ເວນ​ຈອດ​ລົດ​ຂອງ​ຮ້ານ Walmart. ຜູ້​ເຄາະ
ຮ້າຍ​ອີກ 2 ຄົນ​ໄດ້​ເສຍ​ຊີວິດ​ໃນ​ເວລາ​ຕໍ່​ມາ ​ແລະ​ອີກ​ຫຼາຍໆ​ຄົນ​ໄດ້ຖືກ​ນຳ​ໂຕ​ສົ່ງ
​ໂຮງພະຍາບານ ຊຶ່ງ​ຈຳນວນ​ນຶ່ງ​ແມ່ນ​ຢູ່​ໃນ​ອາການ​ສາ​ຫັດ ຫຼັງ​ຈາກ​ໄດ້​ຮັບ​ຄວາມ
ຮ້ອນ​ເອົ້າຮ້າຍ​ແຮງ​ຫຼາຍ​ແລະ​ອິດ​ເມື່ອຍ. ​ເຈົ້າໜ້າ​ທີ່​ກ່າວ​ວ່າ ຈຳນວນ​ຜູ້​ເສຍ​ຊີວິດ
ອາດ​ຈະ​ເພີ່ມ​ຂຶ້ນຕື່ມ.

ອີງ​ຕາມ​ສຳນວນ​ຟ້ອງ​ຕໍ່​ທ້າວ Bradley ​ແລ້ວ ລາວ​ໄດ້​ໃຫ້ການ​ຕໍ່​ເຈົ້າໜ້າ​ທີ່​ສືບ
ສວນ​ວ່າ ລາວ​ໄດ້​ຂັບ​ລົດ​ບັນທຸກ​ມາ​ຈາກ​ເມືອງ Schaller ​ໃນ​ລັດ​ໄອ​ໂອວາໄປ
ຍັງ​ເມືອງ Brownsville ​ໃນ​ລັດ​ເທັກ​ຊັສ ​ແລະ​ກໍ​ບໍ່​ຮູ້ຈັກ​ວ່າ ມີ​ຜູ້​ໃດ​ຢູ່​ທາງ​ຫຼັງລົດ
ບັນທຸກ​ຂອງ​ລາວ ຈົນ​ເທົ່າ​ລາວ​ໄປ​ຈອດ​ທີ່​ເມືອງ San Antonio.

ທ້າວ San Antonio ​ເວົ້າວ່າ ລາວ​ໄດ້​ໄປ​ເປີດ​ປະຕູ ​ແລະ​ກໍ​ຮູ້ສຶກ​ຕົກ​ໃຈ ​ເວລາ
ລາວ​ໄດ້​ພົບ​ເຫັນ​ຊາວ​ສະ​ແປ​ນິສ ​ແລະ​ເຄາະພື້ນສຽງ​ດັງ ອີງ​ຕາມ​ເອກ​ກະສາ​ນ
ຂອງສານ. ​ເຈົ້າໜ້າ​ທີ່​ສືບສວນ​ກ່າວ​ວ່າ ທ້າວ Bradley ​ໄດ້​ໂທລະສັບ​ໄປ​ຫາ​ພັນ​
ລະ​ຍາ​ຂອງ​ລາວ ​ແຕ່​ບໍ່​ແມ່ນ​ໂທ​ແຈ້ງ​ເຫດ​ສຸກ​ເສີນ 911 ທັງໆ​ທີ່​ລາວ​ຮູ້​ວ່າ​ມີຜູ້
​ເສ​ຍຊີວິດ​ໄປແລ້ວ. ສຳນວນ​ຟ້ອງ​ຍັງ​ກ່າວ​ວ່າ ພັນ​ລະ​ຍາ​ຂອງ​ທ້າວ Bradley
ບໍ່​ໄດ້​ຕອບ​ໂທລະສັບ ​ເວລາ​ລາ​ວ​ໂທ​ໄປຫາ.

ອີງ​ຕາມ​ພວກ​ທີ່​ເຫັນ​ເຫດການ​ແລ້ວ ມີ​ຄົນ​ເຂົ້າ​ເມືອງ​ທີ່​ຖືກ​ລັກລອບ​ບໍ່​ຕ່ຳກວ່າ​
100 ຄົນຢູ່​ທາງ​ຫລັງ​ລົດ​ບັນທຸກ​ຄັນນັ້ນ ​ໃນ​ຈຸດ​ໃດ​ຈຸດ​ນຶ່ງ​ລະຫວ່າງ​ການ​ເດີນ
ທາງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG