ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເປັນ​ຫຍັງ​ ສະ​ຫະ​ລັດ ຈຶ່ງ​ອາດ​ປະ​ຕິ​ເສດ ການ​ຂາຍ​ອາ​ວຸດ​ ໃຫ້ ຟີ​ລິບ​ປິນ


ປະ​ທານ​າ​ທິ​ບໍ​ດີ ຟີ​ລິບ​ປິນ ທ່ານ ໂຣ​ດ​ຣິ​ໂກ ດູ​ເຕີ​ເຕ, ຊ​້າຍ, ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ ຢູ່​ຖານ​ທັບ​ອາ​ກາດ ວິ​ລ​ລາ​ມໍ, ເມືອງ ປາ​ໄຊ, ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ນະ​ຄອນຫຼວງ ມະ​ນີ​ລາ, ຟີ​ລິບ​ປິນ. 28 ກຸ​ມ​ພາ, 2019.
ປະ​ທານ​າ​ທິ​ບໍ​ດີ ຟີ​ລິບ​ປິນ ທ່ານ ໂຣ​ດ​ຣິ​ໂກ ດູ​ເຕີ​ເຕ, ຊ​້າຍ, ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ ຢູ່​ຖານ​ທັບ​ອາ​ກາດ ວິ​ລ​ລາ​ມໍ, ເມືອງ ປາ​ໄຊ, ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ນະ​ຄອນຫຼວງ ມະ​ນີ​ລາ, ຟີ​ລິບ​ປິນ. 28 ກຸ​ມ​ພາ, 2019.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປ​ະ​ເທດ ຟີ​ລິບ​ປິນ ກ່າວ​ວ່າ ປະ​ເທດ​ຂອງ​ທ່ານ​ຢາກ​ຊື້​ອາ​ວຸດຂອງ
ອາເມຣິກາ ເພື່ອເສີມຂະຫຍາຍການປ້ອງກັນປະເທດ. ແຕ່ເຖິງແມ່ນວ່າທັງສອງປະ
ເທດ ໄດ້ເຮັດວຽກຮ່ວມກັນ ຢ່າງໃກ້ຊິດ ກ່ຽວກັບ ການຮັກສາຄວາມປອດໄພໃນໄລຍະ
70 ປີທີ່ຜ່ານມາກໍຕາມ, ບັນດາຜູ້ຊ່ຽວຊານໄດ້ເຕືອນວ່າ ຄ່າໃຊ້ຈ່າຍ ແລະ ຄວາມເປັນ
ຫ່ວງດ້ານຄວາມປອດໄພທີ່ກວ້າງຂວາງ ຈະເຮັດໃຫ້ການໄດ້ຮັບອາວຸດໃດໆມີຄວາມ
ຍາກຂຶ້ນກວ່າເກົ່າ ອີງຕາມພວກນັກຊ່ຽວຊານ​ໃນ​ເຂດ​ເອ​ເຊຍ.

ລັດ​ຖະ​ມົນ​ຕີ​ທີ​ໂອ​ໂດ​ໂຣ ລັອກ​ຊິນ ໄດ້​ກ່າວ​ຕໍ່​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ ໃນ​ນະ​ຄອນ
ຫຼວງ ມະນີລາ ວ່າ ທ່ານ ແລະລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ ໄມຄ໌ ພອມ
ພຽວ ທີ່ໄດ້ເດີນທາງໄປຢ້ຽມຢາມນັ້ນ ໄດ້ປຶກສາຫາລື ກ່ຽວກັບ “ການສະໜັບສະໜູນ
ທີ່ສຳຄັນ” ຂອງ ສະຫະລັດ ສຳລັບຄວາມທັນສະໄໝຂອງກອງທັບ ຟີລິບປິນ. ທ່ານ
ໄດ້ກ່າວວ່າ ການປ້ອງກັນປະເທດຮ່ວມກັນ, “ຄວນປ້ອງກັນດ້ານຫຼັງຂອງຄູ່ຮ່ວມ ພ້ອມ
ກັນກັບດ້ານໜ້າຂອງເຂົາເຈົ້າ.”

ທ່ານ ລັອກ​ຊິນ ຕໍ່​ມາ​ໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີວ່າ ທ່ານ​ຫວັງ​ວ່າ ລັດ​ຖະ​ບານ
ສະຫະລັດ ຈະຂາຍອາວຸດ “ເພື່ອໃຫ້ປະເທດຂອງພວກເຮົາມີອາວຸດອີກ” ສຳລັບ
ການປ້ອງກັນຕົນເອງ.

ບັນ​ດາ​ຜູ້​ຊ່ຽວ​ຊານ​ເຊື່ອ​ວ່າ ຟີ​ລິບ​ປິນ ອາດບໍ່​ສາ​ມາດ​ຊື້​ລະ​ບົບ​ອາ​ວຸດ​ທີ່​ສັບ​ຊ້ອນ​ຊະ​ນິດ​
ໃໝ່ໄດ້, ໃນຂະນະທີ່ບັນດາເຈົ້າໜ້າທີ່ ສະຫະລັດ ຈະເປັນຫ່ວງວ່າ ປະທານາທິບໍດີ
ຟີລິບປິນ ທ່ານ ໂຣດຣິໂກ ດູເຕີເຕ ຈະໃຊ້ມັນໃນການຕໍ່ສູ້ຕ້ານຢາເສບຕິດທີ່ຮ້າຍແຮງ
ຂອງທ່ານ. ສຳລັບທ່ານ ດູເຕີເຕ ນັ້ນທ່ານອາດບໍ່ຢາກໄດ້ອຸປະກອນໃໝ່ໃດໆຈາກ
ສະຫະລັດ ເພື່ອສ້າງບັນຫາໃຫ້ມິດຕະພາບດົນສາມປີກັບ ຈີນ, ເຊິ່ງມີຄວາມຂັດແຍ້ງ
ຂອງເຂົາເຈົ້າເອງ ກັບ ສະຫະລັດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG