ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະຊວງການຄ້າ ສຫລ ຮຽກຮ້ອງ ໃຫ້ຈຳກັດ ການນຳເຂົ້າ ເຫຼັກກ້າ ແລະ ອາລູມີນຽມ


ທາງເຂົ້າໂຮງງານເຫຼັກກ້າ ທີ່ຢຸດກິດຈະການ ຢູ່ເມືອງແກຣນິດ ລັດອິລລີນອຍ.
ທາງເຂົ້າໂຮງງານເຫຼັກກ້າ ທີ່ຢຸດກິດຈະການ ຢູ່ເມືອງແກຣນິດ ລັດອິລລີນອຍ.

ກະຊວງການຄ້າຂອງສະຫະລັດຮຽກຮ້ອງໃຫ້ປະທານາທິບໍດີ ດໍໂນລ ທຣຳ ເກັບພາສີຫຼື ກຳນົດໂຄຕ້າຕໍ່ການນຳເຂົ້າອາລູມີນຽມແລະເຫຼັກກ້າຈາກຈີນແລະປະເທດອື່ນໆ.

ໃນຂໍ້ສະເໜີ ທີ່ມີການເປີດເຜີຍ ເມື່ອວັນສຸກວານນີ້ ລັດຖະມົນຕີກະຊວງການຄ້າທ່ານ
ວິລເບີ ຣອສ ກ່າວວ່າ ໃນກໍລະນີ ຂອງອຸດສາຫະກຳທັງສອງ “ການນຳເຂົ້າແມ່ນຂົ່ມຂູ່
ທີ່ຈະສ້າງຄວາມອ່ອນແອ ໃຫ້ແກ່ຄວາມໝັ້ນຄົງແຫ່ງຊາດ ຂອງພວກເຮົາ.”

ທ່ານຣອສ ໄດ້ກ່າວເຖິງຕົວຢ່າງ ທີ່ມີແຕ່ບໍລິສັດຂອງສະຫະລັດພຽງບໍລິສັດດຽວເທົ່າ
ນັ້ນ ຜະລິດອາລູມີນຽມທີ່ມີຄຸນນະພາບສູງ ທີ່ຈຳເປັນສຳລັບສ້າງເຮືອບິນທະຫານ.

ມາດຕະການດັ່ງກ່າວນີ້ ແມ່ນແນໃສ່ເພື່ອເພີ້ມການຜະລິດອາລູມີນຽມ ແລະເຫຼັກກ້າ
ໃຫ້ໄດ້ 80 ເປີເຊັນ ຂອງລະດັບຄວາມສາມາດ ທາງດ້ານອຸດສາຫະກຳ. ປັດຈຸບັນນີ້ ໂຮງງານເຫຼັກກ້າຂອງສະຫະລັດ ແມ່ນບໍລິຫານງານ ຢູ່ໃນລະດັບ 73 ເປີເຊັນ ຂອງ ຄວາມສາມາດ ແລະໂຮງງານອາລູມີນຽມ ແມ່ນໃນລະດັບ 48 ເປີເຊັນ.

ທ່ານຣອສໄດ້ກ່າວຢ້ຳວ່າ ປະທານາທິບໍດີຈະເປັນຜູ້ຕັດສິນໃຈຂັ້ນສຸດທ້າຍຮວມທັງ
ກ່ຽວກັບວ່າ ຈະມີການຍົກເວັ້ນບາງປະເທດເຊັ່ນວ່າພັນທະມິດໃນອົງການເນໂຕໃນ
ການເອົາມາດຕະການດັ່ງກ່າວນີ້ຫຼືບໍ່.

ກະຊວງການຄ້າຂອງຈີນ ກ່າວໃນວັນເສົາມື້ນີ້ວ່າ ລາຍງານດັ່ງກ່າວນີ້ແມ່ນບໍ່ມີ “ພື້ນ
ຖານ” ແລະບໍ່ສອດຄ່ອງ ກັບຄວາມເປັນຈິງ ແລະຈີນ ກໍຈະເອົາບາດກ້າວ ທີ່ຈຳເປັນ
ເພື່ອປົກປ້ອງຜົນປະໂຫຍດຂອງຕົນ ຖ້າຫາກໄດ້ຮັບຜົນກະທົບຈາກການຕັດສິນໃຈ
ຂັ້ນສຸດທ້າຍ.

ໃນປີກາຍນີ້ ປະທານາທິບໍດີທຣຳ ໄດ້ສັ່ງໃຫ້ ທຳການສືບສວນ ກ່ຽວກັບວ່າ ອາລູມີ
ນຽມ ແລະເຫຼັກກ້າທີ່ນຳເຂົ້າ ເປັນໄພຂົ່ມຂູ່ຫຼືບໍ່ ຕໍ່ການປ້ອງກັນປະເທດພາຍໃຕ້ກົດ
ໝາຍການຄ້າສະບັບປີ 1962 ທີ່ບໍ່ໄດ້ມີການນຳ ມາໃຊ້ຕັ້ງແຕ່ປີ 2001. ປະທານາ
ທິບໍດີທຣຳ ຕ້ອງໄດ້ຕັດສິນໃຈ ພາຍໃນກາງເດືອນເມສານີ້.່

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG