ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວ​ໜ້າ ການ​ຄ້າ ສ​ຫລ ກ່າວ​ວ່າ ຂໍ້​ຕົກ​ລົງ ການ​ຄ້າ ກັບ​ຈີນ ຍັງ​ຕ້ອງ​ການ ເວ​ລາ​ຕ​ື່ມ​ອີກ ຈຶ່ງ​ຈະ​ບັນ​ລຸ​ກັນ​ໄດ້


ຜູ້​ຕາງໜ້າ ທາງ​ດ້ານ​ການ​ຄ້າ ຂອງ ສ​ຫລ ທ່ານ​ໂຣ​ເບີດ ໄລ​ໄທ​ເຊີ ໃຫ້​ການ​ຕໍ່​ຄະ​ນະ​ກຳ​ມະ​ການ​ພາ​ສີ ຂອງ​ສະ​ພາ​ຕ່ຳ ສ​ຫລ ກ່ຽວ​ກັບ ເລື້ອງ​ການ​ຄ້າ​ກັບ​ຈີນ. (27 ກຸມ​ພາ 2019)
ຜູ້​ຕາງໜ້າ ທາງ​ດ້ານ​ການ​ຄ້າ ຂອງ ສ​ຫລ ທ່ານ​ໂຣ​ເບີດ ໄລ​ໄທ​ເຊີ ໃຫ້​ການ​ຕໍ່​ຄະ​ນະ​ກຳ​ມະ​ການ​ພາ​ສີ ຂອງ​ສະ​ພາ​ຕ່ຳ ສ​ຫລ ກ່ຽວ​ກັບ ເລື້ອງ​ການ​ຄ້າ​ກັບ​ຈີນ. (27 ກຸມ​ພາ 2019)

ຫົວ​ໜ້າເຈົ້າ​ໜ້າ​ທີ່​ການ​ຄ້າ​ ຂອງ​ສະ​ຫະ​ລັດ ກ່າວ​ໃນ​ວັນ​ພຸດ​ຜ່ານ​ມານີ້​ວ່າຂໍ້​ຕົກ​ລົງ​ການ​ຄ້າ​ສະ​ບັບ​ໃໝ່​ກັບ​ຈີນ ຍັງ​ອີກ​ໄກ​ຢູ່​ຈຶ່ງ​ຈະ​ສຳ​ເລັດ​ເສັດ​ສິ້ນ. Nike Ching ມີ​ລາຍ​ງານ ກ່ຽວ​ກັບ​ການ​ເຈ​ລະ​ຈາ​ຮອບ​ຫຼ້າ​ສຸດ ແລະ​ຄວາມ​ເປັນ​ຫ່ວງຂອງ​ສະ​ຫະ​ລັດ ເລື້ອງບັນ​ຫາ​ຮາຍ​-ເທັກ ແມ່ນ​ຍັງ​ສືບ​ຕໍ່ ​ເປັນ​ຈຸດສຳ​ຄັນ​ທີ່​ພາ​ໃຫ້ເກີດ​ການ​ຂັດ​ແຍ້ງ. ໄພ​ສານ ຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຫຼັງ​ຈາກ​ໄດ້​ມີ​ການ​ເຈ​ລະ​ຈາ​ກັນ​ມາ​ເປັນ​ເວ​ລາ​ຫຼາຍໆ​ເດືອນ​ແລ້ວ ສະ​ຫະ​ລັດ ແລະ​ຈີນ ກໍ​ຍັງບໍ່​ທັນ​ໃກ້ ທີ່​ຈະ​ມີ​ການ​ຕົກ​ລົງ​ກັນທາງ​ດ້ານ​ການ​ຄ້າ​ເທື່ອ ຊຶ່ງ​ຈະ​ສາ​ມາດ​ແກ້​ໄຂ​ຄວາມ​ເປັນ​ຫ່ວງ​ກັງ​ວົນ ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່ຽວ​ກັບການ​ຂາດ​ດຸນ​ການ​ຄ້າ​ກັບ​ຈີນ. ທ່ານ​ໂຣ​ເບີດ ໄລ​ໄທ​ເຊີ ຜູ້​ຕາງ​ໜ້າ​ທາງ​ດ້ານ​ການຄ້າ​ຂອງ​ສະ​ຫະ​ລັດ ກ່າວ​ວ່າ:

“ສິ່ງ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ຕ້ອງ​ການ ກໍ​ຄື​ຂໍ້​ຕົກ​ລົງ ຊຶ່ງອັນ​ດັບ​ນຶ່ງ​ກໍ​ແມ່ນ​ໃຫ້​ສາ​ມາດ​ບັງ​ຄັບ​ໃຊ້​ໄດ້ ແຕ່ນັ້ນ​ແມ່ນ​ເພື່ອ​ໃຫ້​ມີ​ການ​ປ່ຽນ​ແປງ​ໃນ​ການ​ປະ​ຕິ​ບັດ ກ່ຽວ​ກັບການ​ບັງ​ຄັບ ​ໃຫ້​ໂອນ​ເທັກ​ໂນ​ໂລ​ຈີ ການ​ປົກ​ປ້ອງ​ຊັບ​ສິນ​ທາງ​ດ້ານ​ສະ​ຕິ​ປັນ​ຍາ ນະ​ໂຍ​ບາຍ​ການ​ໃຫ້​ເງິນ​ອຸດ​ໜຸນ ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍຕໍ່​ອຸດ​ສາ​ຫະ​ກຳ ​ແລະຫຼັງ​ຈາກນັ້ນ ກໍ​ແມ່ນ​ການ​ຂັດ​ຂວາງ​ທີ່​ສະ​ເພາະ​ເຈາະ​ຈົງ​ຕ່າງໆຕໍ່​ການ​ຄ້າ​ ແລະ ການ​ປ​ະ​ຕິ​ບັດ​ທີ່​ບໍ່​ເປັນ​ທຳ ໃນ​ຂົງ​ເຂດ​ກະ​ສິ​ກຳ ໃນ​ຂົງ​ເຂດ​ການ​ບໍ​ລິ​ການ​ຕ່າງໆ ສິ່ງ​ທີ່​ພວກ​ເຮົາ​ຕ້ອງ​ການ​ກໍ​ຄື​ການ​ຄ້າ​ແບບ​ຍຸ​ຕິ​ທຳຊຶ່ງ​ຈຳ​ເປັນ​ຕ້ອງ​ໄດ້​ມີ​ການ​ປ່ຽນ
ແປງ​ໃນ​ດ້ານ​ໂຄງ​ລ່າງ ແລະ​ຕ້ອງ​ບັງ​ຄັບ​ໃຊ້​ໄດ້.”

US-China Trade Talks 'Not Close'
please wait

No media source currently available

0:00 0:02:32 0:00

ຫົວ​ເຫວີຍ ຊຶ່ງ​ເປັນ​ບໍ​ລິ​ສັດ​ເທັກ​ໂນ​ໂລ​ຈີ​ຍັກ​ໃຫຍ່​ຂອງ​ຈີນ ໄດ້​ຮ່ວມ​ລົງ​ນາມ​ໃນ​ການ​ເປັນ​ພາ​ຄີ ເພື່ອ​ນຳ​ໃຊ້​ລະ​ບົບ​ໃໝ່ 5G ທີ່ກອງ​ປະ​ຊຸມ​ນາໆ​ຊາດ ກ່ຽວ​ກັບອຸບ​ປະ​ກອນບໍ່​ມີ​ສາຍ ໃນ​ອາ​ທິດ​ແລ້ວນີ້. ແຕ່​ພວກ​ສະ​ມາ​ຊິກ​ສະ​ພາ​ສະ​ຫະ​ລັດຍັງ​ມີ​ຄວາມ​ສົງ​ໄສ​ເປັນ​ຢ່າງ​ສູງ ກ່ຽວ​ກັບ​ການ​ພົວ​ພັນ ​ຂອງ​ບໍ​ລິ​ສັດ​ຂອງ​ລັດ​ຖະ​ບານ ແລະ​ວິ​ທີ​ການ​ລັກ​ຂະ​ໂມຍ​ຄວາມ​ລັບ​ທາງ​ດ້ານ​ການ​ຄ້າ. ສະ​ມາ​ຊິກ​ສະ​ພາສ​ຕີບ ຊາ​ບັອດ ກ່າວ​ກ່ຽວ​ກັບ​ເລື້ອງນີ້​ວ່າ:

“ຂ້າ​ພະ​ເຈົ້າ​ຄິດ​ວ່າ ສະ​ຫະ​ລັດ​ຖື​ເປັນ​ເລື້ອງ​ຈິງ​ຈັງ ກ່ຽວ​ກັບ​ການ​ລັກ​ຂະ​ໂມຍ​ຊັບ​ສິນ​ທາງ​ດ້ານ​ສະ​ຕິ​ປັນ​ຍາ ກ່ຽວ​ກັບ​ເລື້ອງ​ຄວາມ​ໝັ້ນ​ຄົງ ຄວາມ​ປອ​ດ​ໄພ​ທາງ​ອິນ​ເຕີ​ແນັດ ແລະ​ບໍ​ລິ​ສັດ​ຫົວ​ເຫ​ວີຍໄດ້​ຂີ້​ຕົວະ​ໃນ​ໄລ​ຍະ​ຜ່ານ​ມາ. ບໍ​ລິ​ສັດ ZTE ກໍເປັນ​ອີກ​ບັນ​ຫາ​ນຶ່ງ ດັ່ງ​ນັ້ນຂ້າ​ພະ​ເຈົ້າ​ຈຶ່ງ​ຄິດ​ວ່າ ສະ​ຫະ​ລັດ​ຕ້ອງ​ໄດ້​ເອົາ​ຈິງ​ເອົາຈັງ​ກ່ຽວ​ກັບ​ເລື້ອງນີ້ ແລະ​ຂ້າ​ພະ​ເຈົ້າ​ຄິດ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ຈະ​ເອົາ​ເລື້ອງ​ເຫຼົ່າ​ນີ້ໄປ​ພິ​ຈາ​ລະ​ນາ ເວ​ລາ​ທ່ານ​ເຈ​ລະ​ຈາ​ກັບ​ຈີນ.”

ວໍ​ຊິງ​ຕັນ​ໄດ້​ປະ​ສົບ​ກັບ​ບັນ​ຫາ​ຕື່ມ​ຂຶ້ນ ເວ​ລາ​ບໍ​ລິ​ສັດ​ຫົວ​ເຫວີຍ ຂະ​ຫຍາຍ​ເຂົ້າ​ໄປ​ໃນ​ຢູ​ໂຣບ ໂດຍ​ເຕືອນ​ປະ​ເທດ​ພັນ​ທະ​ມິດ​ວ່າ ການ​ມີ​ໜ້າ​ ຂອງ​ບໍ​ລິ​ສັດ​ເທັກ​ໂນໂລຈີ ​ຈີນ ອາດ​ຈະ​ສ້າງ​ຄວາມ​ສັບ​ສົນ​ໃຫ້​ແກ່​ການ​ເປັນ​ພາ​ຄີ​ກັບ​ສະ​ຫະ​ລັດ​ຂອງ​ພວກເຂົາ​ເຈົ້າ. ທ່ານ​ຄ​ຣິ​ສ ຟອ​ຣ໌ດ ລັດ​ຖະ​ມົນ​ຕີ ​ຊ່ອຍ​ວ່າ​ການ​ ກະ​ຊວງ​ການ​ຕ່າງ​ປະ​ເທດສະ​ຫະ​ລັດ ກ່າວ​ກ່ຽວ​ກັບ​ເລື້ອງນີ້​ວ່າ:

“ຕົວ​ຢ່າງ ການ​ລັກ​ຂະ​ໂມຍ​ຊັບ​ສິນ​ທາງດ້ານ​ສະ​ຕິ​ປັນ​ຍາ ​ທີ່​ງ່າຍ​ຂຶ້ນຜ່ານອິນ​ເຕີ​ແນັດໄດ້​ມີ​ຂຶ້ນ​ຢູ່​ໃນ​ທົ່ວ​ໂລກ. ແຕ່​ລັດ​ຖະ​ບານ​ຈີນ ​ໄດ້​ດຳ​ເນີນ​ການ​ດັ່ງ​ກ່າວຢ່າງ​ເປັນ​ລະ​ບົບເພື່ອ​ວ່າ​ຈະ​ສ້າງ​ຄວາ​ມ​ລ້ຳ​ໜ້າ​ໃຫ້​ແກ່​ອຸດ​ສາ​ຫະ​ກຳ​ແຫ່ງ​ຊາດ​ຂອງ​ຕົນ​ເປັນ​ການ​ສະ​ເພາະ​ໃນ​ດ້ານນີ້.”

ໃນ​ຂະ​ນະ​ທີ່​ທ່ານ​ທ​ຣຳ ພວມ​ຊອກ​ຫາ​ໂອ​ກາດ ທີ່​ຈະ​ທຳ​ການ​ພົບ​ປະ​ສຸດຍອດ​ອີກຄັ້ງ​ນຶ່ງ ກັບ​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ເພື່ອ​ສະ​ຫຼຸບ​ຂໍ້​ຕົກ​ລົງ​ການ​ຄ້າ​ຢູ່ນັ້ນ ກໍ​ມີ​ຄວາມ​ກົດ​ດັນ​ເພີ້ມ​ຂຶ້ນ ເພື່ອ​ຫ້າມ​ບໍ່​ໃຫ້​ມີ​ການ​ນຳ​ໃຊ້​ອຸບ​ປະ​ກອນ​ຂອງ​ບໍລິ​ສັດ​ຫົວ​ເຫວີຍຢູ່​ໃນ​ພື້ນ​ຖານ​ໂຄງ​ລ່າງ​ທາງ​ດ້ານ​ໂທ​ລະ​ຄົມ​ມະ​ນາ​ຄົມທີ່​ມີ​ຄວາມສຳ​ຄັນ​ຂອງ​ສະ​ຫະ​ລັດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG