ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ການຄ້າ ສຫລ ວ່າ ຂໍ້ຕົກລົງ ກັບ ຈີນ ແມ່ນຍັງໄກຢູ່ ທີ່ຈະສະຫລຸບໄດ້


ຜູ້ຕາງໜ້າການຄ້າສະຫະລັດ ທ່ານ ໂຣເບີດ ໄລໄຕເຊີ ກຳລັງໃຫ້ການ ຕໍ່ຄະນະກຳມະການ ຫາວິທີທາງ ແລະວິທີການ ຂອງສະພາຕ່ຳ ກ່ຽວກັບ ການຄ້າລະຫວ່າງ ສະຫະລັດ ກັບຈີນ ຢູ່ທີ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 27 ກຸມພາ 2019.
ຜູ້ຕາງໜ້າການຄ້າສະຫະລັດ ທ່ານ ໂຣເບີດ ໄລໄຕເຊີ ກຳລັງໃຫ້ການ ຕໍ່ຄະນະກຳມະການ ຫາວິທີທາງ ແລະວິທີການ ຂອງສະພາຕ່ຳ ກ່ຽວກັບ ການຄ້າລະຫວ່າງ ສະຫະລັດ ກັບຈີນ ຢູ່ທີ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 27 ກຸມພາ 2019.

ເຈົ້າໜ້າທີ່ການຄ້າລະດັບສູງຂອງສະຫະລັດ ໄດ້ກ່າວໃນວັນພຸດວານນີ້ວ່າ ຂໍ້ຕົກລົງ
ການຄ້າ ສະບັບໃໝ່ ກັບຈີນ ແມ່ນຍັງບໍ່ໃກ້ທີ່ຈະສະຫລຸບໄດ້.

“ຍັງມີຫຼາຍຢ່າງທີ່ຈຳເປັນຕ້ອງໄດ້ເຮັດ ກ່ອນທີ່ສັນຍາຈະສາມາດບັນລຸໄດ້” ນັ້ນ ແມ່ນ
ຄຳເວົ້າຂອງຜູ້ຕາງໜ້າການຄ້າຂອງສະຫະລັດ ທ່ານ ໂຣເບີດ ໄລໄຕເຊີ ທີ່ໄດ້ກ່າວຕໍ່
ຄະນະສະມາຊິກລັດຖະສະພາ ໃນນະຄອນຫຼວງວໍຊິງຕັນ. ທ່ານ ກ່າວອີກວ່າ “ຖ້າພວກ
ເຮົາ ສາມາດສະຫລຸບຄວາມພະຍາຍາມອັນນີ້ໄດ້ແລະຂ້າ ພະເຈົ້າຂໍກ່າວອີກຄັ້ງນຶ່ງ
ວ່າ ຖ້າຫາກ ແລະ ຖ້າຫາກພວກເຮົາສາມາດ ບັນລຸ ຂໍ້ແກ້ໄຂ ຕໍ່ບັນຫາກ່ຽວກັບຄວາມ
ສາມາດ ທີ່ຈະບັງຄັບໃຊ້ຂໍ້ແກ້ໄຂນີ້ ພວກເຮົາ ກໍອາດຈະໄດ້ຂໍ້ຕົກລົງ ທີ່ອຳນວຍໃຫ້
ພວກເຮົາ ຫັນປ່ຽນສາຍສຳພັນຂອງພວກ ເຮົາ ກັບຈີນໄດ້.”

ສະຫະລັດ ແລະຈີນ ສອງປະເທດທີ່ມີເສດຖະກິດໃຫຍ່ທີ່ສຸດຂອງໂລກ ໄດ້ທຳ ການເຈ
ລະຈາກັນມາ ເປັນເວລາຫຼາຍເດືອນ ກ່ຽວກັບຂໍ້ຕົກລົງສະບັບໃໝ່ ເຖິງ ແມ່ນວ່າ ໃນຂະ
ນະທີ່ພວກເຂົາເຈົ້າ ໄດ້ວາງມາດຕະການ ເກັບພາສີໃໝ່ ຢ່າງ ໜັກ ມູນຄ່າຫຼາຍພັນລ້ານ
ໂດລາ ຕໍ່ສິນຄ້າສົ່ງອອກຂອງກັນແລະກັນ ຢູ່ກໍຕາມ.

ທ່ານ ໄລໄຕເຊີ ໄດ້ກ່າວວ່າ ບັນດານັກເຈລະຈາຂອງປະເທດທັງສອງ ຜູ້ທີ່ໄດ້ເຂົ້າປະຊຸມ
ຮ່ວມກັນ ທັງຢູ່​ທີ່ວໍຊິງຕັນ ແລະປັກກິ່ງ “ແມ່ນກຳລັງທຳຄວາມກ້າວ ໜ້າ.”

ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວເຖິງຄວາມກ້າວໜ້ານັ້ນ ໃນວັນອາທິດທີ່ຜ່ານມານີ້
ໂດຍທີ່ທ່ານໄດ້ເລື່ອນກຳນົດ ໃນອັນທີ່ຈະເປັນການເພີ້ມພາສີຢ່າງສູງ ຂອງສະຫະລັດ
ມູນຄ່າ 200 ຕື້ໂດລາ ຕໍ່ສິນຄ້ານຳເຂົ້າຂອງຈີນ ຊຶ່ງຈະມີຜົນ ບັງຄັບໃຊ້ໃນວັນສຸກມື້ອື່ນນີ້.

ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ໃນວັນພະຫັດມື້ນີ້ ຢູ່ນະຄອນຫຼວງ ຮາໂນ່ຍ ຫຼັງ
ຈາກ ກອງປະຊຸມສຸດຍອດ ໄດ້ຢຸດ​ລົງຢ່າງກະທັນຫັນ ກັບ ຜູ້ນຳ ເກົາຫຼີເໜືອ ທ່ານ ກິມ
ຈົງ ອຶນ ນັ້ນ ປະທານາທິບໍດີ ທຣຳ ໄດ້ກ່າວວ່າ ມີ ໂອກາດດີຫຼາຍ ທີ່ຈະບັນລຸຂໍ້ຕົກລົງກັບ
ຈີນ ໂດຍອ້າງເຖິງ “ຄວາມຫຍຸ້ງຍາກ ທັງຫຼາຍ” ຂອງການເກັບພາສີນັ້ນ ແມ່ນສາເຫດ
ສົ່ງຜົນ ຕໍ່ເສດຖະກິດຂອງຕົນ.

ທ່ານທຣຳ ເວົ້າວ່າ “ຂ້າພະເຈົ້າຄຶດວ່າ ພວກເຮົາມີໂອກາດທີ່ດີຫຼາຍ. ຕົວເລກຂອງ
ການ ຂະຫຍາຍຕົວທາງດ້ານເສດຖະກິດຂອງພວກເຂົາເຈົ້າ ແມ່ນລຸດລົງ ແຕ່ຂ້າ
ພະເຈົ້າ ບໍ່ຢາກໃຫ້ເປັນເຊັ່ນນັ້ນ. ຂ້າພະເຈົ້າຢາກໃຫ້ ພວກເຂົາເຈົ້າ ປະສົບ​ຄວາມ​
ສຳ​ເລັດ​ຢ່າງໃຫຍ່. ແຕ່ພວກເຮົາໄດ້ສູນເສຍເງິນປະມານໃນລະຫວ່າງ 300 ຫາ 500
ຕື້ໂດລາ ຕໍ່ປີ ໃຫ້ແກ່ຈີນ ມາເປັນເວລາ ຫຼາຍໆປີແລ້ວ. ແລະ ອີກຄັ້ງນຶ່ງ ຄືກັນກັບສິ່ງ
ອື່ນໆ ປະທານາທິບໍດີຫຼາຍຄົນ ຄວນຈະເຮັດເຊັ່ນນີ້ ກ່ອນຂ້າພະເຈົ້າ. ແລະບໍ່ມີຄົນໃດ
ເລີຍເຮັດ. ສະນັ້ນ ພວກເຮົາກໍຈະເຮັດມັນ.”

US-China Trade Talks 'Not Close'
please wait

No media source currently available

0:00 0:02:32 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG