ສະຫະລັດ ແລະຈີນ ເສັດສິ້ນການເຈລະຈາ ໃນລະດັບສູງ ເປັນວັນທີສອງ ໃນວັນສຸກ
ວານນີ້ ທີ່ໄດ້ແນໃສ່ການຫຼີກລ່ຽງສົງຄາມການຄ້າທີ່ອາດເກີດຂຶ້ນ.
ຄະນະຜູ້ແທນສະຫະລັດ ທີ່ນຳພາໂດຍລັດຖະມົນຕີກະຊວງການເງິນ ທ່ານສະຕີເວີນ
ມນູຈິນ ຈະລາຍງານຕໍ່ປະທານາທິບໍດີດໍໂນລ ທຣໍາ ໃນວັນເສົາມື້ນີ້ ແລະ “ຂໍໃຫ້ທ່ານ
ຕັດສິນໃຈໃນບາດກ້າວຂັ້ນຕໍ່ໄປ” ຊຶ່ງຖະແຫຼງການຂອງທຳນຽບຂາວ ກ່າວເພີ້ມເຕີມ
ວ່າ ລັດຖະບານໄດ້ “ເຫັນພ້ອມ” ຕໍ່ “ການໃຫ້ຄວາມສົນໃຈໃນທັນທີ” ເພື່ອປ່ຽນແປງ
ຄວາມສຳພັນທາງດ້ານການຄ້າ ແລະການລົງທຶນ ລະຫວ່າງສະຫະລັດກັບຈີນ.
ປະທານາທິບໍດີທຣໍາ ກ່າວຢູ່ໃນທວິດເຕີ ທີ່ຂຽນໃນຕອນແລງວັນສຸກວານນີ້ວ່າ “ພວກ
ເຮົາຈະປະຊຸມກັນໃນມື້ອື່ນ ເພື່ອພິຈາລະນາ ຜົນການເຈລະຈາ ແຕ່ມັນຍາກສຳລັບຈີນ
ທີ່ເຂົາຕ້ອງກາຍມາເປັນຜູ້ຖືກເອົາໃຈ ໃນການທີ່ຈະເອົາຊະນະໃນເລື້ອງການຄ້າກັບ
ສະຫະລັດ.”
ຈີນກ່າວຢູ່ໃນຖະແຫຼງການ ທີ່ໄດ້ນຳອອກເຜີຍແຜ່ໂດຍອົງການຂ່າວຊິນຫົວຂອງທາງ
ການວ່າ “ທັງສອງຝ່າຍຮັບຮູ້ວ່າ ຍັງມີຄວາມແຕກຕ່າງກັນ ຢ່າງໃຫຍ່ ຢູ່ໃນບາງບັນຫາ
ແລະເຂົາເຈົ້າຕ້ອງເອົາບາດກ້າວເພີ້ມຂຶ້ນ ເພື່ອໃຫ້ມີຄວາມກ້າວກ້າວໜ້າ.”
ບົດບັນນາທິການ ຂອງງສືພິມປະຊາຊົນລາຍວັນ ຂອງພັກຄອມມິວນິສຈີນ ທີ່ອອກໃນ
ວັນເສົາມື້ນີ້ ແຕ່ແນວໃດກໍຕາມ ກ່າວວ່າ “ຢູ່ຕໍ່ໜ້າ ການບຸກລຸກ ຢ່າງແຮງ ໂດຍລະບົບ
ຄຸ້ມຄອງສິນຄ້າຂອງສະຫະລັດນັ້ນ ຈີນແມ່ນເດັດດ່ຽວ ຈະປ້ອງກັນຜົນປະໂຫຍດແຫ່ງ
ຊາດຂອງຕົນ” ແລະກ່າວຕື່ມວ່າ ປັກກິ່ງ “ຈະບໍ່ເອົາຜົນປະໂຫຍດຫຼັກຂອງຕົນໄປແລກ
ປ່ຽນ ແລະປະຕິເສດຕໍ່ຄຳຮຽກຮ້ອງຂອງສະຫະລັດ ທີ່ສູງເກີນໄປນັ້ນ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ.