ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ໃຫ້ການອະນຸມັດ ຕໍ່ຂໍ້ຕົກລົງການຄ້າ ກັບ 3 ປະເທດ (ເບິ່ງວີດີໂອ)


ສະຫະລັດ ໃຫ້ການອະນຸມັດ ຕໍ່ຂໍ້ຕົກລົງການຄ້າ ກັບ 3 ປະເທດ (ເບິ່ງວີດີໂອ)
ສະຫະລັດ ໃຫ້ການອະນຸມັດ ຕໍ່ຂໍ້ຕົກລົງການຄ້າ ກັບ 3 ປະເທດ (ເບິ່ງວີດີໂອ)

ລັດຖະສະພາສະຫະລັດ ໄດ້ໃຫ້ການອະນຸມັດຕໍ່ຂໍ້ຕົກລົງການຄ້າເສລີ ທີ່ພວກສະໜັບສະໜຸນ
ເວົ້າວ່າຈະເສີມຂະຫຍາຍການສົ່ງອອກຂອງສະຫະລັດ​ໃນ​ມູນ​ຄ່າ 13 ພັນໂດລາໃນແຕ່ລະປີ.

ສະຫະລັດຕໍ່າຂອງສະຫະລັດ ໄດ້ລົງມະຕິໃນມື້ວັນພຸດວານນີ້ ຮັບຜ່ານດ້ວຍຄະແນນສຽງລື່ນ
ກັນ​ຫລາຍ​ສົມຄວນ ເຫັນພ້ອມນຳຂໍ້ຕົກລົງການຄ້າ ກັບເກົາຫຼີໃຕ້ ປານາມາ ແລະໂຄລອມ
ເບຍ. ສະພາສູງສະຫະລັດ ກໍໄດ້ລົງຄະແນນສຽງຢ່າງຖ້ວມລົ້ນ ໃຫ້ການອະນຸມັດ ຕໍ່ຂໍ້ຕົກລົງ
ການຄ້າເຫຼົ່ານີ້.

ຂໍ້ຕົກລົງທັງ 3 ຊຶ່ງໄດ້ມີການເຈລະຈາກັນໃນຂັ້ນຕົ້ນ ເມື່ອເກືອບ 5 ປີກ່ອນພາຍ​ໃຕ້ລັດຖະ
ບານ ຂອງປະທານາທິບໍດີ George W. Bush ໄດ້ຜ່ານລັດຖະສະພາໂດຍໄດ້ຮັບຄວາມ
ສະໜັບສະໜຸນ ຈາກທັງສອງພັກການເມືອງ ເຖິງແມ່ນວ່າ ສະມາຊິກຂອງພັກເດໂມແຄຣັທ
ບາງຄົນໄດ້ຄັດຄ້ານໂດຍອ້າງຄວາມວິຕົກກັງວົນໃນດ້ານສິດທິມະນຸດ ແລະຢ້ານວ່າວຽກເຮັດ
ງານທຳຂອງຊາວອະເມຣິກັນ ຈະສູນເສຍຢູ່ໃນຕ່າງປະເທດ.

ປະທານາທິບໍດີໂອບາມາກ່າວວ່າ ຮ່າງກົດໝາຍທັງ 3 ເປັນໄຊຊະນະທີ່ສຳຄົົນສຳລັບພວກ
ຄົນງານແລະທຸລະກິດຂອງສະຫະລັດ. ທ່ານເວົ້າວ່າຮ່າງກົດໝາຍທັງສາມຈະເສີມຂະຫຍາຍ
ການສົ່ງອອກ ໃຫ້ການສະໜັບສະໜຸນຕໍ່ວຽກງານທີ່ມີລາຍໄດ້ສູງໆແລະປົກປ້ອງສະພາບແວດ
ລ້ອມ ປົກປ້ອງສິດທິຂອງພວກຄົນງານ ແລະຊັບສິນທາງດ້ານສະຕິປັນຍາ.

ຂໍ້ຕົກລົງທັງສາມໄດ້ຮັບການຄັດຄ້ານຈາກພັກເດໂມແຄຣັທບໍ່ດົນຫຼັງຈາກປະທານາທິບໍດີໂອ
ບາມາເຂົ້າຮັບຕຳແໜ່ງ. ລັດຖບານຂອງທ່ານໄດ້ທຳການເຈລະຈາຄືນໃໝ່ ກ່ຽວກັບຂໍ້ຕົກລົງ
ທັງສາມ ຫຼັງຈາກພັກເດໂມແຄຣັທ ໄດ້ສະແດງຄວາມວິຕົກກົງວົນ ກ່ຽວກັບປະວັດ ການກໍ່
ຄວາມຮຸນແຮງຂອງໂຄລອມເບຍ ຕໍ່ພວກນັກເຄື່ອນໄຫວທາງດ້ານແຮງງານແລະການກ່າວ ຫາກ່ຽວກັບການຟອກເງິນຢູ່ປານາມາ.

ສ່ວນຂໍ້ຕົກລົງກັບເກົາຫຼີໃຕ້ມີການຊັກຊ້າຍ້ອນຄວາມວິຕົກກັງວົນກ່ຽວກັບການເປີດຕະຫຼາດ
ລົດຂອງເກົາຫຼີໃຕ້ໃຫ້ແກ່ລົດໂອໂຕຂອງສະຫະລັດ.

ຂໍ້ຕົກລົງກັບເກົາຫຼີໃຕ້ເປັນຂໍ້ຕົກລົງທາງດ້ານກາຄ້າທີ່ໃຫຍ່ທີ່ສຸດຂອງສະຫະລັດ ນັບແຕ່ຂໍ້
ຕົກລົງການຄ້າເສລີໃນທະວີບອະເມຣິກາເໜືອກັບເມັກຊິໂກແລະການາດາໃນປີ 1995.

XS
SM
MD
LG