ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ຕິດ​ຕາມ​ເຮືອ​ບິນ​ທະ​ຫານ​ຣັດ​ເຊຍ 4 ລຳ ໃກ້​ກັບ​ລັດ​ອາ​ລາ​ສ​ກ້າ


​ແຟ້ມ - ຮູບ​ທີ່​ຖ່າຍ​ເມື່ອ​ວັນ​ທີ 9 ມີ​ນາ 2020 ທີ່​ເປີດ​ເຜີຍ​ໂດຍກອງ​ບັນ​ຊາ​ການ ປ້ອງ​ກັນ​ອະ​ວະ​ກາດ​ອາ​ເມ​ຣິ​ກາ​ເໜືອ (NORAD) ສະ​ແດງ​ໃຫ້​ເຫັນ​ເຮືອ​ບິນ​ສອດ​ແນມ Tu-142 ຂອງ​ຣັດ​ເຊຍ, ຢູ່​ຂ້າງ​ເທິງ​ກ້ຳ​ຂວາ, ຖືກ​ຕິດ​ຕາມ​ ໃກ້​ກັບ​ເຂດ​ຊາຍ​ຝັ່ງ​ຂອງ​ລັດ​ອາ​ລາ​ສ​ກ້າ.
​ແຟ້ມ - ຮູບ​ທີ່​ຖ່າຍ​ເມື່ອ​ວັນ​ທີ 9 ມີ​ນາ 2020 ທີ່​ເປີດ​ເຜີຍ​ໂດຍກອງ​ບັນ​ຊາ​ການ ປ້ອງ​ກັນ​ອະ​ວະ​ກາດ​ອາ​ເມ​ຣິ​ກາ​ເໜືອ (NORAD) ສະ​ແດງ​ໃຫ້​ເຫັນ​ເຮືອ​ບິນ​ສອດ​ແນມ Tu-142 ຂອງ​ຣັດ​ເຊຍ, ຢູ່​ຂ້າງ​ເທິງ​ກ້ຳ​ຂວາ, ຖືກ​ຕິດ​ຕາມ​ ໃກ້​ກັບ​ເຂດ​ຊາຍ​ຝັ່ງ​ຂອງ​ລັດ​ອາ​ລາ​ສ​ກ້າ.

ກອງ​ທັບ​ສະ​ຫະ​ລັດ​ໃຫ້​ການ​ຢືນ​ຢັນ​ວ່າ ເຮືອ​ບິນ​ທະ​ຫານ​ຣັດ​ເຊຍ 4 ລຳ​ໄດ້​ຖືກ​ຕິດ​ຕາມ​ໃນ​ການ​ບິນ​ປະ​ຕິ​ບັດ​ງານ​ ໃກ້ໆ​ກັບ​ລັດ​ອາ​ລາ​ສ​ກ້າ​ຂອງ​ສະ​ຫະ​ລັດ ໃນ​ຕອນ​ແລງອາ​ທິດ​ແລະ​ເຊົ້າຂອງມື້​ວັນ​ຈັນວານນີ້​.

ກອງ​ບັນ​ຊາ​ການ​ປ້ອງ​ກັນ​ອະ​ວະ​ກາດ​ອາ​ເມ​ຣິ​ກາ​ເໜືອຫຼື NORAD ​ກ່າວ​ວ່າ ຕົນ​ໄດ້ “​ພົບເຫັນ​ ແລະ​ຕິດ​ຕາມ” ເຮືອ​ບິນ ​ທີ່​ບິນ​ຢູ່​ໃນ​ເຂດ​ປ້ອງ​ກັນ​ໄພ​ທາງ​ອາ​ກາດ​ເພື່ອໃຫ້​ລະ​ບຸ​ໂຕ ຫຼື ADIZ ​ຂອ​ງ​ລັດ​ອາ​ລາ​ສ​ກ້າ.

“ເຮືອ​ບິນ​ຣັດ​ເຊຍ​ ຍັງ​ບິນ​ຢູ່​ໃນ​ເຂດ​ນ່ານ​ຟ້າ​ຂອງ​ສາ​ກົນ ແລະ​ບໍ່​ໄດ້​ບິນ​ເຂົ້າ​ມາ​ໃນ​ເຂດອາ​ກາດ​ຂອງ​ອາ​ເມ​ຣິກາແລະ​ກາ​ນາ​ດາ​ເທື່ອ. ກິດ​ຈະ​ກຳ​ດັ່ງ​ກ່າວນີ້ ຂອງ​ຣັດ​ເຊຍ​ໃນເຂດ​ລະ​ບຸ​ໂຕ​ທາງ​ອາ​ກາດ​ຂອງ​ລັດ​ອາ​ລາ​ສ​ກ້າ ເກີດ​ຂຶ້ນ​ຢູ່​ເລື້ອຍໆ​ແລະບໍ່ໄດ້ເບິ່ງ​ກັນ​ວ່າ​ເປັນ​ໄພ​ຂົ່ມ​ຂູ່​ແຕ່​ຢ່າງ​ໃດ” ກອງ​ບັນ​ຊາ​ການ NORAD ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ໃນ​ວັນ​ຈັນ​ວານນີ້.

ເຂດ​ລະ​ບຸ​ໂຕ​ທາງ​ອາກາດແມ່ນ​ເປັນ​ເຂດ​ນ່ານ​ຟ້າ​ຂອງ​ສາ​ກົນ​ທີ່​ຢູ່​ຖັດ​ໄປ​ຈາກ​ເຂດ​ອາ​ກາດ​ຂອງ​ປະ​ເທດ “ທີ່​ບັງ​ຄັບ​ໃຫ້​ພ້ອມ​ແລ້ວ ​ສຳ​ລັບ​ການ​ລະ​ບຸ​ໂຕ ສະ​ຖານ​ທີ່ ແລະ​ການ​ຄວບ​ຄຸມ​ຂອງ​ເຮືອ​ບິນ​ທັງ​ໝົດ ເພື່ອ​ເຫັນ​ແກ່​ຜົນ​ປະ​ໂຫຍດ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ” ອີງ​ຕາມກອງ​ບັນ​ຊາ​ການ NORAD.

“NORAD ພ້ອມ​ແລ້ວ​ທີ່​ຈະ​ນຳ​ໃຊ້​ທາງ​ເລືອກ​ຈຳ​ນວນ​ນຶ່ງ​ເພື່ອ​ຮັບ​ມື​ໃນ​ການ​ປ້ອງ​ກັນອາ​ເມ​ຣິ​ກາ​ເໜືອ” ກອງ​ບັນ​ຊາ​ການ​ກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG