ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກສຶກສາ ມະຫາວິທະຍາໄລ ຊາວອາເມຣິກັນ 4 ຄົນ ຖືກໂຈມຕີ ດ້ວຍນ້ຳກົດ ຢູ່ໃນປະເທດຝຣັ່ງ


ພວກຜູ້ຄົນພາກັນ ຍ່າງຢູ່ໃນສະຖານີລົດໄຟ ເມືອງ Saint-Charles, ໃນນະຄອນ Marseille, ທາງພາກໃຕຂອງຝຣັ່ງ, ວັນທີ 1 ມິຖຸນາ 2016.
ພວກຜູ້ຄົນພາກັນ ຍ່າງຢູ່ໃນສະຖານີລົດໄຟ ເມືອງ Saint-Charles, ໃນນະຄອນ Marseille, ທາງພາກໃຕຂອງຝຣັ່ງ, ວັນທີ 1 ມິຖຸນາ 2016.

ນັກສຶກສາມະຫາວິທະຍາໄລ ຊາວອາເມຣິກັນ 4 ຄົນ ໄດ້ຖືກ ນ້ຳກົດສາດໃສ່ ຢູ່ສະຖານີ
ລົດໄຟ ໃນເມືອງ Marseille ປະເທດຝຣັ່ງ ແຕ່ເຈົ້າໜ້າທີ່ຕຳຫຼວດ ໄດ້ກ່າວວ່າ ມັນບໍ່
ປາກົດວ່າ ເປັນການໂຈມຕີກໍ່ການຮ້າຍ.

ຜູ້ຍິງ ອາຍຸ 41 ປີ ທີ່ມີປະຫວັດບັນຫາຕ່າງໆທາງສະພາບຈິດ ໄດ້ຖືກຈັບກຸມ ໃນຖານະ
ຖືກກ່າວຫາວ່າ ເປັນຄົນຮ້າຍ ໃນລະຫວ່າງ ການໂຈມຕີເມື່ອຕອນເຊົ້າ ຢູ່ ສະຖານີລົດໄຟ
ຂອງເມືອງ Saint Charles.

ໜັງສືພິມ La Provence ຂອງທ້ອງຖິ່ນ ໄດ້ກ່າວວ່າ ຄົນຮ້າຍດັ່ງກ່າວ ແມ່ນຍັງຢູ່ສະ
ຖານທີ່ເກີດເຫດ ການໂຈມຕີ ໂດຍບໍ່ໄດ້ພະຍາຍາມ ຈະຫລົບໜີແຕ່ຢ່າງໃດ.

ໜ່ວຍດັບໄຟ ຂອງເມືອງ Marseille ໄດ້ຖືກແຈ້ງເຕືອນໃຫ້ຊາບ ບໍ່ດົນຫຼັງຈາກ 11
ໂມງເຊົ້າ ແລະ ໄດ້ສົ່ງລົດ 4 ຄັນ ແລະ ນັກດັບໄຟ 14 ຄົນ ໄປຍັງສະຖານີລົດໄຟດັ່ງກ່າວ
ອີງຕາມການກ່າວຂອງບັນດາເຈົ້າໜ້າທີ່ຝຣັ່ງ.

ມະຫາວິທະຍາໄລ Boston ທີ່ເປັນມະຫາວິທະຍາໄລ ເອກກະຊົນ ສາສະໜາ Jesuit
ໃນລັດ Massachusetts ໄດ້ລະບຸຊື່ພວກນັກສຶກສາເຫຼົ່ານັ້ນ ວ່າແມ່ນ ນາງ Courtney
Siverlingນາງ Charlotte Kaufman ນາງ Michelle Krug ແລະ ນາງ Kelsey
Kosten.

ໂຮງຮຽນນີ້ ໄດ້ກ່າວໃນຖະແຫລງການສະບັບນຶ່ງ ວ່າ ທັງ 4 ຄົນ ເປັນນັກສຶກສາປີທີ
ສອງ ທີ່ກຳລັງຮ່ຳຮຽນຢູ່ຕ່າງປະເທດ 3 ຄົນ ໃນກຸ່ມນີ້ ແມ່ນຢູ່ໃນໂຄງການຂອງມະຫາ
ວິທະຍາໄລ ນະຄອນ Paris.

ນັກສຶກສາ 2 ຄົນ ນັ້ນ ໄດ້ຮັບບາດເຈັບຢູ່ຕາມໃບໜ້າ. ພວກແມ່ຍິງທັງສີ່ຄົນ ແມ່ນມີ
ອາຍຸໄວ 20 ກວ່າປີ ໄດ້ຖືກສົ່ງໄປຮັກຕົວຢູ່ທີ່ໂຮງໝໍ ສອງຄົນແມ່ນໄດ້ຮັບການຮັກສາ
ສຳລັບ ອາການຕື່ນຕົກໃຈ ຫຼື shock.

ຝຣັ່ງ ໄດ້ເກີດເຫດການໂຈມຕີຫຼາຍຄັ້ງ ໂດຍ ບຸກຄົນຕ່າງໆ ພ້ອມກັນນັ້ນ ໂດຍພວກ
ຫົວຮຸນແຮງກໍ່ການຮ້າຍ ໃນສອງສາມປີບໍ່ດົນຜ່ານມານີ້ ເຊິ່ງລວມທັງ ເມືອງ Marseille
ອັນເປັນເມືອງທ່າ ໃນພາກໃຕ້ຂອງຝຣັ່ງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG