ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອາເມຣິກັນ ຄົນນຶ່ງ ຖືກຍິງຕາຍ ຢູ່ອິສຣາແອລ


ຜູ້​ຊາຍ​ອາ​ເມຣິກັນຄົນ​ນຶ່ງ ຖືກສັງຫານ ຢູ່​ທີ່​ໂຮງ​ແຮມ​ໃນ​​ເມືອງ
Eilat​ ຊຶ່ງ​ເປັນ​ບ່ອນ​ຕາກ ອາກາດ​ແຄມ​ທະ​ເລ​ແດງ.
ຜູ້​ຊາຍ​ອາ​ເມຣິກັນຄົນ​ນຶ່ງ ຖືກສັງຫານ ຢູ່​ທີ່​ໂຮງ​ແຮມ​ໃນ​​ເມືອງ Eilat​ ຊຶ່ງ​ເປັນ​ບ່ອນ​ຕາກ ອາກາດ​ແຄມ​ທະ​ເລ​ແດງ.
ເຈົ້າ​ໜ້າ​ທີ່​ຕໍາຫລວດອິສຣາ​ແອ​ລ ​ໄດ້​ຍິງ​ສັງຫານຜູ້​ຊາຍ​
ອາ​ເມຣິກັນຄົນ​ນຶ່ງ ຫຼັງ​ຈາກ​ລາວໄດ້​ຍິງ​ຄົນ​ນຶ່ງ​ຕາຍ ຢູ່​ທີ່​ໂຮງ​ແຮມ​
ໃນເມືອງ Eilat​ ຊຶ່ງ​ເປັນ​ບ່ອນ​ຕາກ ອາກາດ​ແຄມ​ທະ​ເລ​ແດງ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຜູ້​ຊາຍ​ຊຶ່ງ​ເປັນ​ຄົນອາ​ເມຣິກັນ ອາຍຸໃນ​ລະຫວ່າງ 20 ​ປີ ​ໄດ້​ລັກ​ເອົາ​ປືນ​ຂອງ​ຍາມ ​ແລ້ວກໍ​ຍິງ​ພະນັກງານ​ໂຮງ​ແຮ​ມຄົນ​ນຶ່ງ ເສຍ​ຊີວິດ​ຄາ​ທີ່.

ເຈົ້າ​ໜ້າ​ທີ່​ຕໍາຫລວດ​ກ່າວ​ວ່າ ຫລັງ​ຈາກ​ນັ້ນຜູ້​ຊາຍ​ຄົນ​ດັ່ງກ່າວ ​ໄດ້​ເຂົ້າ​ໄປ​ຂັງ​ໂຕເອງ​ຢູ່​ໃນ​ເຮືອນຄົວຂອງ​ໂຮງ​ແຮ​ມແລະ​ຍິງ​ປືນອອກ​ມາ ​ໃນ​ຂະນະ​ທີ່​ມີ​ການ​ເຈລະ ຈາຕໍ່​ລອງກັນກັບ​ຕໍາ​ຫລວດ​. ຫລັງ​ຈາກ​ນັ້ນ ຕຳຫຼວດກໍ​ໄດ້​ຍິງ​ລາວ​ຕາຍ.

​ເຈົ້າ​ໜ້າ​ທີ່​ຕໍາຫລວດ ບໍ່​ໄດ້ແຈ້ງ​ໃຫ້​ຊາບ​ເຖິງ​ຈຸດປະສົງຂອງ​ການ​ໂຈມ​ຕີ​ໃນ​ຄັ້ງນີ້ ​ແຕ່ລາຍ
ງານ​ແຈ້ງ​ວ່າ ຜູ້​ຊາຍ​ອາ​ເມຣິກັນ​ຄົນ​ນີ້ເຄີ​ຍ​ເຮັ​ດວຽກມາ​ກ່ອນ​ຢູ່ໂຮງ​ແຮມ​ແລະ​ຮູ້​ກັບ​ຜູ້​ເຄາະ​ຮ້າຍດີ.
XS
SM
MD
LG