ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລົມພາຍຸຫົວກຸດ ເຮັດໃຫ້ 5 ຄົນເສຍຊີວິດ ໃນພາກກາງ ສຫລ (ເບິ່ງວີດີໂອກັບສະໄລດ໌)


ມີລາຍ​ງານຂ່າວວ່າ ​ໄດ້​ມີລົມ​ຫົວກຸດ ຫລາຍ​ກວ່າ 100 ຫົວ ຄຸກ​ຄາມ​ຢູ່​ໃນພາກ​
ກາງຂອງສະຫະ​ລັດ ​ໃນຕະຫລອດ​ຄໍ່າ​ຄືນ​ວັນ​ອາທິດວານ​ນີ້ ​ໃນ​ຂະນະ​ທີ່​ລະບົບ
ລົ​ມພ​າຍຸ​ອັນ​ຮ້າຍ​ແຮງ ພັດຖະຫລົ່ມ​ເຂດ​ດັ່ງກ່າວ ແລ​ະ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 5 ຄົນ
ຢູ່ທີ່​ລັດ Oklahoma.

ເດັກນ້ອຍ​ສາມ​ຄົນ​ລວມ​ຢູ່ໃນຈໍານວນ​ຜູ້​ເສຍ​ຊີວິດ ​ແລະ​ຫລາຍ​ສິບ​ຄົນ​ໄດ້​ຮັບ​ບາດ
ເຈັບ. ​ເຮືອນ​ຊານ​ບ້ານ​ຊ່ອງ​ຫລາຍໆ​ຫລັງໄດ້ຖືກ​ທໍ​າລາຍ​ກາຍ​ມາ​ເປັນ​ກອງໄມ້​ ຢູ່​
ບາງເຂດ​ຂອງ​ລັດ Oklahoma​ Iowa ​ແລະ Kansas ​ແລະ​ປະຊາກອນຫລາຍ
ຮ້ອຍ​ພັນຄົນ ບໍ່​ມີໄຟຟ້າໃຊ້.

ພະ​ແນ​ກດິນ​ຟ້າ​ອາກາດ​ແຫ່ງ​ຊາດ ​ໄດ້​ອອກ​ຄໍາ​ເຕືອນ​ລ່ວງ​ໝ້າກ່ຽວ​ກັບ ອາກາດ
ທີ່​ຮ້າຍ​ແຮງ​ໃນ​ມື້ວັນ​ເສົາ ​ແຕ່​ວ່າ​ລົ​ມຫົວກຸດກໍໄດ້​ປະ​ທະ​ຫລາຍໆ ບ້ານ​ຫລາຍ​ໆ
ເມືອງ​ຢ່າງ​ບໍ່​ຄາດ​ຝັນ.

XS
SM
MD
LG