ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

12 ຄົນ​ເສຍ​ຊີວິດ ຍ້ອນພາຍຸລົມຫົວກຸດ ໃນສະຫະລັດ (ວີດີໂອ)


ເຮືອນຊານບ້ານຊ່ອງ ຢູ່ເມືອງ Mayflower ລັດ Arkansas ໄດ້ຮັບຄວາມເສຍຫາຍຢ່າງໜັກ.
ເຮືອນຊານບ້ານຊ່ອງ ຢູ່ເມືອງ Mayflower ລັດ Arkansas ໄດ້ຮັບຄວາມເສຍຫາຍຢ່າງໜັກ.
ລະບົບລົມ​ພາຍຸອັນ​ຮ້າຍ​ແຮງ​ ທີ່​ກໍ່​ໃຫ້​ເກີ​ດ​ລົມ​ຫົວກຸດຫຼາຍຄັ້ງ
ໄດ້​ຜ່ານ​ເຂົ້າ​ເຂ​ດພາກ​ກາງ ​ແລະ ພາກ​ໃຕ້​ຂອງສະຫະລັດ​
ເຮັດ​ໃຫ້ ​ຢ່າງ​ນ້ອຍ​ 12 ຄົນ​ເສຍ​ຊີວິດ ​ໃນ​ມໍ​ລະ​ສຸມ​ທີ່​ຄາດ​ຄະ​ເນ
ວ່າ​ພາຍຸ​ດັ່ງ​ກ່າວຍັງຈະ​ເຄື່ອນ​ຍ້າຍ​ໄປ​ທາງ​ທິດຕາ​ເວັນ​ອອກ
ຕໍ່​ໄປ​ໃນ​ວັນ​ຈັນ​ມື້​ນີ້.

​ເຂ​ດຊານ​ເມືອງ​ຂອງ Little Rock ​ໃນ Arkansas ​ເປັນ​ຈຸດ
​ສູນ​ກາງຂອງ​ພາຍຸ​ທໍ​ເນໂດ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ ​
ໃນ​ວັນ​ອາທິດ​ວານ​ນີ້. ​ເຈົ້າໜ້າ​ທີ່ຢູ່​ຂົງເຂ​ດພາກ​ໃຕ້ຂອງ​ສະຫະ​
ລັດກ່າວ​ວ່າ​ພາຍຸ​ທໍເນໂດ​ໄດ້​ສັງຫານ​ຢ່າງ​ນ້ອຍ 11 ຄົນ​ຢູ່​ທີ່​ນັ້ນ.

​ໃນ​ຕອນ​ເຊົ້າຂອງວັນ​ອາທິດວານ​ນີ້ ມີ​ອີກ​ຄົນ​ໜຶ່ງໄດ້ເສຍ​ຊີວິດພາຍຫຼັງຈາກ​ພາຍຸ​ທໍເນ​ໂດ​
ໄດ້​ລົງ​ສູ່​ພື້ນ​ດິນ​ຢູ່​ໃນ​ພາກ​ໃຕ້​ໃຈກາງຂອງ​ລັດ Oklahoma.
ພາຍຸລົມຫົວກຸດ ລົງສູ່ພື້ນດິນຢູ່ໃນ ພາກ​ກາງ ​ແລະ ພາກ​ໃຕ້ ຂອງສະຫະລັດ.
ພາຍຸລົມຫົວກຸດ ລົງສູ່ພື້ນດິນຢູ່ໃນ ພາກ​ກາງ ​ແລະ ພາກ​ໃຕ້ ຂອງສະຫະລັດ.

ລົມອັນ​ຮ້າຍ​ແຮງ​ ທີ່​ເກີດຈາກພາຍຸ​ທໍເນ​ໂດ​ ໄດ້​ທຳລາຍ​ເຮືອນ​ຊານ​ບ້ານຊ່ອງຫຼາຍສິບຫຼັງ ​
ພັດຕົ້ນ​ໄມ້​ລົ້ມຫັກລົງແລະ ພິກ​ປີ້ນ​ລົດ​ຂວ້າ​ມຫຼາຍໆ​ຄັນ. ສູນອຸຕຸນິຍົມ​ແຫ່ງ​ຊາດ​ໄດ້​ເຕືອນ​ວ່າລົມ​ພາ​ຍຸ​ຮ້າຍ​ແຮງ​ພ້ອມ​ກັບ​ພາຍຸ​ທໍ​ເນ​ໂດ ​ໃນ​ມື້​ນີ້ຈະ​ພັດ​ຜ່ານລັດ Louisiana,
Alabama, Mississippi ​ແລະ Tennessee.
US Severe Weather VO
please wait
Embed

No media source currently available

0:00 0:00:53 0:00
XS
SM
MD
LG