ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເດັກຍິງນ້ອຍໆຄົນນຶ່ງ ຖືກພົບເຫັນຍັງມີຊີວິດຢູ່ ຫລັງຈາກໄພລົມພາຍຸຫົວກຸດ (ເບິ່ງວີດີໂອ)


ລົມຫົວກຸດໃນລັດພາກກາງກໍ້າຕາເວັນຕົກຂອງສະຫະລັດ ທີ່ມີຄວາມຮຸນແຮງ ຂະໜາດພັດເອົາ ລົດບັສໂຮງຮຽນຄັນນຶ່ງ ພັງເຂົ້າໄປໃນຕົວຕຶກ
ລົມຫົວກຸດໃນລັດພາກກາງກໍ້າຕາເວັນຕົກຂອງສະຫະລັດ ທີ່ມີຄວາມຮຸນແຮງ ຂະໜາດພັດເອົາ ລົດບັສໂຮງຮຽນຄັນນຶ່ງ ພັງເຂົ້າໄປໃນຕົວຕຶກ

ພວກ​ເຈົ້າໜ້າ​ທີ່​ໃນ​ລັດ​ອິນ​ເດຍນາ ທີ່​ຕັ້ງ​ຢູ່​ພາກ​ກາງຂ້ອນ​ໄປ​ທາງ​ທິດຕາ​ເວັນ​ຕົກ​ຂອງ​ສະ
ຫະລັດ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ຄົ້ນ​ພົບ​ເດັກຍິງ​ນ້ອຍໆ ຄົນ​ນຶ່ງ​ທີ່​ຍັງ​ມີ​ຊີວິດ​ ຢູ່ກາງທົ່ງ
ໃກ້​ບ້ານ​ຂອງ​ລາວ ຫລັງ​ຈາກ​ໄພ​ລົມພາຍຸ​ທີ່​ຮ້າຍ​ແຮງ​ເມື່ອ​ວັນ​ສຸກ​ຜ່ານມາ​ນີ້.

ເດັກຍິງ​ດັ່ງກ່າວ​ໄດ້​ຖືກ​ນໍາ​ສົ່ງ​ປິ່ນປົວ​ທີ່​ໂຮງ​ໝໍ​ໃນ​ສະພາບ​ທີ່​ມີ​ອາການ​ສາຫັດ​ໃນ​ວັນ​ເສົາ
ວານ​ນີ້ ​ ຫລັງ​ຈາກ​ໄດ້ຖືກພົບ​ເຫັນຢູ່​ທົ່ງ​ໃນ​ເມືອງ Salem. ພວກເຈົ້າໜ້າ​ທີ່​ກ່າວ​ວ່າ
ເດັກ​ຍິງ​ຄົນ​ນີ້ເປັນພຽງ​ຄົນ​ດຽວຂອງ​ຄອບຄົວ​ຂອງ​ນາງ ​ທີ່​ລອດ​ຊີວິດ​ຈາກ​ພາ​ຍຸ ຊຶ່ງ​ພໍ່​ແມ່
ນ້ອງ​ສາວ​ອາຍຸ​ສອງ​ເດືອນ ​ແລະ​ອ້າຍ​ອາຍຸ​ສາມ​ປີ ໄດ້ເສຍ​ຊີວິດ.

ຂະນະ​ນີ້ພວກ​ພະນັກງານ​ກູ້​ໄພ ກໍາລັງຊອກ​ຄົ້ນ​ຫາ​ພວກ​ທີ່​ອາດ​ຍັງ​ລອດ​ຊີວິດຕື່ມ​ອີກ​
ຈາກ​ເຫດການ​ພາຍຸລົມ​ກົວ​ກຸດຫລາຍ​ລູກ ທີ່​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ​ ຢ່າງໜ້ອຍ 37 ຄົນ
ໃນ​ທົ່ວ​ຫລາຍໆ​ລັດ​ທາງພາກ​ກາງກໍ້າ​ຕາ​ເວັນ​ຕົກ​ຂອງ​ສະຫະລັດ.

ປະທານາທິບໍດີ ບາຣັກ​ ໂອ​ບາ​ມາ ​ໄດ້ໂທລະສັບໄປຫາຜູ້​ວ່າການ​ລັດທີ່​ຖືກພາຍຸ​ຖະຫລົ່ມ
ຮຸນ​ແຮງ​ທີ່​ສຸດ ຄື​ລັດອິນ​ເດຍນາ ​ເຄັນ​ຕັກ​ກີ ​ແລະ​ໂອ​ໄຮ​ໂອ ສະ​ແດງ​ຄວາມ​ເສົ້າສະ​ລົດ​ໃຈ
ແລະ​ກ່າວ​ວ່າ ອົງການ​ບັນ​ເທົາ​ທຸກສຸ​ກ​ເສີນ​ຂອງ​ລັດຖະບານກາງ ຫລື FEMA ຕຽມ​
ພ້ອມ​ທີ່​ຈະ​ໃຫ້ການ​ຊ່ວຍເຫລືອ. ນອກ​ນີ້​ແລ້ວ​ພວກ​ລັດ​ຕ່າງທາງພາກ​ໃຕ້​ຂອງ​ສະຫະລັດ ​
ເຊັ່ນ ລັດ Georgia ​ແລະ Alabama ກໍ​ຖືກ​ພາຍຸ​ຖະຫລົ່ມ​ເຊັ່ນ​ກັນ.

ພາຍຸ​ດັ່ງກ່າວ​ໄດ້​ທໍາລາຍ​ເມືອງ Henryville ລັດ​ອິນ​ເດຍນາ​ ຫລາຍ​ທີ່​ສຸດ ຄື​ທໍາ​ລາຍ​ບ້ານ​
ເຮືອນ ລົດ​ລາ ​ແລະ​ຈົນ​ເຖິງ​ພັດ​ເອົາ​ລົດ​ບັສ​ໂຮງຮຽນ​ຄັນ​ນຶ່ງ ​ເຂົ້າ​ໄປ​ໃນ​ຕົວ​ຕຶກ​ແຫ່ງ​ນຶ່ງ.

XS
SM
MD
LG