ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີ ກະຊວງຕ່າງປະເທດ ສະຫະລັດ ຢ້ຽມຢາມຊູດານ


ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ພົບປະກັບ ນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ທີ່ນະຄອນເຈຣູຊາແລັມ ປະເທດອິສຣາແອລ.
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ພົບປະກັບ ນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ທີ່ນະຄອນເຈຣູຊາແລັມ ປະເທດອິສຣາແອລ.

ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ຢ້ຽມຢາມຊູດານໃນ ວັນອັງຄານມື້ນີ້ ໃນຂະນະທີ່ລັດຖະບານປະທານາທິບໍດີທຣໍາ ຊຸກຍູ້ໃຫ້ບັນດາ ປະເທດອາຣັບ ສ້າງຕັ້ງສາຍພົວພັນແບບປົກກະຕິກັບອີິສຣາແອລ.

ໝາຍກຳນົດການຂອງທ່ານພອມພຽວ ແມ່ນຮວມທັງພົບປະກັບ ນາຍົກລັດຖະ ມົນຕີຊູດານ ທ່ານອັບດາລລາ ຮໍາດັອກ ແລະປະທານສະພາອະທິປະໄຕ ທ່ານ ອັບແດລ ຟັຕຕາ ແອລ-ເບີຮານ.

ນອກຈາກຄວາມສຳພັນລະຫວ່າງຊູດານກັບອິສຣາແອລແລ້ວ ກະຊວງຕ່າງປະ ເທດສະຫະລັດ ກ່າວວ່າ ທ່ານພອມພຽວ ຍັງຈະສົນທະນາ ກ່ຽວກັບ “ການສືບຕໍ່ໃຫ້ຄວາມສະໜັບສະໜູນຂອງສະຫະລັດ ຕໍ່ລັດຖະບານໄລຍະຂ້າມຜ່ານ ທີ່ນໍາພາໂດຍພົນລະເຮືອນ” ໃນຊູດານ.

ທ່ານຮໍາດັອກ ໄດ້ເປັນນາຍົກລັດຖະມົນຕີໃນເດືອນສິງຫາປີກາຍນີ້ ຫຼັງຈາກໄດ້ ເຮັດລັດຖະປະຫານໂຄ່ນລົ້ມ ປະທານາທິບໍດີ ໂອມາ ອາລ-ບາເຊຍ ລຸນຫຼັງທີ່ໄດ້ມີການປະທ້ວງເປັນເວລາຫຼາຍເດືອນເພື່ອຕໍ່ຕ້ານການປົກຄອງຂອງທ່ານມາ ເປັນເວລາ 30 ປີ.

ທ່ານພອມພຽວໄດ້ເລີ້ມການເດີນທາງຂອງທ່ານໃນວັນຈັນວານນີ້ຢູ່ທີ່ອິສຣາແອລ ບ່ອນທີ່ທ່ານກ່າວວ່າ ສະຫະລັດຈະໃຫ້ການຄໍ້າປະກັນຕໍ່ຄວາມລ້ຳໜ້າຂອງກອງ ທັບອິສຣາແອລຢູ່ໃນພາກຕາເວັນອອກກາງບໍ່ວ່າພາຍໃຕ້ສະພາບການໃດກໍຕາມໃນຂໍ້ຕົກລົງການຂາຍອາວຸດໃຫ້ແກ່ສະຫະລັດ ອາຣັບ ເອເມີເຣັດ.

ຫຼັງຈາກທ່ານພອມພຽວ ໄດ້ພົບປະກັບນາຍົກລັດຖະມົນຕີອິສຣາແອລ ທ່ານເບັນ ຈາມິນ ເນຕັນຢາຮູ ຢູ່ນະຄອນເຈຣູຊາແລັມແລ້ວ ທ່ານກ່າວວ່າ “ສະຫະລັດ ມີ ຂໍ້ບັງຄັບທາງດ້ານການດ້ານກົດໝາຍ ກ່ຽວກັບຈຳນວນ ໃນການໄດ້ປຽບທາງທະ ຫານ ພວກເຮົາຈະສືບຕໍ່ ໃຫ້ການເຄົາລົບໃນເລື້ອງດັ່ງກ່າວ.”

ທ່ານກ່າວເພີ້ມອີກວ່າ “ແຕ່ວ່າພວກເຮົາໄດ້ມີມາ 20 ກວ່າປີແລ້ວ ຄວາມສຳພັນ ດ້ານຄວາມປອດໄພກັບ ສະຫະລັດ ອາຣັບ ເອເມີເຣັດ ເຊັ່ນກັນ ບ່ອນທີ່ພວກ ເຮົາໄດ້ໃຫ້ການຊ່ວຍເຫຼືອດ້ານເທັກນິກ ແລະການຊ່ວຍເຫຼືອທາງທະຫານ ແກ່ເຂົາເຈົ້າ.”

ການເດີນທາງຂອງຫົວໜ້ານັກການທູດສະຫະລັດ ໄປພາກຕາເວັນອອກກາງ ມີຂຶ້ນຫຼັງຈາກວໍຊິງຕັນໄດ້ຊ່ວຍໄກ່ເກ່ຍ ຂໍ້ຕົກລົງລະຫວ່າງອິສຣາແອລກັບສະ ຫະລັດ ອາຣັບ ເອເມເຣັດ ໃນຕົ້ນເດືອນນີ້ ຊຶ່ງເປັນຂໍ້ຕົກລົງທີ່ທ່ານເນຕັນຢາຮູ ກ່າວວ່າ ເປັນຂ່າວດີສຳລັບຍຸກໃໝ່ຕໍ່ຂົງເຂດດັ່ງກ່າວ.

ແຕ່ວ່າ ລັດຖະບານປາແລສໄຕນ໌ ທ່ານມາມູດ ອາບບັສ ກ່າວວ່າ ຂໍ້ຕົກລົງນີ້ “ທໍລະຍົດ” ຕໍ່ຊາວປາແລັສໄຕນ໌. ຂໍ້ຕົລົງລະຫວ່າງອິສຣາແອລ ກັບສະຫະລັດ ອາຣັບ ເອເມີເຣັດ ຖືກເບິ່ງກັນວ່າ ເປັນການລະເມີດປະເພນີ ຕໍ່ສ່ວນໃຫຍ່ຂອງ ບັນດາປະເທດອາຣັບ ທີ່ບໍ່ມີຂໍ້ຕົກລົງສັນຕິພາບກັບອິສຣາແອລ ຈົນກວ່າວ່າອີິສ ຣາແອລ ແລະຊາວປາແລັສໄຕນ໌ ເຮັດຂໍ້ຕົກລົງສ້າງສັນຕິພາບລະຫວ່າງກັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG