ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວ​ໜ້າ​ດ້ານການ​ທູດ​ ​ສະ​ຫະ​ລັດ ຮຽກ​ຮ້ອງ​ໃຫ້ ​ມີ​ການ​ຢຸດ​ຍິງ ໃນ​ຊູ​ດານ ຂະ​ນະ​ທີ່ມີ​ຜູ້​ເສຍ​ຊີ​ວິດ​ເກືອບ​ຮອດ 200 ຄົນ

​ມີ​ຄວັນ​ພຸ້ງ​ຂຶ້ນຈາກ​ເຮືອ​ບິນ​ທີ່​ຖືກໄຟ​ໄໝ້ ຢູ່​ໃນ​ສະ​ໜາມ​ບິນ​ຂອງນະ​ຄອນ​ຫລວງ​ຄາ​ຣ໌​ທູມ ໃນ​ຂະ​ນະ​ທີ່​ມີ​ການ​ປະ​ທະ​ກັນ ລະ​ຫວ່າງ​ກຳ​ລັງ​ທະ​ຫານຂອງ Rapid Support Forces ແລະ​ກອງ​ທັບ​ໃນ​ນະ​ຄອນ​ຫລວງຄາ​ຣ໌​ທູມ​ຂອງ​ຊູ​ດານ, ວັນ​ທີ 17 ເມ​ສາ, 2023

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ, ທ່ານ​ແອນ​ໂທ​ນີ ບ​ລິງ​ເຄັນ ໄດ້​ຮຽກ​ຮ້ອງ​ໃຫ້ບັນ​ດາ​ຜູ້​ນຳ​ຂອງ​ສອງ​ຝ່າຍ​ທີ່​ສູ້​ລົບ​ກັນຂອງ​ຊູ​ດານ ແລະ​ໄດ້​ຮຽກ​ຮ້ອງ​ໃຫ້​ເຂົາ​ເຈົ້າຕົກ​ລົງເຫັນ​ດີ​ນຳກັນ​ໃນ​ການ​ຢຸດ​ຍິງ ​ຂະ​ນະ​ທີ່ມີ​ຜູ້​ເສຍ​ຊີ​ວິດ​ເກືອບຮອດ 200 ຄົນ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ​ໄດ້​ອອກ​ຖະ​ແຫຼງ​ການ ​ໃນ​ຕອນບ່າຍ​ວັນ​ຈັນ​ວານ​ນີ້ ໂດຍ​ເວົ້າວ່າ ທ່ານ ບ​ລິງ​ເຄັນ ໄດ້​ໂອ້​ລົມເປັນການ​ຕ່າງ​ຫາກ ​ກັບ​ນາຍ​ພົນ ອັບ​ແດ​ລ ແຟດ​ຕາ ອາ​ລ-ເບີ​ຮານ (Abdel Fattah al-Burhan) ຜູ້​ບັນ​ຊາ​ການ​ກຳ​ລັງ​ປະ​ກອບ​ອາ​ວຸດ​ຂອງ​ປະ​ເທດນັ້ນ ແລະ​ນາຍ​ພົນໂມ​ຮຳ​ເມດ ແຮມ​ດານ ​ດາ​ກາໂລ (Mohamed Hamdan Dagalo) ຫົວ​ໜ້າ​ກຳ​ລັງທະ​ຫານກອງ​ໜູນ​ເຄື່ອນຕົວ​ວ່ອງ​ໄວ ຫລື Rapid Support Forces. ທ່ານ​ໄດ້​ຮຽກຮ້ອງ​ໃຫ້​ເຂົາ​ເຈົ້າ​ຍຸຕິ​ການ​ປະ​ທະ​ກັນ ​ເພື່ອ​ອະນຸຍາດ​ໃຫ້ມີການ​ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫລືອ​ດ້ານ​ມະນຸດສະທຳ​ ໄປຫາ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ປະ​ທະ​ກັນ ​ແລະ​ອະນຸຍາດ​ໃຫ້​ຄອບຄົວ​ຊາວ​ຊູ​ດານ​ກັບ​ຄືນໄປ​ຫາ​ກັນໄດ້.

ພາບ​ຖ່າຍ​ຜ່ານ​ດາວ​ທຽມ​ສະ​ແດງ​ໃຫ້​ເຫັນ​ວ່າ​ມີ​ເຮືອ​ບິນ​ຂອງ​ຢູ​ເຄ​ຣນ​ຖືກ​ທຳ​ລາຍ​ໃນ​ສະ​ໜາມ​ບິນ​ສາ​ກົນ​ຄາ​ຣ໌​ທູມຂອງ​ຊູ​ດານ, ວັນ​ທີ 17 ເມ​ສາ, 2023 ຢູ່​ໃນ​ພາບ​ທີ່​ສະ​ໜອງ​ໃຫ້ໂດຍ Maxar Technologies/Handout ຜ່ານອົງ​ການ​ຂ່າວ REUTERS

ຖະແຫຼງການນັ້ນ ກ່າວວ່າ ທ່ານບ​ລິງ​ເຄັນ ໄດ້ຮຽກຮ້ອງໃຫ້ທ່ານ​ເບີ​ຮານ ແລະ ທ່ານ​ດາ​ກາ​ໂລ ອະນຸຍາດໃຫ້ປະຊາຄົມສາກົນໃນນະ​ຄອນ​ຫລວງ​ຄາ​ຣ໌ທູມ "ສາ​ມາດຮັບ​ປະ​ກັນ​ໃຫ້​ແນ່​ໃຈໄດ້ວ່າ ການປາກົດຕົວຂອງເຂົາ​ເຈົ້າ​ຢູ່​ທີ່ນັ້ນ ປອດໄພ," ແລະໄດ້ເນັ້ນຫນັກເຖິງຄວາມຮັບຜິດຊອບຂອງນາຍພົນທັງສອງຄົນ "ໃນ​ການ ຮັບປະກັນຄວາມປອດໄພ ແລະສະຫວັດດີການຂອງພົນລະເຮືອນ, ພະນັກ ງານການທູດ, ແລະພະນັກງານດ້ານມະນຸດສະທໍາ.”

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG