ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດ ​ຮຽກ​ຮ້ອງໃຫ້ມີການລົງໂທດ​ໜັກ​ຂຶ້ນ ຕໍ່ ພຽງຢາງ ລຸນຫຼັງການທົດລອງ ທີ່ອາດຮວມ​ທັງລູກສອນໄຟ​ຂ້າມ​ທະ​ວີບ


ປະຊາຊົນພາກັນເບິ່ງການນສະເໜີຂ່າວ ທີ່ອອກອາກາດກ່ຽວກັບແຟ້ມພາບໃນການທົດລອງຍິງລູກສອນໄຟຂອງເກົາຫຼີເໜືອ, ຢູ່ທີ່ສະຖານີລົດໄຟໃນນະຄອນຫຼວງໂຊລ, ເມື່ອວັນທີ 25 ພຶດສະພາ 2022.
ປະຊາຊົນພາກັນເບິ່ງການນສະເໜີຂ່າວ ທີ່ອອກອາກາດກ່ຽວກັບແຟ້ມພາບໃນການທົດລອງຍິງລູກສອນໄຟຂອງເກົາຫຼີເໜືອ, ຢູ່ທີ່ສະຖານີລົດໄຟໃນນະຄອນຫຼວງໂຊລ, ເມື່ອວັນທີ 25 ພຶດສະພາ 2022.

ສະຫະລັດກ່າວໃນມື້ວັນພຸດວານນີ້ວ່າ ຕົນຈະຫາ​ທາງລົງໂທດຮອບ​ໃໝ່ທາງດ້ານເສດຖະກິດຕໍ່ເກົາຫຼີເໜືອ ຢູ່ທີ່ອົງການສະຫະປະຊາຊາດ ລຸນຫຼັງທີ່ລະບອບການປົກຄອງແບບຜະເດັດການ ຂອງ ທ່ານກິມ ຈົງ ອຶນ ໄດ້ຍິງລູກສອນໄຟຫຼາຍໆລູກ, ເຊິ່ງອາດຈະລວມເຖິງລູກສອນໄຟຂີປະນາວຸດ ຂ້າມທະວີບຂະໜາດໃຫຍ່ຂອງພວກເຂົານໍາອີກດ້ວຍ.

ການຍິງດັ່ງກ່າວ ມີຂຶ້ນພຽງບໍ່ເທົ່າໃດຊົ່ວໂມງ ຫຼັງຈາກປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ເດີນທາງອອກຈາກເອເຊຍ.

ທ່ານກິມ ແຕ-ຮຽວ (Kim Tae-hyo), ຮອງຜູ້ອໍານວຍການຄົນ​ທີ 1 ຂອງສໍານັກງານດ້ານຄວາມໝັ້ນຄົງແຫ່ງຊາດ ຂອງລັດຖະບານໂຊລ ກ່າວວ່າ ເກົາຫຼີ
ເໜືອ ຍັງໄດ້ທຳການ “ທົດລອງການປະ​ຕິ​ບັດງານ” ຂອງອຸປະກອນ​ຄະ​ນວນລະເບີດນິວເຄລຍນໍາອີກດ້ວຍ.

ຄໍາເຕືອນຂອງທ່ານ ໄດ້ເພີ້ມຕື່ມການຄາດຄະເນ​ຂອງເຈົ້າໜ້າທີ່ຂອງສະຫະລັດ ແລະເກົາຫຼີໃຕ້, ເຊິ່ງເຄີຍໄດ້ກ່າວມາແລ້ວ ເປັນເວລາຫຼາຍອາທິດວ່າ ລະບອບການປົກຄອງຜະເດັດການຂອງ ທ່ານກິມ ໃກ້ຈະ​ທຳ​ການ​ທົດ​ລອງນິວເຄລຍຄັ້ງທີ 7 ຂອງພວກເຂົາແລ້ວ.

ລູກສອນໄຟທັງສາມລູກນັ້ນ ລວມມີລູກສອນໄຟຂ້າມທະວີບ ICBM, ເຊິ່ງໄດ້ຍິງຈາກເຂດຊູນານ (Sunan) ໃນນະຄອນຫຼວງພຽງຢາງ, ອີງຕາມລາຍງານຈາກນະຄອນຫຼວງໂຊລ, ເຊິ່ງເປັນນຶ່ງໃນການທົດລອງເກືອບ 20 ຄັ້ງໂດຍເກົາ ຫຼີເໜືອໃນປີນີ້ ຊຶ່ງ​ພາໃຫ້ສະຫະລັດແລະເກົາຫຼີໃຕ້ ຊ້ອມຍິງລູກສອນໄຟແທ້ ເພື່ອເປັນການຕອບໂຕ້.

ເຈົ້າໜ້າທີ່ອາວຸໂສຂອງສະຫະລັດກ່າວວ່າ ວໍຊິງຕັນ ມີແຜນທີ່ຈະຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງແຫ່ງອົງການສະຫະປະຊາຊາດ ລົງຄະແນນສຽງໃນການລົງໂທດທາງເສດຖະກິດຕໍ່ພຽງຢາງຢ່າງຮຸນແຮງ ລຸນຫຼັງການທົດລອງດັ່ງກ່າວນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG