ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສຫລ ຈະເພີ່ມ ມາດຕະການ ຄວາມປອດໄພ ສຳລັບ ຖ້ຽວບິນ ທີ່ເດີນທາງມາ ສຫລ


ຜູ້ໂດຍສານຍ່າງເຂົ້າໄປຈຸດກວດກາຄວາມປອດໄພ ທີ່ສະໜາມບິນນານາຊາດ JFK ໃນນະຄອນ ນິວຢອກ, 11 ຕຸລາ, 2014.
ຜູ້ໂດຍສານຍ່າງເຂົ້າໄປຈຸດກວດກາຄວາມປອດໄພ ທີ່ສະໜາມບິນນານາຊາດ JFK ໃນນະຄອນ ນິວຢອກ, 11 ຕຸລາ, 2014.

ສະຫະລັດ ແມ່ນກຳລັງເພີ່ມມາດຕະການຄວາມປອດໄພ ສຳລັບທຸກໆສາຍການບິນຕ່າງ
ປະເທດ ທີ່ເດີນທາງມາຍັງສະໜາມບິນ ອາເມຣິກາ, ແຕ່ຍັງບໍ່ມີຜົນບັງຄັບໃຊ້ໃນຕອນນີ້
ເທື່ອ, ໃນການຂະຫຍາຍ ການຫ້າມນຳພາຄິວເຕີແລັບທັອບຂຶ້ນເທິງເຮືອບິນ.

ລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນ ສະຫະລັດ ທ່ານ John Kelly ໄດ້
ກ່າວໃນວັນພຸດວານນີ້ວ່າ “ບໍ່ໃຫ້ມີຄວາມຜິດພາດ, ສັດຕູຂອງພວກເຮົາໄດ້ເຮັດວຽກຢ່າງ
ຕໍ່ເນື່ອງເພື່ອຫາວິທີໃໝ່ ສຳລັບການຊຸກເຊື່ອງວັດຖຸລະເບີດ, ເກັບເກນຄົນພາຍໃນ ແລະ
ຈີ້ເຮືອບິນ.”

ທ່ານ Kelly ໄດ້ກ່າວວ່າມາດຕະການໃໝ່, ທັງສາມາດເຫັນໄດ້ ແລະ ບໍ່ສາມາດເຫັນໄດ້
ໂດຍນັກເດີນທາງ, ແມ່ນຈະເລີ່ມຄ່ອຍໆນຳມາໃຊ້ໃນໄລຍະສອງສາມເດືອນຂ້າງໜ້ານີ້.

ບັນດາຜູ້ໂດຍສານສາມາດຄາດ​ໄດ້​ວ່າ​ຈະ​ມີການກວດກາໂດຍລວມຫຼາຍຂຶ້ນ, ການກວດ
ກາອຸປະກອນອີເລັກໂທຣນິກສ່ວນຕົວຢ່າງລະອຽດ, ມີການຮັກສາຄວາມປອດໄພອ້ອມ
ບໍລິເວນເຮືອບິນ ແລະ ອາຄານຜູ້ໂດຍ ສານເພີ່ມຂຶ້ນ, ແລະ ມີການໃຊ້ໝາທີ່ຖືກຝຶກຊ້ອມ
ໃຫ້ດົມກິ່ນລະເບີດ ແລະ ສານເຄມີຕ່າງໆ.

ສຳລັບຕອນນີ້, ກະຊວງຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ ແມ່ນບໍ່ໄດ້ຫ້າມນຳເອົາຄອມພິວ
ເຕີຂຶ້ນເຮືອບິນ. ຄອມພິວເຕີດັ່ງກ່າວ ແມ່ນໄດ້ຖືກຫ້າມໃນເຮືອບິນທີ່ເດີນທາງຈາກສະ
ໜາມບິນຢູ່ທະວີບ ອາຟຣິກາ ແລະພາກ ຕາເວັນອອກາງ 8 ປະເທດ ໃນເດືອນມີນາທີ່
ຜ່ານມາ ຫຼັງຈາກເຈົ້າໜ້າທີ່ສືບລັບໄດ້ກ່າວວ່າ ພວກລັດອິສລາມໄດ້ພະຍາຍາມຈະຕິດ
ຕັ້ງລະເບີດໄວ້ໃນແລັບທັອບໜ່ວຍໜຶ່ງ.

ບັນດາເຈົ້າໜ້າທີ່ ສະຫະລັດ ໄດ້ພິຈາລະນາຂະຫຍາຍການຫ້າມດັ່ງ ກ່າວ ໃນຖ້ຽວບິນ
ຈາກທະວີບ ຢູໂຣບ, ແຕ່ສາຍການບິນບາງແຫ່ງໄດ້ຄັດຄ້ານ. ຄອມພິວເຕີ ແລັບທັອບ
ແລະ ເຄື່ອງອີເລັກໂທຣນິກອື່ນໆ ແມ່ນສິ່ງທີ່ຈຳເປັນສຳລັບຜູ້ເດີນທາງທີ່ເປັນນັກທຸລະກິດ.

ກະຊວງຮັກສາຄວາມປອດໄພກ່າວວ່າ ພວກທີ່ຫວັງຈະເປັນພວກກໍ່ການຮ້າຍແມ່ນ “ສັດ
ຕູທີ່ສາມາດປັບຕົວໄດ້ ແລະ ວ່ອງໄວ”
ຜູ້ທີ່ມັກຫາວິທີທາງໃໝ່ເພື່ອໂຈມຕີເຮືອບິນ.

ທ່ານ Kelly ໄດ້ກ່າວວ່າ “ພວກເຮົາບໍ່ສາມາດຫຼິ້ນເກມທຸບເປົ້າຂ້າມປະ ເທດ ກັບການຂົ່ມ
ຂູ່ໃໝ່ໃນແຕ່ລະຄັ້ງ. ໃນທາງກົງກັນຂ້າມ, ພວກເຮົາຕ້ອງຈັດຕັ້ງມາດຕະການໃໝ່ຢ່າງຄົບ
ຖ້ວນ ເພື່ອຮັກສາການເດີນທາງຂອງປະຊາຊົນໃຫ້ມີຄວາມປອດໄພ ແລະ ບໍ່ເຮັດໃຫ້
ພວກກໍ່ການຮ້າຍປະສົບຄວາມສຳເລັດ.”

ມາດຕະການຮັກສາຄວາມປອດໄພໃໝ່ ຈະມີຜົນກະທົບຕໍ່ສະໜາມບິນຕ່າງປະເທດ 280
ແຫ່ງໃນ 105 ປະເທດ. ມີປະຊາຊົນປະມານ 325,000 ຄົນເດີນທາງອອກຈາກສະໜາມ
ບິນພວກນີ້ມາ ສະຫະລັດ ທຸກໆມື້.

ມີ​ການ​ໃຫ້​ເວລາ​ແກ່ສາຍການບິນຕ່າງປະເທດ 120 ວັນເພື່ອປະຕິບັດຕາມມາດຕະການ
ໃໝ່ ແລະ ພຽງ 21 ມື້ເພື່ອເພີ່ມການກວດກາອຸປະ ກອນອີເລັກໂທຣນິກຕ່າງໆ.

ຄວາມບໍ່​ສາມາດ​ໃນ​ການຈັດຕັ້ງປະຕິບັດ ອາດຈະນຳໄປສູ່ສິ່ງທີ່ກະຊວງຮັກສາ​ຄວາມ​
ປອດໄພເອີ້ນວ່າ “ການເພີ່ມຂໍ້ຫ້າມ ດ້ານຄວາມປອດໄພ” ລວມທັງຄວາມເປັນໄປໄດ້ ໃນ
ການປັບໄໝ ແລະ ການຫ້າມບິນເຂົ້າມາ ລົງຢູ່ໃນສະໜາມບິນ ສະຫະລັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

US Flight Security
please wait
Embed

No media source currently available

0:00 0:01:57 0:00

XS
SM
MD
LG