ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະ​ຫະ​ລັດ ຈະ​ເສີມ​ຂະ​ຫຍາຍ ສາຍ​ສຳ​ພັນ​ກັບ​ຟີ​ລິບ​ປິນ ແລະ​ຊຸກ​ຍູ້ ການ​ປົກ​ຄອງ​ດ້ວຍ​ຕົວ​ບົດ​ກົດ​ໝາຍ


ແຟ້ມ - ແຜນ​ທີ່​ທະ​ເລ​ຈີນ​ໃຕ້.
ແຟ້ມ - ແຜນ​ທີ່​ທະ​ເລ​ຈີນ​ໃຕ້.

ໃນ​ຂະ​ນະທີ່​ສະ​ຫະ​ລັດ​ສະ​ແດງ​ຄວາມ​ຍິນ​ດີ ກັບ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ໄດ້​ຮັບ​ເລືອກ​ໃໝ່​ຂອງ​ຟີ​ລິບ​ປິນ ທ່ານ​ເຟີ​ດີ​ນານ “ບົງ​ບົງ” ມາ​ໂກ​ສ ຈູ​ເນຍ ​ໃຫ້​ເປັນຜູ້​ນຳ​ຄົນ​ຕໍ່​ໄປ​ປະ​ເທດ​ຟີ​ລິບ​ປິນນັ້ນ ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ກ່​າວ​ວ່າ ຕົນ​ຈະ​ເສີມ​ຂະ​ຫຍາຍ​ການ​ເປັນ​ພັນ​ທະ​ມິດ ​ທີ່​ມີ​ມາ​ຍາວ​ນານ​ລະ​ຫວ່າງ​ປະ​ເທດ​ທັງ​ສອງ​ໃນ​ຂະ​ນະ​ທີ່​ສືບ​ຕໍ່​ຊຸກ​ຍູ້​ໃຫ້​ມີ​ການ​ເຄົາ​ລົບ​ນັບ​ຖື​ສິດ​ທິ​ມະ​ນຸດ​ແລະ​ການ​ປົກ​ຄອງ​ດ້ວຍ​ຕົວ​ບົດ​ກົດ​ໝາຍ.

ຮອງ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານນາງ​ຈຸງ ພາກ (Jung Pak) ກ່າວ​ຕໍ່​ຫົວ​ໜ້າ​ນັກ​ຂ່າວ​ວີ​ໂອ​ເອ ປະ​ຈຳ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄນ ຈິງ (Nike Ching) ​ກ່ຽວ​ກັບ​ກອງ​ປະ​ຊຸມ​ສຸດຍອດ​ພິ​ເສດ ​ສະ​ຫະ​ລັດ-ອາ​ຊຽນ ຊຶ່ງຈະ​ເລີ້ມ​ຂຶ້ນ ​ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ​ໃນ​ມື້ນີ້.

ພວກ​ຜູ້​ນຳ​ຈາກ 10 ປະ​ເທດ​ສະ​ມາ​ຊິກ​ຂອງ​ສະ​ມາ​ຄົມ​ບັນ​ດາ​ປະ​ຊາ​ຊາດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ມີ​ກຳ​ນົດ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມນີ້ ຍົກ​ເວັ້ນ​ປະ​ທາ​ນາ​ທິບໍ​ດີຟີ​ລິບ​ປິນ​ທີ່​ກຳ​ລັງ​ຈະ​ພົ້ນ​ຈາກ​ຕຳ​ແໜ່ງ ທ່ານ​ໂຣດ​ຣີ​ໂກ ດູ​ເຕີ​ເຕ ແລະ​ຜູ້​ນຳ​ລັດ​ຖະ​ບານ​ທະ​ຫານ​ມຽນ​ມາ ທ່ານ​ມິນ ອອງ ລາຍ.

ທ່ານນາງ​ພາກ​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ສະ​ຫະ​ລັດ​ຈະ​ສືບ​ຕໍ່ “ຊອກ​ຫາ​ຊ່ອງ​ທາງ” ເພື່ອ​ກົດ​ດັນ​ຜູ້​ນຳ​ລັດ​ຖະ​ບານ​ທະ​ຫານ​ມຽນ​ມາ “ໃນ​ຫຼາຍໆ​ວິ​ທີ” ເພື່ອ​ໃຫ້​ປະ​ເທດ​ດັ່ງ​ກ່າວ​”ກັບ​ຄືນ​ໄປ​ສູ່​ເສັ້ນ​ທາງປະ​ຊາ​ທິ​ປະ​ໄຕ.” ການ​ເຮັດ​ລັດ​ຖະ​ປະ​ຫານ​ໄດ້​ໂຄ່ນ​ລົ້ມ​ລັດ​ຖະ​ບານ​ພົນ​ລະ​ເຮືອນ ​ຂອງ​ມຽນ​ມາ​ໃນ​ເດືອນ​ກຸມ​ພາ​ປີ​ກາຍ​ນີ້.

ເມື່ອ​ມີ​ການ​ຖາມ​ກ່ຽວ​ກັບ​ລາຍ​ງານ​ຂ່າວ​ທີ່​ວ່າ ທ່ານ​ມາ​ໂກ​ສ ຈະ​ບໍ່​ເອົາເລື້ອງ​ການ​ຕັດ​ສິນ​ຂອງ​ສານ​ໄກ່​ເກ່ຍ​ຖາ​ວອນທີ່​ນະ​ຄອນ​ເຮັກໃນ​ປີ 2016 ມາ​ຫຍຸ້ງ​ກ່ຽວ ຊຶ່ງ​

ໄດ້ປະ​ຕິ​ເສດ​ຕໍ່​ການ​ອ້າງ​ເອົາ​ອະ​ທິ​ປະ​ໄຕ​ເໜືອ​ທະ​ເລ​ຈີນ​ໃຕ້​ນັ້ນ ທ່ານ​ນາງ​ພາກ​ກ່າ​ວ​ວ່າ ທ່ານ​ນາງ​ຈະ​ບໍ່ “​ດ່ວນ​ຕັດ​ສິນລ່ວງ​ໜ້າ” ກ່ຽວ​ກັບ​ແຜນ​ການ​ຂອງ​ທ່ານ​ມາ​ໂກ​ສ.

ວີ​ໂອ​ເອ​ຖາມ​ວ່າ ເລື້ອງ​ທະ​ເລ​ຈີນ​ໃຕ້​ແມ່ນ​ເປັນ​ຫົວ​ຂໍ້​ລະ​ດັບ​ສູງ​ຫຼື​ບໍ່​ ສຳ​ລັບ​ກອງ​ປະ​ຊຸມ​ສຸດຍອດ​ພິ​ເສດ​ສະ​ຫະ​ລັດ-ອາ​ຊຽນ? ສະ​ຫະ​ລັດ​ມີ​ແຜນ​ການ​ແນວ​ໃດ​ທີ່​ຈະ​ເຮັດ​ວຽກ​ຮ່ວມ​ກັບ​ກຸ່ມ​ຈັດ​ຕັ້ງ​ພູ​ມີ​ພາກ ເພື່ອ​ປາບ​ປາມ​ກິດ​ຈະ​ການ​ທີ່​ຜິດ​ກົດ​ໝາຍ​ຢູ່​ໃນ​ທະ​ເລ​ຈີນ​ໃຕ້.

ທ່ານ​ນາງ​ພາກ​ຕອບ​ວ່າ ທະ​ເລ​ຈີນ​ໃຕ້​ເປັນ​ບັນ​ຫາ​ທີ່​ມີ​ຄວາມ​ເປັນ​ຫ່ວງ​ອັນ​ໃຫຍ່​ຫຼວງ ແລະ​ແນ່ນອນ​ມັນ​ຈະ​ແມ່ນ​ນຶ່ງ​ໃນ​ບັນ​ຫາ​ທີ່​ພວກ​ເຮົາ​ຫາ​ລື​ກັນ ທີ່ກອງ​ປະ​ຊຸມສຸດຍອດພິ​ເສດ​ອາ​ຊ່ຽນ​-ສ​ະ​ຫະ​ລັດ ຊຶ່ງ​ຈະ​ມີ​ຂຶ້ນ​ໃນ​ອາ​ທິດນີ້. ດັ່ງ​ນັ້ນ ​ພວກ​ເຮົາ​ຈຶ່ງ​ມີຄວາມ​ຕື່ນ​ເຕັ້ນ​ເປັນ​ພິ​ເສດ ແນ່ນອນ ຈະ​ມີ​ພວກ​ຜູ້​ນຳ​ພາ​ກັນ​ມາ​ພົບ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ.

​ກ່ຽວ​ກັບເລື້ອງ​ທະ​ເລ​ຈີນ​ໃຕ້ ນີ້​ແມ່ນ​ບັນ​ຫາ​ທີ່​ໄດ້​ສ້າງ​ຄວາມ​ເປັນ​ຫ່ວງ​ຢ່າງ​ໃຫຍ່ ໂດຍ​ທີ່ ສ​ປ ຈີນ​ໄດ້​ເພີ້ມ​ການ​ເອົາ​ບາດ​ກ້າວ​ໃນ​ທາງ​ລຸກ ແນ່ນອນ ນີ້​ຈະ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ຫາ​ລື​ກັນ ທີ່​ຈະ​ມີ​ຂຶ້ນ​ກັບ​ພວກ​ຜູ້​ນຳ​ຂອງ​ອາ​ຊ່ຽນ. ມັນ​ແມ່ນ​ບັນ​ຫາ​ທີ່​ພວກ​ເຮົາ​ໂອ້​ລົມ​ກັນ​ກັບ​ຄູ່​ຕຳ​ແໜ່ງ​ຝ່າຍ​ອາ​ຊຽນ​ກັບ​ລັດ​ຖະ​ບານ​ຂອງ​ພວກ​ເຮົາ. ດັ່ງ​ນັ້ນ ພວກ​ເຮົາ​ຈຶ່ງ​ຫວັງ​ວ່າ​ຈະ​ໄດ້​ປຶກ​ສາ​ຫາ​ລື​ກັນ​ຕື່ມ​ກ່ຽວ​ກັບ​ເລື້ອງນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG