ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ປັບປຸງຂັ້ນຕອນ ໃນການຍື່ນຂໍວີຊາຄົນເຂົ້າເມືອງແບບພິເສດ ສຳລັບຊາວອັຟການິສຖານ


ແຟ້ມພາບ - ອົບພະຍົບຊາວອັຟການິສຖານ ພວມຂຶ້ນລົດເມ ທີ່ຈະນຳເອົາພວກເຂົາ ໄປຍັງສູນກາງກວດກາສະຖານະພາບ ເມື່ອພວກເຂົາເຈົ້າເດີນທາງມາເຖິງ ສະໜາມບິນສາກົນ ດູລເລັສ ໃນລັດເວີຈີເນຍ, ວັນທີ 1 ກັນຍາ 2021.
ແຟ້ມພາບ - ອົບພະຍົບຊາວອັຟການິສຖານ ພວມຂຶ້ນລົດເມ ທີ່ຈະນຳເອົາພວກເຂົາ ໄປຍັງສູນກາງກວດກາສະຖານະພາບ ເມື່ອພວກເຂົາເຈົ້າເດີນທາງມາເຖິງ ສະໜາມບິນສາກົນ ດູລເລັສ ໃນລັດເວີຈີເນຍ, ວັນທີ 1 ກັນຍາ 2021.

ບັນດາເຈົ້າໜ້າທີ່ສະຫະລັດ ໄດ້ປະກາດໃນວັນຈັນວານນີ້ ການປ່ຽນແປງຕໍ່ວີຊາຄົນ​ເຂົ້າ​ເມືອງແບບພິເສດ ຫຼື SIV ໃນຂັ້ນຕອນສຳລັບຊາວອັຟການິສຖານ ຊຶ່ງພວກຜູ້ຍື່ນເອກະສານຂໍວີຊາ ຈະຕ້ອງໄດ້ກອກເອກະສານພຽງສະບັບດຽວ ເພື່ອ​ໃຫ້ຜູ້ຂໍວີຊາ ສາມາດຜ່ານການພິຈາລະນາພຽງແຕ່ອົງການລັດຖະບານແຫ່ງດຽວ ອີງຕາມເຈົ້າໜ້າທີ່ອະວຸໂສທ່ານນຶ່ງ ທີ່ກ່າວຕໍ່ບັນດານັກຂ່າວ.

ເລີ້ມແຕ່ວັນທີ 20 ກໍລະກົດນີ້ໄປ ຜູ້ຂໍວີຊາໃໝ່ ຊຶ່ງພວກຄົນເຫຼົ່ານີ້ບາງສ່ວນຢູ່ໃນຂັ້ນຕອນຂອງການຂໍວີຊາ SIV ນັ້ນ ຈະບໍ່ຈຳເປັນຕ້ອງສົ່ງຄຳຮ້ອງ ໄປຫາກົມບໍລິການສັນຊາດແລະຄົນເຂົ້າເມືອງຂອງສະຫະລັດ ຫຼື USCIS ອີກຕໍ່ໄປ ສຳລັບສະຖານະຄົນເຂົ້າເມືອງແບບພິເສດ ຊຶ່ງໝາຍຄວາມວ່າ ຂັ້ນຕອນການຍື່ນເອກກະສານທັງໝົດ ເວ​ລານີ້ ຈະຖືກກຳກັບໂດຍກະຊວງການຕ່າງປະເທດ.

ລັດຖະມົນຕີກະຊວງການຕ່າງປະເທດ ທ່ານແອນໂຕນີ ບລິງເກັນ ແລະລັດຖະ ມົນຕີກະຊວງຮັກສາຄວາມປອດໄພພາຍໃນ ທ່ານອາເລຮານໂດຣ ມາໂຢກາສ ໄດ້ກ່າວໃນຖະແຫລງການຮ່ວມວ່າ “ຂັ້ນຕອນໃໝ່ທີ່ງ່າຍຂຶ້ນນີ້ ຊຶ່ງເປັນສ່ວນນຶ່ງໃນຄວາມພະຍາຍາມຂອງພວກເຮົາ ເພື່ອເຮັດໃຫ້ໂຄງການດັ່ງກ່າວ ມີປະສິດ ທິພາບຫຼາຍຂຶ້ນ ຈະຊ່ອຍກຳຈັດກຳແພງຕ່າງໆ ສຳລັບພວກຜູ້ຍື່ນເອກະສານ ແລະຫລຸດຜ່ອນເວລາໃນການຍື່ນຄຳຮ້ອງ.”

ພາຍຫຼັງເກືອບ 20 ປີຂອງສົງຄາມ ສະຫະລັດແລະບັນດາພັນທະມິດຂອງຕົນ ໄດ້ຖອນອອກໄປຈາກອັຟການິສຖານ ໃນເດືອນສິງຫາ ປີ 2021 ໂດຍຊ່ອຍຍົກຍ້າຍຊາວອັຟການິຖານ ຫຼາຍກວ່າ 130,000 ຄົນ ທ່າມກາງຄວາມວຸ້ນວາຍສັບສົນ ເມື່ອຫຼາຍອາທິດສຸດທ້າຍ ໃນນະຄອນຫຼວງກາບູລ.

ພວກຊາວອັຟການິສຖານຫຼາຍໆຄົນເຫຼົ່ານັ້ນ ໄດ້ຫວັງວ່າ ຈະມີຊີວິດໃໝ່ຢູ່ໃນສະຫະລັດ. ໂຄງການວີຊາ SIV ເປັນໂຄງການອອກວີຊາອົບພະຍົບແບບພິ ເສດ ທີ່ມີອາຍຸສິບປີແລ້ວ ຊ່ອຍນຳເອົາພວກແປພາສາໃຫ້ທະຫານ ແລະພວກຄົນອື່ນໆຜູ້ທີ່ໄດ້ເຮັດວຽກຕາມສັນຍາຈ້າງກັບລັດຖະບານ ເພື່ອຍົກຍ້າຍມາ ສະຫະລັດ ໃນເສັ້ນທາງໂດຍກົງທີ່ຈະໄດ້ຮັບບັດພົນລະເມືອງຖາວອນ ທີ່ຍັງຮູ້ຈັກກັນຄື ບັດຂຽວ.

ໃນການໂທລະສັບລົມກັບບັນດານັກຂ່າວ ເຈົ້າໜ້າທີ່ໃນຄະນະລັດຖະບານທ່ານໄບເດັນ ໄດ້ກ່າວວ່າ ການປ່ຽນແປງນັ້ນ ສາມາດຫລຸດຜ່ອນເວລາໃນຂັ້ນຕອນລົງໄດ້ “ປະມານເດືອນນຶ່ງ.”

ເຈົ້າໜ້າທີ່ອະວຸໂສຂອງລັດຖະບານທ່ານນີ້ ເວົ້າອີກວ່າ “ພວກເຮົາຄາດການໄວ້ວ່າ ຢ່າງໜ້ອຍ ການປ່ຽນແປງໃນຂັ້ນຕອນນີ້ ຈະຕັດເວລາໃນການພິຈາລະນາຕັດສິນລົງ ປະມານນຶ່ງເດືອນ ແຕ່ສິ່ງທີ່ສຳຄັນຍິ່ງ ຂ້າພະເຈົ້າຄຶດວ່າ ຈະຜ່ອນ ຄາຍພາລະຢ່າງຫຼວງຫຼາຍ ໃນດ້ານການບໍລິຫານ ໃນເລື້ອງຄຳຮ້ອງຂໍວີຊາ. ສະນັ້ນ ຂັ້ນຕອນຈາກຟາກຂອງລັດຖະບານສະຫະລັດ ສາມາດຜ່ອນຄາຍໄດ້ເຖິງນຶ່ງເດືອນ ຫຼື ອາດຈະຫຼາຍກວ່ານັ້ນ ກໍເປັນໄດ້....ມັນຈະເຮັດໃຫ້ງ່າຍຂຶ້ນກວ່າເກົ່າສຳລັບພວກທີ່ຍື່ນເອກະສານ ເຊັ່ນກັນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG