ປະທານາທິບໍດີສະຫະລັດ ທ່ານ Barack Obama ໄດ້ຫລຸດຜ່ອນຂໍ້ບັງຄັບ ກ່ຽວກັບ
ກົດໝາຍຄົນຕ່າງດ້າວສຳຫຼັບພວກໜຸ່ມນ້ອຍທີ່ເຂົ້າເມືອງຜິດກົດໝາຍ ໂດຍກ່າວວ່າ
“ມັນເປັນການປະຕິບັດທີ່ຖືກຕ້ອງແລ້ວ.”
ໃນການຖະແຫຼງທີ່ທໍານຽບຂາວ ໃນວັນສຸກວານນີ້ ປະທານາທິບໍດີ Obama ກ່າວວ່າ
ລັດຖະບານສະຫະລັດຈະຢຸດເຊົາການເນລະເທດພວກຊາວໜຸ່ມຕ່າງດ້າວ ຜູ້ທີ່ໄດ້ເຂົ້າ
ມາໃນສະຫະລັດຕັ້ງແຕ່ຍັງເປັນເດັກນ້ອຍແລະເປັນຜູ້ທີ່ໄດ້ຢູ່ ພາຍໃຕ້ລະບຽບກົດໝາຍ.
ທໍານຽບຂາວກ່າວວ່າ ການປ່ຽນນະໂຍບາຍທີ່ວ່ານີ້ ຈະມີຜົນຕໍ່ຊາວຕ່າງດ້າວປະມານ
800.000 ຄົນ.
ປະທານາທິບໍດີ Obama ກ່າວວ່າ ມັນບໍ່ມີຄວາມໝາຍໃດໆທີ່ຈະຜັກດັນພວກຊາວ
ໜຸ່ມທີ່ມີພອນສະຫວັນ ຊຶ່ງທ່ານກ່າວວ່າ ທັງໝົດແມ່ນມີຄວາມຕັ້ງໃຈແລະຈຸດປະສົງ
ຢາກເປັນຄົນອາເມຣິກັນ ພໍພຽງແຕ່ວ່າ ການປະຕິບັດຂອງຜູ້ປົກຄອງຂອງພວກເຂົາ
ເຈົ້າຫຼືຍ້ອນວ່າການບໍ່ດຳເນີນການໃດໆຂອງພວກນັກການເມືອງ.
ປະທານາທິບໍດີ Obama ເວົ້າວ່າ ການເຄື່ອນໄຫວດັ່ງກ່າວບໍ່ແມ່ນການໃຫ້ອະໄພໂທດ
ແລະບໍ່ແມ່ນການແກ້ໄຂທີ່ຖາວອນ ແລະກ່າວຕື່ມວ່າ ການແກ້ໄຂນະໂຍບາຍທີ່ຖາວອນ
ຕ້ອງມາຈາກລັດຖະສະພາ.
ຜູ້ສະມັກເປັນປະທານາທິບໍດີຂອງພັກຣີພັບບລິກັນ ທ່ານ Mitt Romney ກ່າວວ່າ
ການເຄື່ອນໄຫວຂອງປະທານາທິບໍດີ ເຮັດໃຫ້ການແກ້ໄຂລະຍະຍາວຍາກຂື້ນກວ່າເກົ່າ.
ສະມາຊິກພັກຣີພັບບລີກັນຄົນອື່ນໆໄດ້ທ້າທາຍຕໍ່ອໍານາດທາງກົດໝາຍຂອງ ທ່ານ
Obama ທີ່ຈະນຳໃຊ້ແຜນການຂອງທ່ານ.
ທ່ານ Obama ໄດ້ຖະແຫຼງບໍ່ເທົ່າໃດຊົ່ວໂມງຫຼັງຈາກລັດຖະມົນຕີຮັກສາຄວາມ ປອດ
ໄພແຫ່ງຊາດຂອງສະຫະລັດ ທ່ານນາງ Janet Napolitano ໄດ້ປະກາດກ່ຽວກັບການ
ປ່ຽນແປງນະໂຍບາຍ. ທ່ານນາງ Napolitano ກ່າວວ່າ ບັນດາຊາວໜຸ່ມຕ່າງດ້າວ ທີ່
ເຫັນວ່າບໍ່ເປັນໄພຕໍ່ຄວາມໝັ້ນຄົງຂອງປະເທດ ແລະມີຄຸນ ສົມບັດທີ່ສຳຄັນໃນດ້ານອື່ນ
ຢູ່ແລ້ວນັ້ນ ຈະມີສິດຢູ່ໃນສະຫະລັດ ແລະຂໍໃບອະນຸ ຍາດເຮັດວຽກໄດ້.