ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຮຽກຮ້ອງ.ໃຫ້ ປະເທດຕ່າງໆ ໃນອາຊຽນ ສືບຕໍ່ ກົດດັນ ເກົາຫຼີເໜືອ ຢ່າງສຸດຂີດ


ລັດຖະມົນຕີ ວ່າການຕ່າງປະເທດ ສະຫະລັດ ທ. ໄມຄ໌ ພອມ
ພຽວ, ຊ້າຍ, ລົມກັບ ຮອງລັດຖະມົນຕີ ວ່າການຕ່າງປະເທດ ຣັດເຊຍ ທ. ອີກໍຣ ມໍຣກູລອຟ.
ລັດຖະມົນຕີ ວ່າການຕ່າງປະເທດ ສະຫະລັດ ທ. ໄມຄ໌ ພອມ ພຽວ, ຊ້າຍ, ລົມກັບ ຮອງລັດຖະມົນຕີ ວ່າການຕ່າງປະເທດ ຣັດເຊຍ ທ. ອີກໍຣ ມໍຣກູລອຟ.

ສະຫະລັດ ກຳລັງປຸກລະດົມ ບັນດາປະເທດ ເອເຊຍ ຕາເວັນອອກສຽງໃຕ້
ໃຫ້ສືບຕໍ່ ປະຕິບັດການກົດດັນຢ່າງສຸດຂີດ ຕໍ່ເກົາຫຼີເໜືອ ຈົນກວ່າວ່າ
ແຫຼມເກົາຫຼີ ຈະບັນລຸການປົດອາວຸດນິວເຄລຍ ຢ່າງຄົບຖ້ວນ.

ກ່ອນໜ້າ ກອງປະຊຸມສຸດຍອດປະຈຳປີ ຂອງ ອາຊຽນ ທີ່ຈະເລີ້ມຕົ້ນຂຶ້ນ
ໃນ ວັນທີ 11 ພະຈິກ ຈະມາເຖິງນີ້ ຢູ່ໃນປະເທດສິງກະໂປ ວໍຊິງຕັນ ໄດ້
ຮຽກຮ້ອງຕໍ່ 10 ປະເທດ ຂອງສະມາຄົມ ປະເທດເອເຊຍ ຕາເວັນອອກ
ສຽງໃຕ້ ຫຼື ອາຊຽນ ບໍ່ໃຫ້ຜ່ອນຜັນ ມາດຕະການລົງໂທດຕ່າງໆ ຂອງ
ອົງການສະຫະປະຊາຊາດ ແລະ ໃຫ້ສືບຕໍ່ການບໍ່ອະນຸຍາດໃຫ້ ມີການລຳ
ລຽງທຶນຮອນເຂົ້າໄປ ໃນປະເທດເກົາຫຼີເໜືອ ທີ່ຕົນໄດ້ຮັບຈາກອ້ອມແອ້ມ
ຂົງເຂດດັ່ງກ່າວນັ້ນ.

ໂຄສົກກະຊວງການຕ່າງປະເທດ ສະຫະລັດ ທ່ານນຶ່ງ ໄດ້ບອກ ວີໂອເອ
ເມື່ອບໍ່ດົນມານີ້ ວ່າ “ສະຫະລັດ ສືບຕໍ່ ທຳງານກັບບັນດາລັດຖະບານ ຢູ່
ທົ່ວໂລກ ລວມທັງ ບັນດາປະເທດຂອງອາຊຽນ ເພື່ອຮັບປະກັນວ່າ ທຸກໆ
ປະເທດ ຈະຈັດຕັ້ງປະຕິບັດຢ່າງຄົບຖ້ວນ ພັນທະທັງຫຼາຍ ຕໍ່ມາດຕະການ
ລົງໂທດຂອງສະຫະປະຊາຊາດ. ມາດຕະການກົດດັນ ຈະມີຢູ່ຕໍ່ໄປ ຈົນກວ່າ
ວ່າ ສາທາລະນະລັດ ປະຊາທິປະໄຕ ເກົາຫຼີເໜືອ ຈະປົດອາວຸດນິວເຄລຍ
ຂອງຕົນ.”

ວໍຊິງຕັນ ໄດ້ເຕືອນວ່າ ຕົນຈະສືບຕໍ່ບັງຄັບໃຊ້ມາດຕະການດັ່ງກ່າວ ເພື່ອ
ລົງໂທດ ບໍລິສັດຕ່າງໆ ແລະ ບຸກຄົນທັງຫຼາຍ ທີ່ພົວພັນກັບການຄ້າຂາຍ
ທີ່ຜິດກົດ ກັບພຽງຢາງ.

ໂຄສົກທ່ານນີ້ ຜູ້ທີ່ໄດ້ໃຊ້ຊື່ທີ່ເປັນທາງການຂອງເກົາຫຼີເໜືອ ກ່າວຕື່ມວ່າ
"ພວກເົຮາຄາດວ່າ ບັນດາປະເທດສະມາຊິກທັງໝົດ ຈະຈັດຕັ້ງປະຕິບັດ
ມາດຕະການລົງໂທດຂອງສະຫະປະຊາຊາດ ຢ່າງຄົບຖ້ວນ ທີ່ລວມທັງ
ສິນຄ້າຕ່າງໆ ຢູ່ໃນພາກພື້ນນັ້ນ ທີ່ໄດ້ຖືກຫ້າມ ພາຍໃຕ້ມະຕິຕົກລົງ
ຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ແລະ ຄາດວ່າ ທຸກໆປະເທດ
ຈະເອົາຄວາມຮັບຜິດຊອບຢ່າງຈິງຈັງ ເພື່ອຊ່ອຍຍຸຕິ ໂຄງການອາວຸດ
ນິວເຄລຍ ແລະ ລູກສອນໄຟ ທີ່ຜິດກົດໝາຍຂອງ ສາທາລະນະລັດ
ປະຊາທິປະໄຕ ປະຊາຊົນ ເກົາຫຼີເໜືອ."

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG